ມຽນມາ ຢືນຢັນຈະເດີນຫນ້າປະຕິຮູບປະເທດຢ່າງມີລະບົບ
ຕາມຂ່າວຕ່າງປະເທດລາຍງານວ່າ: ລັດຖະມົນຕີຕ່າງປະເທດຂອງມຽນມາຢືນຢັນວ່າຂະບວນການປະຕິຮູບໄປສູ່ປະຊາທິປະໄຕຂອງປະເທດຈະເດີນຫນ້າຕໍ່ໄປ ຢ່າງເປັນລະບົບແລະຈະບໍ່ມີການຖອຍຫລັງແນ່ນອນ.
ທ່ານວຸນນາຫມ່ອງລະວິນລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງມຽນມາເປີດເຜີຍລະຫວ່າງເດີນທາງຢ້ຽມຢາມອິນເດຍວ່າຂະບວນການປະຕິຮູບປະເທດໄປສູ່ ປະຊາທິປະໄຕທີ່ລັດຖະບານໄດ້ເລີ່ມຕົ້ນແລ້ວນັ້ນຈະເດີນຫນ້າຕໍ່ໄປແລະຈະບໍ່ຫັນຫລັງກັບຄືນຢ່າງແນ່ນອນແລະວ່າການປະຕິຮູບດັ່ງກ່າວຈະມີແຕ່ເພີ່ມພູນຄູນສຸກຂຶ້ນເລື້ອຍໆ, ວ່ອງໄວແລະເປັນລະບົບຫລາຍຂຶ້ນກວ່າເກົ່າ.
ແນວໃດກໍ່ດີ, ການປະຕິຮູບໃນມຽນມາຍັງມີຄວາມທ້າທາຍຫລາຍຢ່າງທີ່ຕ້ອງປະເຊີນແຕ່ປະຊາຊົນຊາວມຽນມາກໍ່ພ້ອມທີ່ຈະຜ່ານຜ່າອຸປະສັກຕ່າງໆເພື່ອໃຫ້ໄປເຖິງເປົ້າ ຫມາຍທີ່ວາງໄວ້. ທັງນີ້, ລັດຖະບານມຽນມາເດີນຫນ້າປະຕິຮູບປະເທດຫລາຍຢ່າງເຊິ່ງລວມທັງການປ່ອຍຕົວນັກໂທດການເມືອງ, ການເຈລະຈາຢຸດຍິງຂອງຊົນກຸ່ມນ້ອຍ ແລະ ຈັດການເລືອກຕັ້ງເຂດຄືນໃຫມ່ເຮັດໃຫ້ປະເທດຕາເວັນຕົກເລີ່ມຜ່ອນຄາຍມາດຕະການລົງໂທດຕໍ່ມຽນມາລົງຢ່າງຕໍ່ເນື່ອງໃນເວລານີ້.
