ເຢຍລະມັນ ລະບຸຕ້ອງການປັບປຸງແນວຄວາມຄິດຮັບມືວິກິດໃນເອີໂຣໂຊນ
ຕາມຂ່າວຕ່າງປະເທດລາຍງານວ່າ: ທ່ານນາງອັງໂກລາແມເຄິລນາຍົກລັດຖະມົນຕີຂອງເຢຍລະມັນກ່າວໃນກອງປະຊຸມເສດຖະກິດໂລກທີ່ເມືອງດາວອສວ່າຕ້ອງ ມີການປັບປຸງຂະບວນການແນວຄວາມຄິດເພື່ອຮັບມືກັບວິກິດຫນີ້ໃນກຸ່ມເອີໂຣໂຊນ.
ທ່ານນາງອັງໂກລາແມເຄິລກ່າວຕໍ່ຕົວແທນຈາກປະເທດແລະອົງກອນຕ່າງໆວ່າການປັບປຸງຂະບວນການແນວຄວາມຄິດເຊິ່ງລວມເຖິງການປັບໂຄງສ້າງການເງິນຄັ້ງໃຫຍ່ມີ ຄວາມຈຳເປັນຫລາຍຕໍ່ຄວາມຢູ່ລອດຂອງກຸ່ມເອີໂຣໂຊນແລະ ຍອມຮັບວ່າແມ່ນເຢຍລະມັນຈະເປັນປະເທດສະມາຊິກລາຍໃຫຍ່ໃນກຸ່ມເອີໂຣໂຊນແຕ່ເຢຍລະມັນບໍ່ສາມາດຮັບມື ກັບວິກິດຫນີ້ຄັ້ງນີ້ໄດ້ດ້ວຍຕົນເອງແລະທຸກປະເທດຕ້ອງຮ່ວມມືກັນໃຫ້ຫລາຍຂຶ້ນກວ່າເກົ່າ.
ທັງນີ້, ຫລາຍປະເທດໃນກຸ່ມເອີໂຣໂຊນກຳລັງປະເຊີນກັບວິກິດຫນີ້ສາທາລະນະຄັ້ງໃຫຍ່ແລະຕ້ອງການໃຫ້ເຢຍລະມັນແລະປະເທດທີ່ມີຂະຫນາດເສດຖະກິດລາຍໃຫຍ່ອື່ນໆ ເພີ່ມການອັດສີດເງິນເຂົ້າກອງທຶນຊ່ວຍເຫລືອຂອງກຸ່ມເອີໂຣໂຊນ, ແຕ່ເຢຍລະມັນອອກມາປະຕິເສດແລະຮຽກຮ້ອງໃຫ້ເດີນຫນ້າການປະຕິຮູບລະບົບເສດຖະກິດ ແລະ ການ ເມືອງຂອງປະເທດທີ່ປະເຊີນວິກິດຫນີ້ແທນ.
