Social Economic Newspaper Online
ໜ້າຫຼັກ > ສ້າງສັນສັງຄົມ

ມ່ວນຊື່ນປີໃຫມ່ຊາວຫວຽດນາມ ແລະ ຊາວຈີນ ຄົນລາວກໍ່ເອົາດ້ວຍ

Date of News ວັນທີ 27/01/2012 - ເວລາ 16:13:19 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ຊາຍ​ເມືອງ​ອຸ​ທຸມ

   ເນື່ອງ​ໃນ​ເທດ­ສະ­ການ ບຸນ­ປີ­ໃຫມ່​ຂອງ​ພີ່­ນ້ອງ​ຊາວ​ຫວຽດ​ດ​ນາມ ແລະ ຊາວ​ຈີນ​ທີ່​ໄດ້​ຫມູນ­ວຽນ​ມາ​ບັນ­ຈົບ​ຄົບ­ຮອບ​ອີກ​ວາ­ລະ​ຫນຶ່ງ​ຄໍ​ລຳ​ສ່ອງ​ແສງ​ສັງ­ຄົມ​ຂໍ​ຮ່ວມ​ມ່ວນ­ຊື່ນ ແລະ ສະ­ແດງ​ຄວາມ​ຍິນ​ດີ ພ້ອມ​ທັງ​ສົ່ງ​ຄວາມ­ສຸກ​ນຳ​ດ້ວຍ.

   ແຕ່​ຄໍ​ລຳ​ພວກ​ເຮົາ​ໄດ້​ຮັບ​ການ​ສ່ອງ​ແສງ ແລະ ໃຫ້​ຂໍ້​ສັງ­ເກດ​ກ່ຽວ​ກັບ​ຄົນ​ລາວ​ວ່າ: ຄົນ ລາວ​ນີ້​ຊ່າງ​ເປັນ​ຄົນ​ມັກ​ມ່ວນ​ມັກ​ກິນ​ແທ້​ວ່າ​ຊັ້ນ, ບຸນ​ອັນ​ໃດ ເທດ­ສະ­ການ​ອັນ​ໃດ ຄົນ​ລາວ​ເຮົາ​ກໍ່​ຂໍ​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ​ແບບ​ເຖິງ​ໃສ​ເຖິງ​ກັນ ບໍ່​ເມົາ ແລະ ບໍ່​ຫມົນແມ່ນ​ບໍ່​ເລີກ ອັນ​ນີ້​ມັນ​ກໍ່​ເບິ່ງ​ໄດ້​ສອງ​ເບື້ອງ​ຄືຫນຶ່ງ​ຄົນ​ລາວ​ເປັນ​ຄົນ​ເຂົ້າ​ກັບ​ທຸກ​ຄົນ​ໄດ້​ງ່າຍ, ອັນ​ສອງ​ຄົນ​ລາວ​ເປັນ​ຄົນ​ມັກ​ຫມູ່ ມັກ​ມ່ວນ ແລະ ມັກ​ກິນ ພ້ອມ​ທັງ​ເປັນ​ຄົນ​ໃຈ​ໃຫຍ່, ແຕ່​ອັນ​ທີ່​ເຫັນ​ວ່າ​ບໍ່​ຄ່ອຍ​ຄັກ​ປານ­ໃດ​ກໍ່​ຄື​ບໍ່​ຄ່ອຍ​ຮູ້­ຈັກ​ປະ­ຢັດ, ການ​ໃຊ້​ຈ່າຍຫລາຍ​ກວ່າ​ລາຍ​ຮັບ, ເສຍ​ເວ­ລາ​ໄປ​ກັບ​ການ​ຫລິ້ນ​ການ​ກິນ​ບໍ່​ໃຊ້​ເວ­ລາ​ໃຫ້​ເປັນ​ປະ­ໂຫຍດລົດ​ລາຍ​ຈ່າຍ ເພີ່ມ​ລາຍ​ຮັບ, ຖ້າ​ເມົາ​ຂຶ້ນ​ມາ​ກໍ່​ອາດ​ຈະ​ເສຍ​ຄອບ​ເສຍ​ຄົວ ອັນ​ນີ້ ​ຖ້າ​ເຮົາ​ຮູ້­ຈັກ​ປ່ຽນ­ແປງຮູ້­ຈັກ​ເລືອກ­ເຟັ້ນ​ວ່າ​ອັນ​ໃດ​ຄວນ ອັນ​ໃດ​ບໍ່​ຄວນ​ກໍ່​ຈະ​ເປັນ​ການ​ດີ​ບໍ່​ນ້ອຍ.

   ເວົ້າ​ມາ​ນີ້ ກໍ່​ເປັນ​ແຕ່​ພຽງ​ການ​ແລກ­ປ່ຽນ ເພາະ­ວ່າ​ນັບ​ແຕ່ເວ­ລາ​ນີ້​ໄປ ກໍ່​ເຕັມ​ໄປ​ແຕ່​ງານ​ບຸນງານ​ເທດ­ສະ­ການ​ຕ່າງໆ ມີ​ແຕ່​ແນວ​ຊິ​ເສຍ​ເງິນ ເສຍ​ເວ­ລາ, ຖ້າ​ຫາກ​ເຮົາ​ມີ​ສະ­ຕິມີ​ຄວາມ​ສຳ­ນຶກ, ມີ​ຄວາມ​ກ້າ​ປ່ຽນ­ແປງ​ວ່າ​ອັນ​ໃດ​ຈະ​ເປັນ​ປະ­ໂຫຍດອັນ​ໃດ​ຈະ​ໃຫ້​ໂທດ​ເຮົາ​ຄວນ​ຢຸດ​ຄິດ ແລະ ມີ​ການ​ຊັ່ງ­ຊາ​ໄລ່​ລຽງຜົນ​ໄດ້­ຜົນ​ເສຍ​ເຮົາ​ກໍ່​ຈະ​ມີ​ແຕ່​​ອັນ​ໄດ້​ກັບ​ໄດ້.

   ຜ່ານ​ມາ​ເຮົາ​ກໍ່​ເຫັນ​ພຶດ­ຕິ​ກຳ ນິດ­ໄສ​ໃຈ­ຄໍ ຄວາມ​ມັກ​ມ່ວນ​ມັກ​ຊື່ນຂອງ​ຄົນ​ລາວ​ຄື​ແນວ​ນັ້ນ ແຕ່​ກໍ່​ບໍ່ໄດ້​ຫມາຍ​ຄວາມ​ວ່າ​ຈະ​ເປັນ​ຫມົດ​ທຸກ​ຄົນ, ບາງ​ຄົນ​ກໍ່​ເຮັດ​ໄປ​ຕາມ​ພິ­ທີເຮັດ​ພໍ­ແລ້ວ​ພິ­ທີ, ແຕ່​ບາງ​ຄົນ​ກໍ່​ເມົາ​ຈົນ​ພິ­ທີ​ເລີກ​ກໍ່​ຍັງ​ເມົາ​ອັນ​ນີ້​ມັນ​ກໍ່​ພີ​ລຶກ​ໂພດ ແຕ່​ກໍ່​ມີ​ຈຳ­ນວນ​ຫນ້ອຍ, ການ​ສ່ອງ​ແສງ​ກັນ​ກໍ່​ເປັນ​ແຕ່​ພຽງ​ໃຫ້​ສະ­ຕິ.

   ການ​ຕັ້ງ​ບັນ­ຫາ​ຂຶ້ນ​ມາ​ສະ­ເຫນີ​ຄື​ແນວ​ນີ້​ ບໍ່​ແມ່ນ​ວ່າ​ຜູ້​ຂຽນ​ຈະ​ບໍ່​ມັກ​ມ່ວນ​ມັກ​ຊື່ນ​ຈະ​ເປັນ​ຄົນ​ບໍ່​ມີ​ສັງ­ຄົມ ແຕ່​ກໍ່​ເວົ້າ​ຕາມ​ທີ່​ເຫັນວ່າ​ສົມ­ຄວນ​ຈະ​ເວົ້າ ແລະ ກໍ່​ເວົ້າ​ພຽງ​ເພື່ອ​ເປັນ​ການ​ຖອດ​ຖອນ​ບົດ­ຮຽນ​ສຳ­ລັບ​ປີ​ຕໍ່​ໄປ.

  ທ່ານ​ຜູ້​ອ່ານ​ຈະ​ວ່າ​ແນວ­ໃດ ຈະ​ມີ​ອັນ​ໃດ​ແລກ­ປ່ຽນ​ກໍ່​ຍິນ​ດີ.

ຂ່າວອື່ນໆໃນໝວດ: ສ້າງສັນສັງຄົມ
Bullet ຮ່ວມມືສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ບໍລິຫານຫໍສະຫມຸດທ້ອງຖິ່ນ (5)
Bullet ຂໍໃຫ້ເຊື່ອໃນເຫດ ແລະ ຜົນ (21)
Bullet ຕ້ອງມີຄວາມອົດທົນສູງ (10)
Bullet ເພງລາວ-ເພງສາກົນ (18)
Bullet ປ່ຽນວັນແຫ່ງຄວາມຮັກ ໃຫ້ກາຍເປັນວັນແຫ່ງການເສຍສະຫລະ ແລະ ສ້າງກຸສົນ (78)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
16 + 7 =
ເວລາໃນການປະມວນຜົນໜ້າເວັບ: 0.1259 ວິນາທີ.
Powered by iTeen 020 54644729