ໂຮງຮຽນວຽງໄຊ ຈັດແຂ່ງຈັນກີລາສະຫລອງວັນສ້າງຕັ້ງກອງທັບ
ໂດຍ: ຮ.ອ ບຸນທະວີ
ໃນວັນທີ 20 ມັງກອນນີ້ ພະແນກກີລາຫ້ອງການອົບຮົມ ໂຮງຮຽນວຽງໄຊ ໄດ້ຈັດການ ແຂ່ງຂັນກີລາມວນຊົນນັດຊີງຊະ ນະເລີດປະເພດບານເຕະຊາຍ ແລະ ບານສົ່ງຊາຍ-ຍິງຂຶ້ນລະຫວ່າງ ຫ້ອງພະລາທິການພົບກັບ ກີລາ 3 ກອງພັນ ນັກຮຽນສາຍພະນັກງານພົບວ່າ ນັກກີລາຫ້ອງພະລາທິການມີລູກຫລິ້ນດີກວ່າ ຊະນະນັກກີລາບານເຕະສາຍພະນັກງານ 3 ກອງພັນນັກຮຽນ 3-2 ປະຕູ ສຳລັບນັກກອງພັນ I ລະບົບກໍ່ສ້າງຊະນະກອງພັນນັກບຳລຸງ 2-1 ປະຕູ ປະເພດລາງວັນທີ I ໄດ້ຮັບຂັນ I ຫນ່ວຍພ້ອມ ເງິນສົດ 300.000 ກີບ ແລະ ປະເພດທີ II ໄດ້ຮັບເງິນສົດ 300.000 ກີບ, ສ່ວນປະເພດກີລາບານສົ່ງຊາຍສາຍພະນັກ ງານແມ່ນຫ້ອງພະລາທິການ 3 ຊະນະຫ້ອງພະລາທິການ 2, 2- 1 ເຊັກ, ບານສ່ົງຍິງ 3 ກອງພັນນັກຮຽນຊະນະກີລາຫ້ອງການ ສຶກສາ 3-2 ເຊັກ ແລະ ສຳລັບ ນັກຮຽນທີ I ແມ່ນກອງພັນນັກ ຮຽນບຳລຸງຊະນະນັກຮຽນນາຍ ສິບຊຸດທີ 15, ສ່ວນປະເພດລາງວັນທີ I ໄດ້ຮັບຂັນ 1 ຫນ່ວຍພ້ອມເງິນສົດ 200.000 ກີບ ປະເພດ ທີ II ໄດ້ຮັບເງິນສົດ 200.000 ກີບ ແລະ ປະເພດທີ III ໄດ້ຮັບເງິນສົດ 150.000 ກີບ ເປັນກຽດມອບສະຫາຍພົນຈັດຕະວາສາຍ ພອນມີ ຮອງຫົວຫນ້າການທະຫານໂຮງຮຽນມອບ ໃຫ້ຢ່າງສົມ ກຽດ.
ຍັງກ່າວຕື່ມວ່າ: ໃນວັນດຽວ ກັນຫ້ອງການອົບຮົມໂຮງຮຽນ ວຽງໄຊຍັງໄດ້ຈັດການແຂ່ງຂັນ ຍິງປີນ VIP ຂຶ້ນ, ມີບັນດາກົມກອງອ້ອມຂ້າງແຂວງເຂົ້າຮ່ວມ 30 ຄະນະໃນນັ້ນ ຍິງໄດ້ທີ I ແມ່ນກອງພັນຮຽນບຳລຸງໄດ້ ຮັບຂັນ 1 ຫນ່ວຍ ພ້ອມເງິນສົດ 3000.000 ກີບ ທີ II ແມ່ນຫ້ອງ ການອົບຮົມໄດ້ຮັບຂັນ 1 ຫນ່ວຍ ພ້ອມເງິນສົດ 200.000 ກີບ ແລະ ປະເພດ ທີ III ແມ່ນຄະ ນະພັກຄະນະອຳນວຍການໂຮງຮຽນໄດ້ຮັບເງິນສົດ 150.000 ກີບ.
