Social Economic Newspaper Online
ໜ້າຫຼັກ > ສ້າງສັນສັງຄົມ

ມັກງ່າຍພາເສຍຫາຍ

Date of News ວັນທີ 27/01/2012 - ເວລາ 16:18:49 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ໄພ­ບູນ

   ທ່ານ​ຜູ້​ອ່ານ​ຄົນ​ຫນຶ່ງບໍ່​ປະ­ສົງ​ອອກ​ນາມຮ້ອງ​ຂໍ​ຜ່ານ​ສື່​ມວນ​ຊົນ​ຊ່ວຍ​ເປັນ​ປາກ​ກະ­ບອກ​ສຽງ​ແທນ​ການ​ບອກ­ເລົ່າ​ຂອງ​ຜູ້​ເສຍ​ຫາຍ ທີ່​ຫນີ​ບໍ່​ພົ້ນ​ຈາກ​ນ້ຳ­ມື​ຂອງ​ຄົນ​ບໍ່​ດີ​ເນື່ອງ​ຈາກ​ມີ​ແນວ​ຄິດ​ມັກ­ງ່າຍ​ຈອດ​ລົດ​ໄວ້​ຊະ­ຊາຍ ກ່ອນ​ຈະ​ເຂົ້າ​ໄປ​ຊື້​ເຄື່ອງ​ບໍ່​ພໍ​ສິບ​ນາ­ທີ​ອອກ​ມາ​ລົດ​ບໍ່​ເຫັນ.

   ເຖິງ​ແມ່ນ​ບັນ­ຫາ​ລົດ­ຈັກ​ເສຍ​ຈະ​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ເລົ່າ ຈົນ​ກາຍ­ເປັນ​ບັນ­ຫາ​ຊ້ຳ​ເຮື້ອ​ໄປ​ແລ້ວ ແຕ່​ຄົນ​ຈຳ­ນວນ​ຫນຶ່ງ​ກໍ່​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ສົນ­ໃຈ​ເທົ່າ​ທີ່​ຄວນ ຈົນ​ມາ​ຮອດ​ທີ​ຂອງ​ຕົນ​ຖືກ​ລັກ ໂດຍ​ພວກ​ຄົນ​ບໍ່​ດີ​ຈິ່ງ​ຮູ້­ສຶກ​ກິນ­ແຫນງໃຈ ແລະ ຄິດ​ເສຍ­ດາຍ ທັງ​ຢາກ​ຢ້ອນ​ເວ­ລາ​ກັບ​ໄປ​ແກ້​ໄຂ ແຕ່​ກໍ່​ຊ້າ​ໄປ​ແລ້ວ ດັ່ງ​ຜູ້​ເສຍ​ຫາຍ​ຄົນ​ຫນຶ່ງ​ບໍ່​ປະ­ສົງ​ອອກ​ນາມໄດ້​ເລົ່າ​ສູ່​ຜູ້​ຂຽນ​ຟັງ​ວ່າ: ໃນ​ມື້​ເກີດ​ເຫດຕົນ​ເອງ​ໄດ້​ຂີ່​ລົດ­ຈັກ​ຄູ່​ຊີບ​ທີ່​ຫາ­ກໍ່​ຊື້​ໃຫມ່​ໄດ້​ບໍ່​ພໍ​ສາມ​ເດືອນ​ມຸ່ງ ຫນ້າ​ໄປ​ສູ່​ຮ້ານ​ສັບ­ພະ​ສິນ­ຄ້າແຫ່ງ​ຫນຶ່ງ ພາຍ​ໃນ​ນະ­ຄອນຫລວງ​ວຽງ​ຈັນ, ພໍ​ຮອດ​ຫນ້າຮ້ານ​ກໍ່​ຈອດ​ລົດ​ໄວ້​ຕາມ​ປົກ­ກະ­ຕິທີ່​ເຄີຍ​ຈອດ​ໃນ​ແຕ່​ລະ​ຄັ້ງ​ທີ່​ໄປ​ຊື້ ເຄື່ອງ​ຢູ່​ຮ້ານ​ແຫ່ງ​ດັ່ງ­ກ່າວ ເນື່ອງ​ຈາ​ກວ່າ​ສະ­ຖານ­ທີ່​ຮ້ານ​ຕັ້ງ​ຢູ່​ແຄມ​ທາງ​ອີກ​ດ້ານ​ຫນຶ່ງ​ວັນ​ນັ້ນ ກໍ່​ເປັນ​ວັນ​ພັກ​ທາງ​ລັດ​ຖະ​ການລົດ​ກໍ່​ບໍ່​ຫລາຍ​ປານ­ໃດ​ຈິ່ງ​ເປັນ​ເຫດ​ເຮັດ​ໃຫ້​ຕົນ​ເອງ​ບໍ່​ໄດ້​ໃສ່­ໃຈ​ກັບ​ມັນ​ເທົ່າ​ທີ່​ຄວນ ເພາະ​ຄິດ​ວ່າ​ພຽງ​ແຕ່​ລ​ອັກ​ກະ­ແຈ​ຄໍ​ລົດ​ກໍ່​ຫນ້າ​ຈະ​ບໍ່​ມີ​ບັນ­ຫາ​ຫຍັງ, ປາ​ມານ​ສິບ​ນາ­ທີ​ພາຍ­ຫລັງ​ທີ່​ຊື້​ເຄື່ອງ​ຄົບ​ຈຳ­ນວນ​ຕາມ​ຕົນ​ຕ້ອງ­ການ​ແລ້ວ​ຈິ່ງ​ຍ່າງ​ອອກ​ມາ​ຈາກ​ຮ້ານ​ປາ­ກົດວ່າ​ບ່ອນ​ທີ່​ຕົນ​ຈອດ​ລົດ​ໄວ້​ນັ້ນ ພົບ​ເຫັນ​ແຕ່​ຄວາມ​ວ່າງ​ເປົ່າ, ເວ­ລາ​ດຽວ​ກັນ​ນັ້ນ ​ຕົນ​ກໍ່​ໄດ້​ສັງ­ເກດ​ທຸກ​ທີ​ທາງ​ແຕ່​ກໍ່​ໄຮ້​ຮ່ອງ­ຮອຍ ກ່ອນ​ຈະ​ຕັດ­ສິນ​ໃຈ​ເຂົ້າ​ໄປ​ແຈ້ງເຈົ້າ​ຫນ້າ­ທີ່​ເພື່ອ​ຕິດ­ຕາມ​ເພາະບາງ­ທີ​ຖ້າ​ໂຊກ​ດີ​ກໍ່​ຈະ​ໄດ້​ຄືນ​ມາ ແຕ່​ຈົນ​ມາ​ຮອດ​ປະ­ຈຸ​ບັນ​ນີ້​ເວ­ລາ​ຜ່ານ​ໄປ​ເກືອບ​ປີ​ກວ່າ​ແລ້ວ​ກໍ່​ບໍ່​ມີ​ວີ່​ແວວ​ຈະ​ໄດ້​ຮັບ​ຂ່າວ​ຄາວ​ໃດໆ ຈິ່ງ​ເຫລືອ​ໄວ້​ພຽງ​ຄວາມ​ກິນ­ແຫນງ​ໃຈ​ອັນ​ສະ­ທ້ອນ​ເປັນ​ບົດ­ຮຽນ​ອັນ​ລ້ຳ​ຄ່າ​ບໍ່​ໃຫ້​ຕົນ​ກາຍ­ເປັນ​ຄົນ​ມັກ­ງ່າຍ​ຕັ້ງ­ແຕ່​ບັດ​ນັ້ນ​ເປັນ­ຕົ້ນ​ມາ.

   ນີ້​ເປັນ​ພຽງ​ຄຳ​ບອກ­ເລົ່າ​ຈາກ​ບາງ​ບຸກ­ຄົນ​ເທົ່າ​ນັ້ນ, ໃນ​ຄວາມ​ເປັນ​ຈິງ​ແລ້ວ​ພວກ​ເຮົາເຄີຍ​ໄດ້​ຍິນ​ໄດ້​ຟັງ​ກ່ຽວ​ກັບ​ບັນ­ຫາດັ່ງກ່າວ​ເປັນ​ປະ­ຈຳ, ຢ່າງ­ໃດ​ກໍ່​ຕາມ​ກໍ່​ຮຽກ­ຮ້ອງ​ມາ​ຍັງ​ບັນ­ດາ​ຜູ້­ນຳ​ໃຊ້​ລົດ​ທຸກ​ຄົນ​ຈົ່ງ​ມີ​ສະ­ຕິ​ລະ­ວັງ​ຕົວ ເພາະ​ຄົນ​ບໍ່​ດີ​ມີ​ຫລາຍ​ຮູບແບບ​ ເຊິ່ງ​ເຮົາ​ບໍ່​ສາ­ມາດ​ສັງ­ເກດ​ເບິ່ງ​ອອກ​ຈາກ​ລັກ­ສະ­ນະ​ພາຍ​ນອກ​ໄດ້, ສິ່ງ​ສຳ­ຄັນ​ຢ່າ​ເປັນ​ຄົນ​ມັກ­ງ່າຍ, ຢ່າ​ຄິດ​ວ່າ​ຂໍ​ພຽງ​ຈອດ​ໄດ້​ກໍ່​ບໍ່​ມີ​ບັນ­ຫາ, ທາງ​ທີ່​ດີ​ຄວນ​ຈັດ​ຫາ​ບ່ອນ​ຈອດ​ໃນ​ທີ່ໆປອດ​ໄພ, ຫລື ນຳ­ໄປ​ຝາກ​ໄວ້​ນຳ​ພະ­ນັກ­ງານ​ຮັບ​ຝາກ​ລົດ ເພາະຫລາຍ​ບ່ອນ​ໃນ​ທີ່​ຊຸມ​ຊົນເພິ່ນ​ກໍ່​ມີ​ການ​ໃຫ້­ການ​ບໍ­ລິ­ການ​ຮັບ​ຝາກ​ລົດທັງ​ນີ້​ກໍ່​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຊັບ​ສິນ​ຕົນ​ເອງ ທັງ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຕາມ​ມາ.

ຂ່າວອື່ນໆໃນໝວດ: ສ້າງສັນສັງຄົມ
Bullet ຮ່ວມມືສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ບໍລິຫານຫໍສະຫມຸດທ້ອງຖິ່ນ (5)
Bullet ຂໍໃຫ້ເຊື່ອໃນເຫດ ແລະ ຜົນ (21)
Bullet ຕ້ອງມີຄວາມອົດທົນສູງ (10)
Bullet ເພງລາວ-ເພງສາກົນ (18)
Bullet ປ່ຽນວັນແຫ່ງຄວາມຮັກ ໃຫ້ກາຍເປັນວັນແຫ່ງການເສຍສະຫລະ ແລະ ສ້າງກຸສົນ (78)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
13 + 7 =
ເວລາໃນການປະມວນຜົນໜ້າເວັບ: 0.0588 ວິນາທີ.
Powered by iTeen 020 54644729