Social Economic Newspaper Online
ໜ້າຫຼັກ > ສັງຄົມການຄ້າ

ຫລວງຜາຄໍາ ໄດ້ນາມມະຍົດບ້ານພັດທະນາຮອບດ້ານ

Date of News ວັນທີ 14/02/2012 - ເວລາ 02:43:55 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ດອກບານປ່າ

   ພັກ-ລັດຖະບານຍາມໃດກໍ່ຖືເອົາການແກ້ໄຂຄວາມທຸກຍາກ ແລະ ການພັດທະນາຊົນນະບົດຮອບດ້ານເປັນຫນ້າທ່ີຈຸດສຸມຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ແນໃສ່ບັນລຸເປົ້າຫມາຍສະຫະສະວັດດ້ານການພັດທະນາໃນປີ 2015 ພາປະເທດຊາດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

   ເພື່ອໃຫ້ບັນລຸຄາດຫມາຍດັ່ງກ່າວອົງຄະນະພັກເມືອງລອງເວົ້າສະເພາະຄະນະຫນ່ວຍພັກ, ອົງການປົກຄອງແລະປະຊາຊົນບ້ານຫລວງຜາຄຳໄດ້ນຳເອົາເນື້ອໃນຈິດໃຈຂອງຄຳສັ່ງແນະນຳ ເລກທີ 09 ກົມການເມືອງສູນກາງພັກວ່າດ້ວຍການສ້າງບ້ານແລະກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດຫມາຍ  ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຫັນມາເປັນແຜນ ການ, ແຜນງານຈັດຕັ້ງປະຕິບັດໃນຂະບວນການຕົວຈິງຜ່ານການຈັດຕັ້ງປະຕິບັດເຫັນວ່າໄດ້ປະສົບຜົນສຳເລັດ, ປະຊາຊົນມີຢູ່ມີກິນຫລຸດພົ້ນອອກຈາກຄວາມທຸກຍາກຈິ່ງມອບນາມມະຍົດ ໃຫ້ເປັນບ້ານພັດທະນາຮອບດ້ານບ້ານທຳອິດຂອງເມືອງໃນເດືອນພະຈິກປີ 2011.

   ທ່ານ ບຸນຈັນ ນາຍບ້ານໆຫລວງຜາຄຳໄດ້ໃຫ້ຮູ້ວ່າ: ບ້ານຫລວງຜາຄຳໄດ້ສ້າງຕັ້ງຂຶ້ນມາແຕ່ປີ 1965 ໃນເວລານັ້ນໃສ່ຊື່ວ່າ: ບ້ານຫລວງ, ແຕ່ຕໍ່ມາຍ້ອນຖືກສົງຄາມຮຸນແຮງ ແລະ ປະຊາ ຊົນໄດ້ຖືກກວາດລ້າງໄປຕັ້ງຖິ່ນຖານຢູ່ບ້ານນ້ຳຍູ້ເມືອງຫ້ວຍຊາຍ ແຕ່ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍປະຊາຊົນບ້ານຫລວງ ຈິ່ງໄດ້ພ້ອມກັນສະຫມັກໃຈກັບຄືນມາບ້ານເດີມໃນປີ 1975 ແລະ ໄດ້ໃສ່ຊື່ບ້ານວ່າ: ບ້ານຫລວງຜາຄຳຈົນຮອດທຸກວັນນີ້.

   ບ້ານຫລວງຜາຄຳເປັນບ້ານຂອງຊົນເຜົ່າລື້, ມີເນື້ອທີ່ຂອງບ້ານທັງຫມົດ 153,35 ເຮັກຕາ, ມີ 68 ຄົວເຮືອນ 82 ຄອບຄົວມີພົນລະເມືອງທັງຫມົດ 337 ຄົນຍິງ 175 ຄົນ, ອາຊີບຕົ້ນຕໍຂອງ ປະຊາຊົນແມ່ນການປູກຝັງລ້ຽງສັດ ແລະ ການບໍລິການຄ້າຂາຍຕ່າງໆ.

   ການພັດທະນາທາງດ້ານເສດຖະກິດໄດ້ຈັດຕັ້ງກຸ່ມປູກເຂົ້າ 5 ກຸ່ມມີ 82 ຄອບຄົວ, ມີເນື້ອທີ່ນາປີ 58 ເຮັກຕາ, ນາແຊງ 23 ເຮັກຕາ, ຜົນຜະລິດສະເລ່ຍບໍ່ຕ່ຳກວ່າ 3,5 ໂຕນຕໍ່ເຮັກຕາ, ສະ ເລ່ຍເຂົ້າເປືອກຕໍ່ຄົນຕໍ່ປີໄດ້ 839 ກິໂລກຣາມ, ຈັດຕັ້ງກຸ່ມປູກຫມາກນອດເປັນສິນຄ້າ 5 ກຸ່ມມີ 82 ຄອບຄົວມີ 45 ເຮັກຕາສະເລ່ຍຜົນຜະລິດ 2,22 ໂຕນຕໍ່ເຮັກຕາສ້າງລາຍຮັບໄດ້ປີຫນຶ່ງ 80 ລ້ານກີບ, ປູກຫມາກແຕງໂມ, ພືດຜັກຕ່າງໆສ້າງລາຍຮັບໄດ້ 94 ລ້ານກີບ, ການບໍລິການຂົນສົ່ງສ້າງລາຍຮັບໄດ້ 30 ລ້ານກີບ, ຈັດຕັ້ງກຸ່ມລ້ຽງຫມູ 3 ກຸ່ມມີ 30 ຄອບຄົວສ້າງລາຍຮັບໄດ້ປີ ລະ 96 ລ້ານກີບ, ນອກນັ້ນຍັງມີລາຍຮັບຈາກການລ້ຽງສັດຂອງແຕ່ລະຄອບຄົວຈາກການລ້ຽງງົວ, ຄວາຍ, ຫມູ, ສັດປີກໃນແຕ່ລະປີສາມາດສ້າງລາຍຮັບໄດ້ 70 ລ້ານກີບ.

   ພ້ອມດຽວກັນນີ້ຍັງມີການຫາປາ, ເຄື່ອງປ່າຂອງດົງເປັນມູນຄ່າ 6 ລ້ານກີບ, ປູກຢາງພາລາໄດ້ 22.500 ຕົ້ນແຕ່ຍັງບໍ່ທັນ  ໃຫ້ຜົນຜະລິດ, ມີຮ້ານຂາຍເຄື່ອງຍ່ອຍ 3 ຮ້ານສ້າງລາຍຮັບໄດ້ 10 ລ້ານກີບ, ສ້າງກອງທຶນພັດທະນາຂັ້ນບ້ານມີ 1 ກອງທຶນມີສະມາຊິກ 101 ຄົນມີທຶນທັງຫມົດ 89 ລ້ານກີບ, ສະເລ່ຍລາຍຮັບຕໍ່ຄົນຕໍ່ປີໄດ້ 3,3 ລ້ານກວ່າກີບຕໍ່ປີ.

   ບ້ານມີເສັ້ນທາງລົດສະດວກປະຊາຊົນໄດ້ນຳໃຊ້ໄຟຟ້າຖາວອນ 95,55% ຂອງຄົວເຮືອນ, ໄດ້ນຳໃຊ້ລະບົບໂທລະຄົມ ແລະ ການສື່ສານ, ການພັດທະນາທາງດ້ານວັດທະນະທຳ-ສັງຄົມ, ມີໂຮງຮຽນອະນຸບານ 1 ຫ້ອງ, ໂຮງຮຽນປະຖົມ 1 ແຫ່ງມີ 5 ຫ້ອງ, ເດັກໃນເກນອາຍຸຮຽນໄດ້ເຂົ້າໂຮງຮຽນ 100%, ໄດ້ປະກາດບ້ານຈົບຊັ້ນປະຖົມພາກບັງຄັບໃນປີ 2003, ດ້ານສາທາລະ ນະສຸກໄດ້ມີຕູ້ຢາປະຈຳບ້ານ 1 ຕູ້, ສ້າງກອງທຶນຢາ 1 ກອງທຶນ,​ ມີທຶນ3 ລ້ານກີບ, ໄດ້ຊົມໃຊ້ນ້ຳສະອາດແລະວິດຖ່າຍ 100%, ໄດ້ປະກາດຮັບຮອງເປັນບ້ານແບບຢ່າງດ້ານສາທາລະນະ ສຸກໃນວັນທີ 13 ກັນຍາ2010.

   ດ້ານວັດທະນະທຳໄດ້ປົກປັກຮັກສາວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ ແລະ ຂອງເຜົ່າ, ມີຫນ່ວຍວັນນະຄະດີ 1 ຫນ່ວຍ ແລະ ໄດ້ປະກາດຮັບຮອງເປັນບ້ານວັດທະນະທຳ ໃນວັນທີ 21 ມັງກອນ 2002, ນອກຈາກນັ້ນໃນໄລຍະຜ່ານມາອົງການການປົກຄອງບ້ານຍັງໄດ້ຊອກຄົ້ນທຸກແຫລ່ງທຶນເພື່ອນຳມາພັດທະນາບ້ານຂອງຕົນມີທັງຫມົດ 11 ໂຄງການມູນຄ່າ 501 ລ້ານກີບ, ໃນນີ້ທຶນຂອງລັດ 273 ລ້ານກີບ, ທຶນຂອງອົງການຈັດຕັ້ງສາກົນ 89,2 ລ້ານກີບ, ທຶນສົມທົບຂອງປະຊາຊົນປະກອບ 138 ລ້ານກວ່າກີບ, ການພັດທະນາພື້ນຖານໂຄງລ່າງ ແມ່ນໄດ້ສຸມໃສ່ຕັດຜັງບ້ານ, ກໍ່ສ້າງຂົວອູ່, ນ້ຳລິນ, ວິດຖ່າຍ, ການສົ່ງເສີມການປູກຝັງ-ລ້ຽງສັດ ແລະ ອື່ນໆ.

ຂ່າວອື່ນໆໃນໝວດ: ສັງຄົມການຄ້າ
Bullet ຕຸ້ຍມໍເຕີ ຈັດໂປຣໂມເຊິນພິເສດ ສ້າງສາມທາງເລືອກໃຫ້ກັບລູກຄ້າ (30)
Bullet ອຸປະສັກ ແລະ ສິ່ງທ້າທາຍຕໍ່ການນຳເຂົ້າ-ສົ່ງອອກຂອງລາວ (61)
Bullet ປີ 2015 ອັດຕາພາສີຢູ່ຕະຫລາດອາຊຽນຈະເຫລືອ 0% (73)
Bullet ສືບຕໍ່ຈັດຕັ້ງ 66 ໂຄງການການຜະລິດເປັນສິນຄ້າໃນເຂດ 5 ແຂວງພາກກາງ-ໃຕ້ (65)
Bullet ປະຊາຊົນເມືອງນອງເລີ່ມຜະລິດເປັນສິນຄ້າຕາມທິດຂອງລັດ (48)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
13 + 6 =
ເວລາໃນການປະມວນຜົນໜ້າເວັບ: 0.0553 ວິນາທີ.
Powered by iTeen 020 54644729