
ຂ່າວ: ສີໄລ
ຍົກລະດັບວຽກງານວາງແຜນຕອບໂຕ້ພະຍາດຕິດຕໍ່ ແລະ ປິ່ນປົວພົນລະເຮືອນໃຫ້ 10 ແຂວງພາກເຫນືອ ແລະ ພາກກາງໄດ້ສຳເລັດລົງ ຫລັງດຳເນີນມາ 4 ວັນ, ຜູ້ເຂົ້າຮ່ວມໄດ້ ຮຽນຮູ້ຫລາຍຢ່າງ.
ບັ້ນຝຶກອົບຮົມການວາງ ແຜນຕອບໂຕ້ພະຍາດຕິດຕໍ່ໃນຄັ້ງນີ້ ມີພະນັກງານວາງແຜນດ້ານສຸຂະພາບອາວຸໂສພົນລະເຮືອນ ແລະ ກອງທັບຈາກບັນດາແຂວງພາກເຫນືອພາກ ກາງຄື: ແຂວງຜົ້ງສາລີ, ບໍ່ແກ້ວ, ຫລວງນ້ຳທາ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ໄຊຍະບູລີ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນເຂົ້າຮ່ວມ.
ການຝຶກອົບຮົມໄດ້ເນັ້ນຫນັກເຖິງພາລະບົດບາດຂອງພະຍາດຕິດຕໍ່, ການຕ້ານການລະບາດພະຍາດ, ການຂຶ້ນແຜນຮັບມືໄພພິບັດ ແລະ ປິ່ນປົວໃນສັງຄົມເນື້ອໃນຂອງການຝຶກອົບຮົມ ແມ່ນການເຊື່ອມສານແຜນການລະບາດແຫ່ງຊາດເຂົ້າກັບຂັ້ນແຂວງ, ເມືອງ ເຊິ່ງສອດຄ່ອງກັບຄວາມຕ້ອງການຂອງລັດຖະບານ ເພື່ອໃຫ້ປະເທດເຮົາມີຄວາມພ້ອມທີ່ດີໃນການຮັບມືກັບການລະບາດຂອງພະຍາດຕິດຕໍ່ທີ່ຈະເກີດຂຶ້ນ.
ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງຫ້ອງການປະສານງານຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກກັບສະຖານທູດສະຫະລັດ, ສູນບັນຊາການປາຊີຟີກ, ສູນບໍລິຫານຄວບຄຸມໄພພິບັດ ແລະ ຊ່ວຍເຫລືອດ້ານມະນຸດສະທຳ.