ຕາມຂ່າວຕ່າງປະເທດລາຍງານວ່າ: ນະຄອນຊຽງໄຮຂອງສປຈີນກ້າວຂຶ້ນມາເປັນມະຫານະຄອນເສດຖະກິດໃຫຍ່ອັນດັບຫນຶ່ງຂອງໂລກໃນປີ2010-2011, ຈາກຜົນ ການສຳຫລວດຂອງສະຖາບັນບຣູກກິງໃນສະຫະລັດອາເມລິກາທີ່ເຜີຍແຜ່ຜົນສຳຫລວດການຈັດອັນດັບ200 ເມືອງໃຫຍ່ເຊິ່ງຄອງສ່ວນແບ່ງທາງເສດຖະກິດຫລາຍເກືອບ ເຄິ່ງຫນຶ່ງທີ່ມີຢູ່ໃນໂລກ.

ຜົນສຳຫລວດເມືອງເສດຖະກິດລະດັບແຖວຫນ້າຂອງໂລກເຜີຍວ່ານະຄອນຊຽງໄຮເປັນເມືອງໃຫຍ່ອັນດັບຫນຶ່ງເຊິ່ງມີອັດຕາການເຕີບໂຕທາງເສດຖະກິດສູງເຖິງ9,8%, ໂດຍ ເມືອງທີ່ມີອັນດັບສອງຮອງລົງມາຄືນະຄອນຫລວງຣິຢາດແລະນະຄອນເຈດດາຂອງຊາອຸດິດອາຣັບບີ.
ໃນລາຍຊື່ເມືອງຈາກການຈັດອັນດັບຂອງບຣູກກິງເມື່ອວັນທີ25 ມັງກອນຜ່ານມາເກືອບ90% ຂອງເມືອງທີ່ມີອັດຕາການເຕີບໂຕທາງເສດຖະກິດຢ່າງໄວວາລ້ວນນອນຢູ່ໃນ ຝັ່ງອາເມລິກາເຫນືອແລະເອີຣົບຕາເວັນຕົກ. ຜົນສຳຫລວດດັ່ງກ່າວຍັງພົບວ່າໃນກຸ່ມ20 ອັນດັບທຳອິດນັ້ນມີເມືອງເສດຖະກິດຂອງຈີນຕິດອັນດັບຢູ່ເຖິງ8 ເມືອງເຊັ່ນ: ຊຽງໄຮ (ອັນດັບ1), ຫັງໂຈວ(5), ເຊິນເຈິນ(8), ເສິນຫຍາງ(10), ຮູ່ຮັ່ນ(11), ຫນານຈິງ(12), ທຽນຈິນ(14) ແລະຝໍຊານ(15) ສະແດງໃຫ້ເຫັນຊັດເຈນຂຶ້ນວ່າສູນຖ່ວງທາງເສດຖະກິດ ໂລກກຳລັງປ່ຽນຈາກຝັ່ງຕາເວັນຕົກໄປສູ່ຕາເວັນອອກເຊິ່ງມີຈີນເປັນຜູ້ນຳ.