Social Economic Newspaper Online
ໜ້າຫຼັກ > ເບິ່ງໂລກວັນນີ້

ຊຽງໄຮ ກ້າວຂຶ້ນເປັນເມືອງເສດຖະກິດໃຫຍ່ອັນດັບຫນຶ່ງຂອງໂລກ

Date of News ວັນທີ 27/01/2012 - ເວລາ 09:23:24 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

   ຕາມຂ່າວຕ່າງປະເທດລາຍງານວ່າ: ນະຄອນຊຽງໄຮຂອງສປຈີນກ້າວຂຶ້ນມາເປັນມະຫານະຄອນເສດຖະກິດໃຫຍ່ອັນດັບຫນຶ່ງຂອງໂລກໃນປີ2010-2011, ຈາກຜົນ ການສຳຫລວດຂອງສະຖາບັນບຣູກກິງໃນສະຫະລັດອາເມລິກາທີ່ເຜີຍແຜ່ຜົນສຳຫລວດການຈັດອັນດັບ200 ເມືອງໃຫຍ່ເຊິ່ງຄອງສ່ວນແບ່ງທາງເສດຖະກິດຫລາຍເກືອບ ເຄິ່ງຫນຶ່ງທີ່ມີຢູ່ໃນໂລກ.

   ຜົນສຳຫລວດເມືອງເສດຖະກິດລະດັບແຖວຫນ້າຂອງໂລກເຜີຍວ່ານະຄອນຊຽງໄຮເປັນເມືອງໃຫຍ່ອັນດັບຫນຶ່ງເຊິ່ງມີອັດຕາການເຕີບໂຕທາງເສດຖະກິດສູງເຖິງ9,8%, ໂດຍ ເມືອງທີ່ມີອັນດັບສອງຮອງລົງມາຄືນະຄອນຫລວງຣິຢາດແລະນະຄອນເຈດດາຂອງຊາອຸດິດອາຣັບບີ.

   ໃນລາຍຊື່ເມືອງຈາກການຈັດອັນດັບຂອງບຣູກກິງເມື່ອວັນທີ25 ມັງກອນຜ່ານມາເກືອບ90% ຂອງເມືອງທີ່ມີອັດຕາການເຕີບໂຕທາງເສດຖະກິດຢ່າງໄວວາລ້ວນນອນຢູ່ໃນ ຝັ່ງອາເມລິກາເຫນືອແລະເອີຣົບຕາເວັນຕົກ. ຜົນສຳຫລວດດັ່ງກ່າວຍັງພົບວ່າໃນກຸ່ມ20 ອັນດັບທຳອິດນັ້ນມີເມືອງເສດຖະກິດຂອງຈີນຕິດອັນດັບຢູ່ເຖິງ8 ເມືອງເຊັ່ນ: ຊຽງໄຮ (ອັນດັບ1), ຫັງໂຈວ(5), ເຊິນເຈິນ(8), ເສິນຫຍາງ(10), ຮູ່ຮັ່ນ(11), ຫນານຈິງ(12), ທຽນຈິນ(14) ແລະຝໍຊານ(15) ສະແດງໃຫ້ເຫັນຊັດເຈນຂຶ້ນວ່າສູນຖ່ວງທາງເສດຖະກິດ ໂລກກຳລັງປ່ຽນຈາກຝັ່ງຕາເວັນຕົກໄປສູ່ຕາເວັນອອກເຊິ່ງມີຈີນເປັນຜູ້ນຳ.

ຂ່າວອື່ນໆໃນໝວດ: ເບິ່ງໂລກວັນນີ້
Bullet ຫວຽດນາມ ຈະກາຍເປັນສູນກາງເອເລັກໂຕຣນິກຂອງອາຊີ (24)
Bullet ຈີນ ຫລຸດອັດຕາເງິນສຳຮອງຂອງທະນາຄານທຸລະກິດລົງ 0.5% (8)
Bullet ຣັດເຊຍ ເພາະປູກແນວພັນພືດອາຍຸກວ່າ 30 ພັນປີໄດ້ສຳເລັດ (14)
Bullet ຍີ່ປຸ່ນ ຍັງບໍ່ຕັດສິນໃຈເລື່ອງຫລຸດການນຳເຂົ້ານ້ຳມັນຈາກອີຣານ (7)
Bullet ມຽນມາ ໃຫ້ສັນຍາຈະພິຈາລະນາຜູ້ສັງເກດການເລືອກຕັ້ງຈາກອາຊຽນ (7)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
14 + 10 =
ເວລາໃນການປະມວນຜົນໜ້າເວັບ: 0.0531 ວິນາທີ.
Powered by iTeen 020 54644729