ສະວອນຊີ ຂາດທຶນ 8,2 ລ້ານປອນ ໃນສົກປີຜ່ານມາ
ຄ່າຕອບແທນສຳລັບການເລື່ອນຊັ້ນມາຫລິ້ນໃນລາຍການພຣີເມຍລີກມີຈຳນວນມະຫາສານສຳລັບສະວອນຊີ, ຫລັງອອກມາເຜີຍວ່າໃນປີງົບປະມານຜ່ານມາ ເຊິ່ງນັບຮອດເດືອນພະຈິກ2011 ນັ້ນທີມຕ້ອງຂາດທຶນໄປ8,2 ລ້ານປອນ, ໂດຍສາເຫດຫລັກໆມາຈາກການຈ່າຍເງິນໂບນັດໃຫ້ກັບບັນດາຜູ້ທີ່ກ່ຽວຂ້ອງໃນທີມ ກັບຄວາມສຳເລັດເມື່ອລະດູການຜ່ານມາ, ພ້ອມຢືນຢັນໃນອະນາຄົດທີມຈະສາມາດໃຊ້ຫນີ້ໄດ້ສຳເລັດ.

ສະໂມສອນສະວອນຊີທີມນ້ອງໃຫມ່ແຫ່ງລາຍການພຣີເມຍລີກອັງກິດຖະແຫລງວ່າໃນປີງົບປະມານຜ່ານມາເມື່ອນັບຮອດເດືອນພະຈິກ2011 ພວກເພິ່ນປະສົບພາວະຂາດ ທຶນໄປທັງຫມົດ8,2 ລ້ານປອນ, ໂດຍຫລັກໆມາຈາກການທີ່ຕ້ອງທຸ່ມເງິນໂບນັດໃຫ້ກັບຄວາມສຳເລັດຫລັງຈາກທີມຊະນະເຣດດິງໃນຮອບເພລອອຟເພື່ອຫາທີມເລື່ອນຊັ້ນມາ ສູ່ລີກສູງສຸດຂອງອັງກິດເມື່ອລະດູການຜ່ານມາ.
ນອກຈາກເລື່ອງເງິນໂບນັດທີ່ຈ່າຍໃຫ້ກັບນັກເຕະແລະຝ່າຍການຈັດການແລ້ວນັ້ນສະໂມສອນໄດ້ຂຶ້ນມາມີບົດບາດໃນລາຍການພຣີເມຍລີກເປັນເທື່ອທຳອິດຫລັງເຄີຍຫລິ້ນ ໃນລີກສູງສຸດຂອງອັງ ກິດນັບຕັ້ງແຕ່ສະໄຫມທີ່ຍັງໃສ່ຊື່ດີວີຊັນ1 ໃນລະຫວ່າງປີ1981-1983. ທັງນີ້, ສາເຫດທີ່ພວກເພິ່ນບໍ່ມີເງິນຫລາຍເທົ່າທີ່ຄວນກໍ່ເນື່ອງມາຈາກຕ້ອງແບ່ງ ປັນຄ່າຜ່ານປະຕູເຂົ້າຊົມເກມນັດຊີງຊະນະເລີດຂອງລາຍການດັ່ງກ່າວທີ່ແຂ່ງຂັນກັນທີ່ສະຫນາມເວມບລີໃຫ້ກັບເຣດດິງຕາມກົດລະບຽບຂອງລີກອັງກິດ.
ແນວໃດກໍ່ດີ, ສະວອນຊີກໍ່ຍັງເຊື່ອວ່າພວກເພິ່ນຈະສາມາດໃຊ້ຫນີ້ໄດ້ສຳເລັດໃນໄລຍະສິ້ນສຸດປີງົບປະມານຄັ້ງຕໍ່ໄປເຊິ່ງຈະນັບຮອດເດືອນພະຈິກ2012 ເພາະພວກເພິ່ນຈະໄດ້ ເງິນຈາກລາຍໄດ້ທີ່ກ່ຽວກັບທາງສະຖານີໂທລະພາບແລະປັດໄຈອື່ນໆເພີ່ມຂຶ້ນກວ່າເກົ່ານັ້ນເອງ. ໂດຍສະວອນຊີກ່າວຕື່ມວ່າເປົ້າຫມາຍຂອງພວກເພິ່ນກໍ່ຄືການຢູ່ລອດໃນລາຍ ການພຣີເມຍລີກຕໍ່ໄປ.
