ປາບພະຍາດກູ້ເອົາຄົນ
ຄໍລຳພວກເຮົາໄດ້ຮັບ ຈມ ຈາກເພື່ອນຜູ້ອ່ານທີ່ໃສ່ນາມ ວ່າ: ສ.ສະເຫນ່ເມືອງລາວ ໃນ ວັນທີ 16 ມັງກອນ 2012 (ຮອດມືຜູ້ຮັບຜິດຊອບຄໍລຳ) ເພິ່ນຂຽນມາສ່ອງແສງເພີ່ມເຕີມ ບົດທີ່ລົງພິມໃນຄໍລຳພວກເຮົາໃນຫົວຂໍ້: “ການແຜ່ປັດໄຈ ຊະຊາຍ”ຂໍຂອບໃຈເນີທີ່ຕິດຕາມຄໍລຳ ພວກເຮົາຫວັງວ່າເທື່ອຫນ້າທ່ານຈະປະກອບຄຳຄິດຄຳເຫັນເຂົ້າມາຕື່ມນໍ? ສ່ວນວ່າທ່ານ ອື່ນໆມີຄຳເຫັນເປັນປະການໃດ ກໍ່ສາມາດສົ່ງຄຳເຫັນຂອງທ່ານລົງຄໍລຳພວກເຮົາ.. ທັງນີ້ ກໍ່ເພື່ອໃຫ້ເປັນຄໍລຳທີ່ສົມຊື່ວ່າ: ສ້າງສັນສັງຄົມ.
ສຳລັບເນື້ອໃນຂອງ ຈມ ເພື່ອນມີດັ່ງນີ້: ສະບາຍດີ ຄໍລຳສ້າງສັນສັງຄົມ ຂ້າພະເຈົ້າເປັນຄົນຫນຶ່ງທີ່ຕິດຕາມອ່ານຄໍລຳນີ້ຢູ່ສະເຫມີ (ຂໍອະນຸຍາດໃຊ້ຄຳເວົ້າແບບກັນເອງ) ກໍ່ເປັນເລື່ອງທີ່ດີຢູ່ດອກໃນຄໍລຳທີ່ວ່າ: ການແຜ່ປັດໄຈແບບຊະຊາຍ ແລະ ກໍເປັນເລື່ອງທີ່ຕ້ອງຍົກມາເວົ້າໃຫ້ສັງຄົມໄດ້ຮູ້ນຳກັນເນາະ (ບໍ່ແມ່ນວິຈານ) ເຖິງເລື່ອງຊະຊາຍສຳລັບຂ້າພະເຈົ້າ ແລ້ວຄິດວ່າມັນບໍ່ຊະຊາຍແລ້ວ ມັນເປັນລັກສະນະພະຍາດຊະນິດຫນຶ່ງເມື່ອຮອດລະດູມັນກໍ່ຈະເກີດທັນທີອັນນີ້ບໍ່ແມ່ນເວົ້າໃຫ້ລະບົບຂອງສາສະຫນາເສື່ອມເດີ ແຕ່ເວົ້າເຖິງຜູ້ຄົນທີ່ສວຍໂອກາດຫາກິນນຳວັດນຳວາທີ່ລະໂມບ ໂລພາຕາໃຫຍ່ກວ່າທ້ອງຕີຄ້ອງຫາເງິນ ເອົາຫນ້າພະຫນ້າເພິ່ນມາອ້າງມາອວດ.
ໂອຍເວົ້າຫລາຍຈັກຫນ່ອຍຊິຫາວ່າຜູ້ຂຽນລົບລູ່ອັນນີ້ ຊິຂໍປະກອບສ່ວນໃນສິ່ງທີ່ຕົນໄດ້ພົບມາ ເຊິ່ງມັນແຕກຕ່າງຈາກ 5 ປີ 10 ປີທີ່ຜ່ານມາ ເມື່ອກ່ອນ (ຂໍອະນຸຍາດໃຊ້ສັບທຳມະດາສາມັນກໍ່ແລ້ວກັນ) ຢູ່ໃນສິນກິນໃນທຳ ແຕ່ມາເບິ່ງປະຈຸບັນນີ້ ແມ່ນຢູ່ນອກສິນກິນນອກທຳໄປແລ້ວ.. ເວົ້າເລື່ອງການແຜ່ປັດໄຈສາເນາະຢູ່ບ່ອນຂ້າພະເຈົ້າເຮັດ ວຽກຊອງແຜ່ປັດໄຈມາທຸກອາທິດ ອາທິດຫນຶ່ງບໍ່ຕ່ຳກວ່າ 23 ຊອງ ບາງອາທິດ 56 ຊອງ ອັນນີ້ມັນພິລຶກພິລ້ຳໂພດບໍ່ຮູ້ເລີຍວ່າມາແຕ່ວັດໃດເຄີຍຖາມ 23 ເທື່ອບາງຄົນ ກໍ່ວ່າມາແຕພາກໃຕ້ພຸ້ນພາກກາງວັດໄກໆເຂດຫ່າງໄກສອກຫລີກພຸ້ນແຫລະເຄິຍພົບຄັ້ງຫນຶ່ງລາຍການຂໍແຜ່ປັດໄຈເນື້ອຄວາມຄືກັນຫມົດມີກາຈ້ຳ ແລະ ຊື່ຜູ້ອອກບັດລັກສະນະຂອງບັດຕົວຫນັງສືຄືກັນອ້ອຍຕ້ອຍ ແຕ່ມີອັນປ່ຽນຄື ວັນທີ ແລະ ເດືອນເທົ່ານັ້ນ ປາກົດວ່າພາຍໃນສອງເດືອນໄດ້ແບບນີ້ 4 ຊອງ (ຍັງເກັບໄວ້ຢູ່ເອົາໄວ້ເບິ່ງຊື່ໆ ດອກ) ຢ່າງໃດກໍ່ຕາມທຸກຄັ້ງເຮົາກໍ່ເຮັດດ້ວຍສັດທາທີ່ຫາມາໄດ້ກະບໍ່ໄດ້ວ່າຫຍັງດອກ ຖ້າສັດທານັ້ນໄປຮອດໄປເຖິງຈຸດຫມາຍປາຍທາງຢ້ານແຕ່ມັນໄປຕົກໄປຄ້າງຢູ່ໃນກະເປົ໋າຂອງ ເຈົ້າພາບງາບແບບບໍ່ຢ້ານບາບຢ້ານເວນເຫັນແກ່ໄດ້ຢ່າງດຽວຊັ້ນ..ດ໋ອກເວົ້າລະກະຢາກໃຫ້ມີລະບົບລະບຽບແດ່ກະດີໃດ໋ຄືດັ່ງ ຄໍລຳເວົ້າໄປຫັ້ນແຫລະວັດກໍ່ຂໍ ໃຫ້ຢູ່ວັດຄົນຜູ້ເຂົາມີສັດທາເຂົາຈະໄປຫາເອງ ຖ້າເຂົາບໍ່ມີເວລາເຂົາກໍ່ຂາດສັດທາ.. ກໍ່ມີເທົ່ານີ້ ເອງບໍ່ຕ້ອງອອກໄປບີບບັງຄັບໃຫ້ເຂົາມີສັດທາດອກ! ຖ້າໄປແບບນັ້ນບໍ່ແຕກຕ່າງຫຍັງກັບໄປຂໍຖວາຍທານ (ຂໍທານ) ພຽງແຕ່ເອົາສາສະຫນາໄປນຳພໍຄືໆ ແດ່ໃຫ້ມີຂໍ້ອ້າງບໍ່ໄດ້ຍ່າງມາຄົນດຽວວ່າຊັ້ນສ໋າກະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາກວດມາກາລົງມາແກ້ໄຂບໍ່ແມ່ນມາ ເບິ່ງແລ້ວກະໄປ ສິ່ງທີ່ເວົ້ານີ້ກໍ່ເພື່ອໃຫ້ເຮົາຜູ້ທີ່ມີໃຈໃສສັດທາໃຫ້ເບິ່ງ ແລະ ຊ່ວຍກັນຮັກສາ ເຊິ່ງວັດທະນະ ທຳອັນດີງາມຢ່າໃຫ້ງາມພຽງແຕ່ພາຍນອກເທົ່ານັ້ນ ເອົາລະເວົ້າຫລາຍແລ້ວຄັນເວົ້າໄປກະຊິວ່າເຮົາເວົ້າໄປທາງລົບຫລາຍໂພດ ແຕ່ຍັງມີຫລາຍ ເລື່ອງທີ່ຢາກເວົ້າເຊັ່ນ: ເລື່ອງການໃຊ້ການຫລີ້ນອິນເຕີເນັດນີ້ ແຫລະ ດຽວນີ້ຍິ່ງຮ້າຍມີໂທລະສັບມືຖືທຸກອົງບາງອົງມີຮອດສອງຫນ່ວຍ ສາມຊິມກະມີ..ໂອຍຝາກໄວ້ແດ່ກະແລ້ວກັນວ່າສົມຄວນເວົ້າບໍ່ຖ້າເວົ້າຈະເປັນແນວໃດ ແລະ ຖ້າບໍ່ເວົ້າເດຈະເປັນ ແນວໃດ?
ສຸດທ້າຍກໍ່ຕ້ອງຂໍໂທດຂໍອະໄພ ຖ້າຄຳເວົ້າຄຳວ່າຄຳໃດທີ່ບໍ່ຖືກຕ້ອງ ຫລື ອາດຈະແຕະຕ້ອງຂ້ອງໃຈບາງທ່ານຂ້າພະເຈົ້າບໍ່ມີເຈຕະນາຢ່າງອື່ນນອກຈາກປະກອບຄຳເຫັນເພື່ອໃຫ້ເຮົາຊ່ວຍກັນປ້ອງກັນພະຍາດບໍ່ໃຫ້ແພ່ລາມຈົນຮັກສາບໍ່ໄດ້.
