ຊາວເອຢິບ ຮ່ວມລະນຶກຄົບຮອບ 1 ປີ ໂຄ່ນລົ້ມອະດີດຜູ້ນຳ
ຕາມຂ່າວຕ່າງປະເທດລາຍງານວ່າ: ປະຊາຊົນຊາວເອຢິບຈຳນວນຫລວງຫລາຍໂຮມຕົວກັນລະນຶກວັນຄົບຮອບ 1 ປີຄວາມສຳເລັດໃນການຮ່ວມແຮງຮ່ວມໃຈຕໍ່ຕ້ານ ໂຄ່ນລົ້ມທ່ານຮອສນີມູບາຣັກອະດີດປະທານາທິບໍດີລົງຈາກຕຳແຫນ່ງ.
ທີ່ຈະຕຸຣັສທາຣີໃນນະຄອນຫລວງໄຄໂຣຂອງເອຢິບເຕັມໄປດ້ວຍປະຊາຊົນນັບແສນຄົນທີ່ອອກມາຮ່ວມສະແດງເຖິງຄວາມສາມັກຄີຄືພະລັງເພື່ອລະນຶກເຖິງວັນຄົບຮອບ1 ປີ ທີ່ຂັບໄລ່ທ່ານຮອສນີມູບາຣັກອະດີດປະທານາທິບໍດີຂອງເອຢິບລົງຈາກຕຳແຫນ່ງ, ກຸ່ມທີ່ອອກມາໂຮມຕົວກັນລະນຶກຫລາຍທີ່ສຸດຄືບັນດາກຸ່ມຊາວມຸສລິມເຊິ່ງຖືເປັນຜູ້ເຄື່ອນ ໄຫວກຸ່ມສຳຄັນທີ່ອອກມາຂັບໄລ່ອະດີດຜູ້ ນຳ. ນອກຈາກການສະເຫລີມສະຫລອງການລະນຶກຄົບຮອບ1 ປີແລ້ວ, ປະຊາຊົນຍັງຮຽກຮ້ອງໃຫ້ສະພາທະຫານສູງສຸດທີ່ບໍລິ ຫານປະເທດຢູ່ໃນເວລານີ້ຄືນອຳນາດໃຫ້ປະຊາຊົນທັນທີແລະເຫັນວ່າການປະຕິຮູບທາງການເມືອງຍັງບໍ່ສິ້ນສຸດລົງເທື່ອ.
ທັງນີ້, ຜູ້ນຳສະພາທະຫານສູງສຸດຂອງເອຢິບໄດ້ປະກາດຍົກເລີກພາວະສຸກເສີນແຕ່ເປັນການຍົກເລີກສະເພາະບາງສ່ວນເທົ່ານັ້ນແລະຍັງມີການບັງຄັບໃຊ້ບາງມາດຕະການຢູ່ ສຳລັບການຮັກສາຄວາມສະຫງົບຮຽບຮ້ອຍໃນການໂຮມຊຸມນຸມປະທ້ວງ.
