Social Economic Newspaper Online
ໜ້າຫຼັກ > ເບິ່ງໂລກວັນນີ້

ສປຊ ຮຽກຮ້ອງໃຫ້ອິດສະຣາແອນ-ປາເລັສຕິນ ຮື້ຟື້ນການເຈລະຈາຄືນໃຫມ່

Date of News ວັນທີ 27/01/2012 - ເວລາ 09:17:32 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

   ຕາມຂ່າວຕ່າງປະເທດລາຍງານວ່າ: ທ່ານອົສຄາເຟນັນເຕັສທາຣັນໂຄຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດຫລືສປຊທີ່ຮັບຜິດຊອບວຽກງານການເມືອງ ກ່າວວ່າປະຈຸບັນຜູ້ຮັບຜິດຊອບການເຈລະຈາຂອງອິດສະຣາແອນແລະປາເລັສຕິນພວມກະກຽມຈັດກອງປະຊຸມພາຍໃຕ້ການຊຸກຍູ້ຂອງຊອກດານີ.

   ເມື່ອວັນທີ24 ມັງກອນຜ່ານມາ, ໃນເວລາແຈ້ງສະຖານະການພາກຕາເວັນອອກກາງຕໍ່ສະພາຄວາມຫມັ້ນຄົງແຫ່ງສປຊ, ທ່ານທາຣັນໂຄກ່າວວ່າພາຍໃຕ້ການຊຸກຍູ້ຂອງຊອກ ດານີ, ຜູ້ຮັບຜິດຊອບການເຈລະຈາຂອງອິດສະຣາແອນແລະປາເລັສຕິນໄດ້ພົບປະກັນເປັນເທື່ອທຳອິດຢູ່ອານມັນໃນວັນທີ3 ມັງກອນ, ຫລັງຈາກນັ້ນໄດ້ມີການຈັດກອງປະຊຸມ ກະກຽມຕ່າງໆ, ໃນກອງປະຊຸມດັ່ງ ກ່າວທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບບັນຫາຜືນແຜ່ນດິນອັນຄົບຖ້ວມແລະຄວາມປອດໄພ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນແລະສ້າງເງື່ອນໄຂທີ່ດີໃຫ້ແກ່ການຟື້ນຟູການເຈລະ ຈາໂດຍກົງຄືນໃຫມ່.

    ພາຍຫລັງກອງປະຊຸມຄັ້ງຜ່ານມາ, ທ່ານຣິຢັດມັນຊູນັກສັງເກດການປະຈຳສປຊຂອງປາເລັສຕິນກ່າວວ່າອິດສະຣາແອນຕ້ອງຢຸດຕິການສ້າງຕັ້ງຖິ່ນຖານຊາວຢິ້ວຢູ່ດິນແດນ ຂອງປາເລັສຕິນທີ່ຖືກຢຶດຄອງ, ຖ້າບໍ່ດັ່ງນັ້ນປາເລັດຕິນຈະບໍ່ເປີດການເຈລະຈາໂດຍກົງຄືນໃຫມ່.

ຂ່າວອື່ນໆໃນໝວດ: ເບິ່ງໂລກວັນນີ້
Bullet ຫວຽດນາມ ຈະກາຍເປັນສູນກາງເອເລັກໂຕຣນິກຂອງອາຊີ (24)
Bullet ຈີນ ຫລຸດອັດຕາເງິນສຳຮອງຂອງທະນາຄານທຸລະກິດລົງ 0.5% (8)
Bullet ຣັດເຊຍ ເພາະປູກແນວພັນພືດອາຍຸກວ່າ 30 ພັນປີໄດ້ສຳເລັດ (14)
Bullet ຍີ່ປຸ່ນ ຍັງບໍ່ຕັດສິນໃຈເລື່ອງຫລຸດການນຳເຂົ້ານ້ຳມັນຈາກອີຣານ (7)
Bullet ມຽນມາ ໃຫ້ສັນຍາຈະພິຈາລະນາຜູ້ສັງເກດການເລືອກຕັ້ງຈາກອາຊຽນ (7)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
12 + 6 =
ເວລາໃນການປະມວນຜົນໜ້າເວັບ: 0.0544 ວິນາທີ.
Powered by iTeen 020 54644729