ວຸດທິສັກ ຄລີນິກ ເພາະຄວາມງາມຖ້າບໍ່ໄດ້
ໂດຍ: ຈຽງສັກ
1 ປີວຸດທິສັກຄລີນິກບ່ອນບໍລິການເສີມຄວາມງາມແຫ່ງທຳອິດໃນລາວ, ໄດ້ສຽງຕອບຮັບດີຈາກລູກຄ້າອັນເປັນທີ່ເພິ່ງພໍໃຈຂອງຜູ້ປະກອບການ, ໃນໄວໆນີ້ກຽມເປີດສາຂາໃຫມ່ ແຫ່ງທີ 4 ທີ່ແຂວງຫລວງພະບາງ.
ວຸດທິສັກຄລີນິກເປັນສູນຄວາມງາມທີ່ໄດ້ຮັບຄວາມໄວ້ວາງໃຈອັນດັບຫນຶ່ງຈາກຜູ້ໃຊ້ບໍລິການຢູ່ປະເທດໄທ, ໂດຍສະເພາະແມ່ນດາລາ, ນັກຮ້ອງ, ນັກສະແດງຊື່ດັງ ແລະ ປະຈຸບັນມີ ເຖິງ 100 ກວ່າສາຂາທົ່ວປະເທດໄທ, ກ້າວເຂົ້າສູ່ປີ 2011 ຜູ້ປະກອບການຈິ່ງໄດ້ທຸ່ມງົບປະມານເຖິງ 7,8 ຕື້ກີບ ເພື່ອເປີດສາຂາແຫ່ງທຳອິດໃນປະເທດລາວທີ່ນະຄອນຫລວງວຽງ ຈັນ. ປະຈຸບັນລວມມີ 3 ສາຂາທົ່ວປະເທດລາວເຊັ່ນ: ສະຫວັນນະເຂດ ແລະ ປາກເຊ (ແຂວງຈຳປາສັກ).
ທ່ານ ກອນ ກອນນິລັນ ຜູ້ບໍລິຫານວຸດທິສັກຄລີນິກກ່າວວ່າ: ໃນຮອບ 1 ປີຜ່ານມາ, ຕົນມີຄວາມພໍໃຈໃນຜົນຕອບຮັບຈາກຊາວລາວທີ່ເຂົ້າມາໃຊ້ບໍລິການ ແລະ ລູກຄ້າເອງກໍ່ໄດ້ ຮັບການຕອບສະຫນອງການບໍລິການທີ່ດີ, ມີຄຸນນະພາບເຫັນຜົນໄດ້ຢ່າງແທ້ຈິງ, ສາມາດສ້າງຄວາມເຊື່ອຫມັ້ນໃຫ້ແກ່ລູກຄ້າໄດ້, ທັງນີ້ກໍ່ເພາະວ່າວຸດທິສັກຄລີນິກທຸກສາຂາແມ່ນ ນຳໃຊ້ມາດຕະຖານທາງດ້ານລາຄາ ແລະ ການບໍລິການດຽວກັນ, ແຕ່ລະສາຂາມີພະນັກງານທີ່ໃຫ້ການຕ້ອນຮັບເປັນຢ່າງດີ, ມີແພດຜູ້ຊ່ຽວຊານຄອຍໃຫ້ຄຳປຶກສາ, ແນະນຳກ່ຽວ ກັບການເບິ່ງແຍງສຸຂະພາບຜິວພັນໃຫ້ຖືກຕາມຫລັກການ, ພ້ອມດ້ວຍການນຳໃຊ້ ເຄື່ອງມືທັນສະໄຫມທີ່ມີປະສິດທິພາບໃນການນຳໃຊ້ສູງ ເຊິ່ງນຳເຂົ້າຈາກສະຫາລັດອາເມລິກາ ແລະ ບັນດາປະເທດໃນເອີຣົບ.
ມາເຖິງປະຈຸບັນເວົ້າໄດ້ວ່າ: ວຸດທິສັກຄລີນິກ ໄດ້ປະສົບຜົນສຳເລັດຢ່າງສູງໂດຍສະເພາະແມ່ນຢູ່ປະເທດໄທແລະບັນດາປະເທດອ້ອມຂ້າງ, ສຳລັບຄວາມສຳເລັດຢູ່ປະເທດລາວກໍ່ຄື ນະຄອນຫລວງວຽງຈັນຍ້ອນໄດ້ຮັບການຮ່ວມມືທາງດ້ານການຕະຫລາດຈາກບໍລິສັດສະຫຍາມອິນເຕີເນເຊີນແນລ ແລະ ທີ່ສໍາຄັນແມ່ນໄດ້ຮັບການສະຫນັບສະຫນູນຈາກພີ່ນ້ອງ ຊາວລາວ ແລະໃນອະນາຄົດອັນໃກ້ນີ້ເພື່ອຕອບສະຫນອງຕາມຄວາມຕ້ອງການໃຫ້ທົ່ວເຖິງວຸດທິສັກຈະເປີດອີກຫນຶ່ງຫນ່ວຍບໍລິການທີ່ແຂວງຫລວງພະບາງເປັນສາຂາທີ 4 ໃນປະ ເທດລາວ, ນອກຈາກນັ້ນຍັງມີອີກ 2 ສາຂາທີ່ປະເທດກຳປູເຈຍ ທ່ານ ກອນ ກອນນິລັນ ກ່າວ.
