ຊາຣາໂປວາ ຜ່ານເຂົ້າໄປພົບກັບ ຄະວິໂຕວາ ໃນຮອບສອງອົດສະຕຣາລີໂອເພັນ
ໂດຍ: ຈ.ອິນທະດາລິນ
ມາເຣຍຊາຣາໂປວາຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດໃນລາຍການອົດສະຕຣາລີໂອເພັນປະເພດຍິງດ່ຽວເປັນສະໄຫມທີ5 ຫລັງໄລ່ຕ້ອນເອົາຊະນະ ເອຄາເທຣິນາມາຄາໂຣວານັກເທັນນິສເພື່ອນຮ່ວມຊາດ2 ເຊດລວດ, ໂດຍຮອບຕໍ່ໄປຈະພົບກັບເພຕຣາຄະວິໂຕວານັກເທັນນິສຊາວເຊັກແຊ໋ມວິມເບິລດັນ2011.

ເມື່ອວັນທີ25 ມັງກອນຜ່ານມາ, ມາເຣຍຊາຣາໂປວານັກເທັນນິສສາວງາມມືວາງອັນດັບ4 ຂອງລາຍການຈາກຣັດເຊຍຜ່ານເຂົ້າສູ່ຮອບຮອງຊະນະເລີດໃນການແຂ່ງຂັນ ເທັນນິສລາຍການອົດສະຕຣາລີໂອເພັນປະເພດຍິງດ່ຽວເປັນສະໄຫມທີ5 ຫລັງຈາກໄລ່ຕ້ອນເອົາຊະນະເອຄາເທຣິນາມາຄາໂຣວານັກເທັນນິສເພື່ອນຮ່ວມຊາດໄປໄດ້ແບບ ສະບາຍໆ2-0 ເຊດ: 6-2 ແລະ6-3.
ໂດຍໃນຮອບຮອງຊະນະເລີດປະເທດຍິງດ່ຽວມາເຣຍຊາຣາໂປວາເຈົ້າຂອງແຊ໋ມອົດສະຕຣາລີໂອເພັນເມື່ອປີ2008 ແລະຮອງແຊ໋ມ2007 ຈະເຂົ້າໄປພົບກັບເພຕຣາຄະວິ ໂຕວານັກເທັນສາວຊາວສາທາລະນະລັດເຊັກ, ແຊ໋ມວິມເບິລດັນ2011 ແລະເປັນມືວາງອັນດັບ2 ຂອງລາຍການທີ່ເອົາຊະນະຊາຣາແອຣານີ(ອີຕາລີ) ມາໄດ້2 ເຊດລວດ6-4 ແລະ6-4.
ສ່ວນການແຂ່ງຂັນໃນປະເພດຊາຍດ່ຽວຮອບ 4 ຄົນສຸດທ້າຍ(ຮອບຮອງຊະນະເລີດ) ແອນດີເມີເຣນັກເທັນນິສຫນຸ່ມຊາວອັງກິດທີ່ເອົາຊະນະເຄອິນິຊິໂຄຣິນັກເທັນນິສຊາວ ຍີ່ປຸ່ນມາໄດ້3 ເຊດລວດ6-3, 6-3 ແລະ6-1 ຈະພົບກັບໂນວັກຢໍໂຄວິດນັກເທັນນິສມືວາງອັນດັບຫນຶ່ງຊາວເຊີບີທີ່ເອົາຊະນະດາບິດເຟເຣມືວາງອັນດັບ5 ຈາກແອັດສະປາຍມາ ໄດ້3-0 ເຊດ: 6-4, 7-6 ແລະ 6-1.
