Social Economic Newspaper Online
ໜ້າຫຼັກ > ສ້າງສັນສັງຄົມ

ຮ້ານເບຍເກີດຫລາຍ ແຕ່ຮ້ານຂາຍປຶ້ມຂາດແຄນ

Date of News ວັນທີ 24/01/2012 - ເວລາ 08:54:28 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ໄພ­ບູນ

   ເປັນ​ປະ­ເດັນ​ຂຶ້ນ​ມາ​ຕື່ມອີກ​ອັນ​ຫນຶ່ງ ສຳ­ລັບ​ສຽງ​ວິ­ພາກວິ­ຈານໃນ​ທາງ​ທີ່​ສ້າງ­ສັນ​ຂອງແວດ​ວົງ​ຄົນ​ໃນ​ສັງ­ຄົມ​ບ້ານ​ເຮົາກ່ຽວ​ກັບ​ບັນ­ຫາ​ທີ່​ວ່າ ປະ­ຈຸ​ບັນ​ນີ້ ສັງ­ຄົມ​ບ້ານ​ເຮົາເລີ່ມ​ມີ​ຫລາຍສິ່ງ​ຫລາຍ​ຢ່າງ​ທີ່​ແຕກ​ຕ່າງ ເວົ້າສະ­ເພາະ​ກໍ່​ແມ່ນ​ຄວາມ​ຈະ­ເລີນ​ສີວິ­ໄລ, ການ​ກໍ່­ສ້າງ​ອາ­ຄານ​ໃຫມ່, ລວມ​ທັງ​ຖະ­ຫນົນ​ຫົນ­ທາງ ແລະ ອື່ນໆ​ແຕ່​ອັນ​ພົ້ນ​ເດັ່ນ​ກໍ່​ຄືບັນ­ດາຮ້ານ​ຕ່າງໆ​ນັ້ນ​ເອງ.

   ຈາກ​ຫລາຍ​ຫາງ​ສຽງ​ຈົ່ມ​ມາວ່າ ປະ­ຈຸ​ບັນ​ຮ້ານ​ນ້ອຍ​ຮ້ານ​ໃຫຍ່ລວມ​ທັງ​ບັນ­ດາ​ຮ້ານ​ຂາຍ​ເຫລົ້າຂາຍ​ເບຍ ເລີ່ມ​ປົ່ງ​ຊອນ​ຂຶ້ນ​ຄືດອກ​ເຫັດ​ວ່າ​ຊັ້ນ ແຕ່​ບັດ​ຈະ​ໄປຊອກ​ຫາ​ຊື້​ປຶ້ມ​ດີໆ ຄື​ປຶ້ມ​ທີ່​ໃຫ້ ຄວາມ​ຮູ້​ດີໆນັ້ນ​ປານ​ໄປ​ຊອກ​ຫາເມັດ​ຄຳ​ຕົກ­ເຮ່ຍ​ຢູ່​ບ່ອນ​ໃດ​ບ່ອນຫນຶ່ງ, ເພາະ​ຊອກ​ຊື້​ຍາກ​ເອົາ​ແທ້ເອົາ​ວ່າ ແຕ່​ກົງ­ກັນ­ຂ້າມ ພໍ​ແຕ່ເອີ່ຍ​ປາກ​ຊວນ​ກັນ​ໄປ​ສັງ​ສັນ​ຊຸມແຊວ ປາ­ກົດ​ວ່າ​ບໍ່​ຍາກ​ເລີຍ ເພາະ​ຮ້ານ​ບັນ​ເທິງ​ມີ​ຢູ່​ໃກ້ໆ ເກທອບ​ວ່າ​ມີ​ຢູ່​ທຸກ​ຫມູ່​ບ້ານ ເວົ້າ​ສະເພາະ​ແມ່ນ​ເຂດ​ຕົວ​ເມືອງ​ໃຫຍ່, ມາ​ສັງ­ເກດ​ເບິ່ງ​ຕົວ​ຈິງ​ແລ້ວ ກໍ່​ຄືຄວາມ​ເພິ່ນ​ວ່າ​ແທ້, ຜູ້​ປະ­ກອບການ​ບາງ​ຄົນ​ເພີ່ນ​ມັກ​ເວົ້າ​ວ່າ ຄົນ​ລາວ​ບໍ່​ມັກ​ອ່ານ​ປຶ້ມ, ເຫດ​ນັ້ນເອງ ຈິ່ງ​ບໍ່​ມີ​ໃຜ​ຢາກ​ສ້າງ­ຕັ້ງ​ທຸ­ລະກິດ​ນີ້​​ຂຶ້ນ​ມາ, ແຕ່​ເວົ້າ​ເລື່ອງ​ການສ້າງ­ສັນ​ກັນ​ນັ້ນ​ເປັນ​ເລື່ອງ​ທຳມະ​ດາ​ຢູ່​ແລ້ວ​ເພາະ​ຢູ່​ປະ­ເທດ​ໃດກໍ່​ມີ​ວ່າ​ຊັ້ນ, ສ່ວນ​ຫນຶ່ງ​ທີ່​ເພິ່ນ​ເວົ້າມາ​ກໍ່​ມີ​ທັງ​ອັນ​ຖືກ ແລະ​ ອັນ​ຜິດ​ນໍ, ເຖິງ​ແມ່ນ​ວ່າ​ຄົນ​ລາວ​ຈະ​ບໍ່​ມັກອ່ານ​ ແຕ່​ຍັງ​ມີ​ຫລາຍ​ຄົນ​ທີ່​ຕ້ອງການ​ປຶ້ມ​ດີໆ​ມີ​ປະ­ໂຫຍດ, ບໍ່​ພຽງ ແຕ່​ພາ­ກັນ​ອ່ານ​ແລ້ວ ເກີດ​ຄວາມເພີດ­ເພີນ​ໃຈ​ແຕ່​ກົງ­ກັນ­ຂ້າມ ເມື່ອອ່ານ​ແລ້ວ​ຍັງ​ໄດ້​ຮັບ​ຄວາມ​ຮູ້ ແລະ ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງ, ເມື່ອ​ມາ​ເບິ່ງ​ຜົນ​ຂອງ​ການ​ເກີດບັນ­ຫາ​ຕ່າງໆ​ຕາມ​ມາ ຈາກ​ສະຖານ​ທີ່​ຮ້ານ​ບັນ​ເທິງ ແມ່ນ​ມີຫລາຍ​ຢ່າງ ບໍ່​ວ່າ​ຈະ​ເປັນ​ການຄ້າ​ໂສ­ເພ­ນີ, ບັນ­ຫາ​ຄອບ­ຄົວ, ບັນ­ຫາ​ອຸ­ບັດ­ເຫດ​ຍ້ອນ​ດື່ມ​ເມົາ ແລ້ວ​ຂັບ​ລົດ ແລະບັນ­ຫາ​ອື່ນໆ, ແຕ່​ນີ້​ກໍ່​ບໍ່​ໄດ້​ຫມາຍ​ຄວາມ​ວ່າ ຈະ​ຖິ້ມ​ໂທດ​ໃສ່​ຝ່າຍ​ໃດ​ຝ່າຍຫນຶ່ງ ແຕ່​ຫາກ ​ເວົ້າ​ຕາມ​ສິ່ງ​ທີ່ຫລາຍ​ຄົນ​ມີ​ຄວາມ​ເຫັນ​ນຳ​ກັນ.

   ແນວ­ໃດ​ກໍ່​ຕາມ ​ສິ່ງ​ທີ່​ຜູ້​ສ​ຂຽນເວົ້າ​ເທິງ​ນີ້ ບໍ່​ໄດ້​ຫມາຍ​ເຖິງ​ຈະເຂົ້າ​ຂ້າງ​ອອກ​ຂາ​ຝ່າຍ​ໃດ​ພຽງ ແຕ່​ຍົກ​ບັນ­ຫາ​ນີ້​ຂຶ້ນ​ມາ​ໃຫ້​ທຸກ​ຄົນຊ່ວຍ​ກັນ​ຕຶກ​ຕອງ​ເບິ່ງ​ທີ່​ຜ່ານ​ມາກໍ່​ຂໍ​ຊົມ­ເຊີຍ​ທາງ​ພາກ­ສ່ວນ​ກ່ຽວຂ້ອງ​ເພີ່ນ​ກໍ່​ໄດ້​ພະ­ຍາ­ຍາມຕິດຕາມ​ກວດ­ກາ​ຢ່າງ​ໃກ້­ຊິດ ທັງວາງ​ມາດ​ຕະ­ການ​ຕໍ່​ຜູ້​ປະ­ກອບການຮ້ານ​ບັນ​ເທິງ​ແຫ່ງ​ຕ່າງໆ ພາຍ​ໃນເວົ້າ​ສະ­ເພາະ​ນະ­ຄອນຫລວງ​ວຽງ​ຈັນ ສ່ວນ​ຢູ່​ເຂດ​ຕ່າງ ແຂວງ​ນັ້ນ ບາງ​ແຫ່ງ​ຍັງ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ເກີດ​ຂຶ້ນ ສະນັ້ນ ​ຈິ່ງ​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ຈົ່ງ​ເບິ່ງ​ຄືນ​ຕໍ່​ກັບ​ບັນ­ຫາ​ນີ້.

ຂ່າວອື່ນໆໃນໝວດ: ສ້າງສັນສັງຄົມ
Bullet ຮ່ວມມືສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ບໍລິຫານຫໍສະຫມຸດທ້ອງຖິ່ນ (5)
Bullet ຂໍໃຫ້ເຊື່ອໃນເຫດ ແລະ ຜົນ (22)
Bullet ຕ້ອງມີຄວາມອົດທົນສູງ (10)
Bullet ເພງລາວ-ເພງສາກົນ (18)
Bullet ປ່ຽນວັນແຫ່ງຄວາມຮັກ ໃຫ້ກາຍເປັນວັນແຫ່ງການເສຍສະຫລະ ແລະ ສ້າງກຸສົນ (78)
ຄຳແດງ - ວັນທີ 26/01/2012 - ເວລາ 21:09:02 - 103.1.29.xxx ຮ້ານປຶ້ມທີ່ມີຢູ່ວຽງຈັນໜ້ອຍຢູ່ແລ້ວ ກໍຂາດປຶ້ມດີໆຂາຍ. ຍ້ອນນັກຂຽນທີ່ມີບົດດີໆບໍ່ມີທຶນຊິພິມປຶ້ມຂອງຕົນ. ເອົາໄປໃຫ້ບັນດາສຳນັກພິມຕ່າງໆເບິ່ງ ກໍໄດ້ຮັບຄຳຕອບວ່າ ຫາກມີເງິນພິມເອງຈຶ່ງຈະຈັດພິມໃຫ້. ຈາກບ່ອນນີ້ ຈຶ່ງເຮັດໃຫ້ບົດຂອງນັກຂຽນບໍ່ໄປເຖິງຜູ້ມັກອ່ານ. ຈາກທີ່ບໍ່ມີປຶ້ມດີໆອ່ານ ຄວາມມັກອ່ານກໍເຫືອດແຫ້ງໄປ. ກິດຈະການຂາຍປຶ້ມຈຶ່ງບໍ່ເປັນທີ່ນິຍົມຂອງຜູ້ປະກອບການ. ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງບັນດາຜູ້ມີທຶນ ແລະມັກຮັກທາງດ້ານການສົ່ງເສີມການອ່ານ ຄວນໃຫ້ຄວາມສົນໃຈທາງດ້ານນີ້ໃຫ້ຫຼາຍ.
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
18 + 4 =
ເວລາໃນການປະມວນຜົນໜ້າເວັບ: 0.0604 ວິນາທີ.
Powered by iTeen 020 54644729