ໂຮງຮຽນກັບທີ່ຕັ້ງ! ...
ໂດຍ: ທິດດີ
ເພື່ອນຜູ້ຕັ້ງຄຳຖາມເຂົ້າສູ່ຄໍລຳພວກເຮົາໃນວັນທີ 18 ມັງກອນ 2012 ວ່າ: ໂຮງຮຽນໃນ ຕົວເມືອງມີບັນຫາເລື່ອງທີ່ຕັ້ງ.. ສ່ວນໃຫຍ່ເນື້ອທີ່ເດີ່ນຄັບແຄບ.. ບາງບ່ອນເອົາເຮືອນຫ້ອງແຖວເປັນໂຮງຮຽນເປັນສະຖານສຶກສາຂັ້ນສູງກໍ່ຍັງມີ.. ເລື່ອງນີ້ ທາງພາກສ່ວນທີ່ກ່ຽວຂ້ອງຈະແກ້ຢ່າງໃດ?
ວັນເສົາ-ອາທິດຜ່ານມານີ້ (14-15 ມັງກອນ 2012)ເພື່ອນຜູ້ອ່ານຢູ່ສະພາກາເຟກໍ່ຕັ້ງບັນຫາເລື່ອງທີ່ຕັ້ງໂຮງຮຽນບໍ່ເຫມາະສົມພາໃຫ້ເກີດການສັນຈອນຕິດຂັດຍ້ອນພໍ່ແມ່ນັກຮຽນໄປຮັບ-ໄປສົ່ງ..ຢູ່ນະຄອນຫລວງວຽງຈັນ ເຮັ່ງກວ່າເພິ່ນ ໂດຍສະເພາະແມ່ນໂຮງຮຽນວຽງສະຫວັນ ແລະ ໂຮງຮຽນອິດສະເຕິນສະຕາບາຍແລງໂກນຕັ້ງຢູ່ບ້ານຫນອງບອນ ເມືອງໄຊເສດຖາ.ໂຮງຮຽນວຽງສະຫວັນ ແຕ່ກ່ອນເປັນໂຮງຮຽນອະນຸບານ+ປະຖົມ..ດຽວນີ້ເປັນປະຖົມ ແລະ ມັດທະຍົມສົມບູນ.. ເນື້ອທີ່ສ່ຳເກົ່າ.. ອາຄານປຸກຕື່ມ.. ເດີ່ນຄັບແຄບບໍລິເວນນັ້ນມີຖະຫນົນເສັ້ນດຽວຜ່ານໄປ ຫນ້າ ໂຮງຮຽນຈຸດນັ້ນມີສຳນັກງານ ສຳຄັນຂອງພັກ..ຊົ່ວໂມງເຮັ່ງ ຮີບລົດຕິດຂັດ ແຕ່ປານນັ້ນພາກ ສ່ວນກ່ຽວຂ້ອງເປັນຕົ້ນພະແນກ ສຶກສາຂອງເມືອງ ຂອງນະຄອນ ຫລວງຫໍ່ຍັງບໍ່ທັນມີທ່າທີວ່າຈະແກ້ຢ່າງໃດ?. ສ່ວນຫາງສຽງຂອງຜູ້ອ່ານທີ່ພົບປະໃຫ້ເຫດຜົນວ່າ ໂຮງຮຽນທັງສອງແຫ່ງຢູ່ທີ່ນັ້ນ ຄວນໃຫ້ມີແຕ່ຊັ້ນປະຖົມເທົ່ານັ້ນ ແລະ ແຕ່ລະຊັ້ນກໍ່ໃຫ້ມີແຕ່ສອງຫ້ອງຮຽນຈິ່ງພໍດີ..ເຫລືອນັ້ນຍ້າຍໄປເຂດອື່ນເຮັດຄືໂຮງຮຽນວິຊາຊີບກໍ່ໄດ້ !. ການຍົກຍ້າຍໂຮງຮຽນທີ່ເປັນພາກເອກະຊົນງ່າຍກວ່າ ແລະ ກໍ່ຖືກກັບຫລັກການປົກຄອງເພາະຝ່າຍ ປົກຄອງ (ລັດ) ມີອະພິສິດຍ້ອນ ວ່າລັດເປັນຕົວແທນໃຫ້ແກ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນເປັນສ່ວນໃຫຍ່..
ສະນັ້ນທາງອອກ ຍ້າຍເອກະຊົນເຫມາະສົມກວ່າທີ່ຈະຍ້າຍ ສຳນັກງານຂອງລັດທັງສະແດງອອກໃຫ້ເຖິງກຽດສັກສີຂອງສຳນັກງານລັດ..
ຄໍລຳພວກເຮົາຂໍສະເຫນີຄຳເຫັນຂອງເພື່ອນຜູ້ອ່ານເຖິງພາກສ່ວນກ່ຽວຂ້ອງໄດ້ຊ່ວຍແກ້ໄຂ ນໍ? ບໍ່ແມ່ນແຕ່ຢູ່ນະຄອນຫລວງວຽງຈັນເທົ່ານັ້ນດອກ ! ຄິດວ່າຢູ່ຫລາຍແຂວງກໍ່ຄົງມີສະເພາະທີ່ຕັ້ງໂຮງຮຽນບໍ່ມີເດີ່ນເຫມາະສົມ.
ກໍ່ບໍ່ແມ່ນຊິປະໃຫ້ກະຊວງສຶກ ສາທິການ ແລະ ກີລາ ຫລື ພະ ແນກກ່ຽວຂ້ອງເທົ່ານັ້ນເປັນຜູ້ແກ້ໄຂ..ຄວນມີການປະສານງານຈາກຫລາຍຝ່າຍເປັນຕົ້ນ ແມ່ນອຳນາດການປົກຄອງທີ່ ໂຮງຮຽນດັ່ງກ່າວຕັ້ງຢູ່..ຫາທາງອອກຊ່ວຍກັນເພື່ອເຮັດໃຫ້ລູກຫລານໄດ້ຮ່ຳຮຽນຢູ່ບ່ອນເຫມາະສົມ ມີເດີ່ນແລ່ນຫລິ້ນ.. ມີບັນຍາກາດເປັນຕາຢາກຮຽນຢາກຢູ່ໂດຍສະເພາະແມ່ນລູກຫລານທີ່ຮຽນຊັ້ນປະຖົມ.. ມັດທະຍົມທີ່ພວມຢູ່ໃນໄວເຕີບໂຕພວກ ເຂົາຍິ່ງຕ້ອງການສະພາບແວດລ້ອມທີ່ເຫມາະສົມນໍ?
ຂໍຝາກເຖິງຜູ້ກ່ຽວຂ້ອງດ້ວຍ!
