ໄຊຍະ ຈັດພິທີຕ້ອນຮັບນັກກີລາລົດຖີບທີ່ຍາດໄດ້ 2 ຫລຽນຄຳໃນງານໄກ່ຜູ້ໂອກເກມ
ໂດຍ: ບຸນຊ່ອມ
ທ່ານ ບຸນຍັງ ຈັນດາລາສານ ຮອງເລຂາພັກແຂວງຮອງເຈົ້າແຂວງປະທານສະມາຄົມກີລາ ແຂວງໄຊຍະບູລີ ໄດ້ຕ້ອນຮັບຄະນະນຳ, ຄູຝຶກ ແລະ ນັກກີລາ ລົດຖີບທີ່ສຳເລັດ ການເຂົ້າຮ່ວມ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ IX ໄກ່ຜູ້ໂອກເກມ ທີ່ຫລວງ ພະບາງເມືອງມໍລະດົກໂລກ ໂດຍ ພິທີດັ່ງກ່າວມີຂຶ້ນໃນຕອນບ່າຍ ວັນທີ 21 ທັນວາ 2011 ທີ່ຫ້ອງການກີລາກາຍະກຳ ແຂວງ, ໂດຍ ມີຮອງຫົວຫນ້າພະແນກສຶກສາທິການ ແລະ ກີລາແຂວງ, ຄູ- ອາຈານ, ນັກຮຽນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ພັນ ດວງຕາ ຮອງຫົວຫນ້າຫ້ອງການກີລາກາຍະກຳແຂວງໄດ້ລາຍງານຜົນສຳເລັດຂອງການເຂົ້າຮ່ວມແຂ່ງ ຂັນກີລາໃນງານມະຫະກຳກີລາແຫ່ງຊາດຄັ້ງທີ IX ເຊິ່ງແຂວງ ໄຊຍະບູລີ ໄດ້ສ່ົງນັກກີລາເຂົ້າ ຮ່ວມແຂ່ງຂັນທັງຫມົດ 10 ປະ ເພດ, ມີນັກກີລາ 180 ກວ່າຄົນ, ສາມາດຍາດໄດ້ 18 ຫລຽນຢູ່ ໃນອັນດັບທີ 12 ຂອງຕາຕະ ລາງ, ໃນນີ້ມີ 3 ຫລຽນຄຳ, 7 ຫລຽນເງິນ ແລະ 8 ຫລຽນທອງ, ກີລາລົດຖີບແມ່ນຫນຶ່ງໃນລາຍ ການກີລາທີ່ມີຜົນສຳເລັດ ເຊິ່ງ ສາມາດຍາດໄດ້ 2 ຫລຽນຄຳ ປະເພດດ່ຽວຍິງ ໂດຍແມ່ນ ນາງ ບົວລາ ເພັງສະກຸນ ແລະ ໄດ້ຮັບ ອີກ 3 ຫລຽນເງິນລວມທັງຫມົດ 5 ຫລຽນ.
ທ່ານ ນາງ ບຸນເນົາ ບຸນຊູຮັກ ຄູຝຶກກີລາລົດຖີບກ່າວວ່າ: ການ ເຂົ້າຮ່ວມງານມະຫະກຳກີລາ ແຫ່ງຊາດຄັ້ງທີ IX ນີ້ ແຂວງໄຊ ຍະບູລີ ໄດ້ສົ່ງນັກກີລາລົດຖີບເຂົ້າຮ່ວມທັງຫມົດ 7 ຄົນ, ຍິງ 4 ຄົນ, ຖືວ່າ ການແຂ່ງຂັນໄດ້ຮັບ ຜົນສຳເລັດເປັນທີ່ຫນ້າເພິ່ງພໍໃຈ ເຖິງແມ່ນວ່າບໍ່ສາມາດໄດ້ຕາມ ເປົ້າທີ່ຕັ້ງໄວ້ຄື: 3 ຫລຽນຄຳ ແຕ່ກໍ່ເຫັນວ່ານັກກີລາທຸກຄົນເຮັດໄດ້ດີທີ່ສຸດທຽບໃສ່ງານມະ ຫະກຳກີລາແຫ່ງຊາດຄັ້ງທີ VIII ປາ ຂ່າເກມທີ່ຈຳປາສັກ ກີລາລົດຖີບ ໄດ້ພຽງ 1 ຫລຽນທອງເທົ່ານັ້ນ, ສະແດງວ່າປະຈຸບັນກີລາລົດຖີບ ແຂວງໄຊຍະບູລີພວມໄດ້ຮັບການພັດທະນາ ດີຂຶ້ນເປັນກ້າວໆ.
ຂອງພິທີ ທ່ານ ບຸນຍັງ ຈັນດາລາສານ ໄດ້ກ່າວຍ້ອງຍໍ ຊົມເຊີຍຕໍ່ຜົນງານ ແລະ ໄຊຊະ ນະກໍ່ຄື ຜົນສຳເລັດຂອງການ ແຂ່ງຂັນກີລາລົດຖີບໃນຄັ້ງນີ້ ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄູ ຝຶກກໍ່ຄື ນັກກີລາຈົ່ງສືບຕໍ່ຝຶກຊ້ອມ ແລະ ພັດທະນາກີລາດັ່ງກ່າວ ເພື່ອເຂົ້າຮ່ວມແຂ່ງຂັນ ລາຍການອື່ນຕໍ່ໆໄປ.
