ສຕລ ມອບບັດກຳມະການຟີຟາໃຫ້ຄະນະກຳມະການກີລາລາວ
ໂດຍ: ລູກເມືອງເລົ່າ
ສະຫະພັນບານເຕະແຫ່ງຊາດລ າວ(ສຕລ) ມອບບັດກຳມະການຟີຟາໃຫ້ແກ່ຄະນະກຳມະການຕັດສິນລາວທີ່ໄດ້ຮັບການຮອງຮັບຈາກຟີຟາ, ພິທີດັ່ງກ່າວໄດ້ ມີຂຶ້ນໃນຕອນບ່າຍຂອງວັນທີ25 ມັງກອນ2012 ຜ່ານມາ, ທີ່ສະຫະພັນບານເຕະແຫ່ງຊາດລາວເມືອງຈັນທະບູລີນະຄອນຫລວງວຽງຈັນໃຫ້ກຽດມອບແມ່ນ ທ່ານດຣ.ໄຊບັນດິດຣາຊະພົນ ເລຂາທິການສຕລມີຫ້ອງການ, ພະ ນັກງານແລະສື່ມວນຊົນເຂົ້າຮ່ວມ.
ທ່ານດຣ. ໄຊບັນດິດຣາຊະພົນເລຂາທິການສະຫະພັນບານເຕະແຫ່ງຊາດລາວເຜີຍວ່າ:ການເຂົ້າເປັນຄະນະກຳມະການຟີຟາຕ້ອງຜ່ານຂັ້ນຕອນການທົດສອບຂອງຟີຟາເຊັ່ນ: ສຸຂະພາບສົມບູນ, ຄວາມວ່ອງໄວ, ກະຕິກາໃນເດີ່ນ, ພິກໄຫວ, ປະສົບການແລະທິດສະດີເຊິ່ງແຕ່ລະປີທາງຟີຟາຈະມີຟອມມາໃຫ້ເພື່ອທົດສອບຄວາມສາມາດຂອງກຳມະການ ສ່ວນຄະນະກຳມະການລາວແມ່ນມີການຄັດເລືອກທຸກໆປີ, ໂດຍຈະຄັດເລືອກເອົາຄະນະກຳມະການແຕ່ລະແຂວງ.
ປີ 2012 ຄະນະນະກໍາມະການລາວຜູ້ທີ່ຜ່ານການທົດສອບແລະຖືກຮອງຮັບຈາກຟີຟາມີ4 ທ່ານຄື: ທ່ານສີປະເສີດສິນບັນດິດ, ສົມພາວັນຫລວງລາດ, ນາງແຕ໊ວພູແກ້ວແລະ ພອນສຸກສິນເຕໂຊທັງ4 ທ່ານນີ້ຫນ້າທີ່ເປັນກຳມະການກາງ, ກຳມະການເສັ້ນແມ່່ນປະຕິບັດຕາມພາລະຫນ້າທີ່ຂອງຕົນໃນເກມການແຂ່ງຂັນ.
ທ່ານດຣ. ໄຊບັນດິດຣາຊະພົນເຜີຍຕື່ມວ່າ: ແຕ່ນີ້ຫາປີ2015 ມີແຜນສ້າງຄະນະກຳມະການເພີ່ມອີກຈະສູ້ຊົນໃຫ້ໄດ້2 ທີມເພື່ອຮອງຮັບຕໍ່ການຂະຫຍາຍຕົວຂອງວົງການກີລາ ລາວທີ່ນັບມື້ເພີ່ມຂື້ນຂອງສະໂມສອນຢູ່ນະຄອນຫລວງແລະຕ່າງແຂວງ.
