ຮຸ້ນສືບຕໍ່ປິດລົບ

  ຕະ­ຫລາດ​ຫລັກ​ຊັບ​ລາວ: ບັນ­ຍາ­ກາດ​ການ​ຊື້-ຂາຍ​ຮຸ້ນ​ມື້ ວັນ​ທີ 25 ມັງ­ກອນ 2012 ດັດຊະ­ນີ​ຕະ­ຫລາດ​ຮຸ້ນ​ປິດ​ທີ່ 893,93 ຈຸດ ຕະ­ຫລາດ​ສືບ­ຕໍ່ ປິດ​ໃນ​ແດນ​ລົບ​ທີ່ 8,79 ຈຸດປ່ຽນ­ແປງ 0,97% ລວມ​ມູນຄ່າ​ການ​ຊື້-ຂາຍ​ໄດ້ 16,9 ລ້ານກວ່າ​ກີບ.

   ສຳ­ລັບ​ຮຸ້ນ​ໃນ​ບໍ­ລິ­ສັດ​ຜະ­ລິດ-ໄຟ­ຟ້າ​ລາວ ມະ­ຫາ­ຊົນ ຍັງ​ມີ­ແຮງເທ​ຂາຍ​ເກງ​ກຳ­ໄລ​ຕໍ່​ເນື່ອງ​ປິດ ຕະ­ຫລາດ​ທີ່​ລາ­ຄາ 4.200 ກີບຫລຸດ​ລົງ 50 ກີບ ມີ​ມູນ​ຄ່າ​ການຊື້-ຂາຍ 16,1 ລ້ານ​ກວ່າ​ກີບ. ສ່ວນ​ຮຸ້ນ​ຂອງ​ທະ­ນາ­ຄານ​ການຄ້າ​ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ ປິດ​ຕະ­ຫລາດ​ຍັງ​ຢູ່​ໃນ​ລາ­ຄາ​ເກົ່າ 7.000 ກີບ.