ຍຸດທະສາດການບໍລິຫານ ຄຸນນະພາບການສົ່ງອອກທີ່ຄວນສຶກສາ
ໂດຍ: ສະຫມານ
ໃນຍຸກຕະຫລາດເປີດ ກວ້າງການບໍລິການຄຸນນະພາບໃນການສົ່ງອອກແມ່ນມີຄວາມສຳຄັນຕ້ອງສ້າງຄວາມຮັບປະກັນທີ່ແນ່ນອນຜ່ານສາມຂະບວນການ ຈິ່ງຈະເປັນການບໍລິຫານ ການບໍລິການສ່ົງອອກທີ່ມີຄຸນນະພາບ.

ໃນບົດສັງລວມຍຸດທະສາດ ການສົ່ງອອກແຫ່ງຊາດ, ກົມນະ ໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການ ຄ້າລະບຸວ່າ: ການບໍລິຫານການບໍລິການສົ່ງອອກທີ່ມີຄຸນ ນະພາບປະຕິບັດ 3 ດ້ານໄປພ້ອມໆກັນຄື ຄວບຄຸມຄຸນນະພາບສິນຄ້າແບບສະເຫມີຕົ້ນສະເຫມີປາຍໃນໄລ ຍະຍາວ, ການບໍລິການ ການສ່ົງ ອອກ, ປ້ອງກັນບໍ່ໃຫ້ເກີດກໍລະນີສິນຄ້າປົນ ເປື້ອນ ຫລື ຂາດມາດຕະຖານໃດຫນຶ່ງ ເຊິ່ງທຳລາຍສຸ ຂະພາບຂອງຜູ້ບໍລິໂພກ.
ຂະບວນການສ່ົງສິນຄ້າ ອອກກວມລວມຫລາຍພາກ ສ່ວນ ໂດຍສະເພາະການບໍລິການ ເອກະສານສົ່ງອອກ, ລະບົບຂົນ ສົ່ງ, ການເກັບລາຍໄດ້ເຂົ້າງົບປະມານຈາກທຸລະກິດທີ່ສົ່ງສິນ ຄ້າໄປຕ່າງປະເທດ, ການອອກໃບ ຢັ້ງຢືນມາດຕະຖານສິນຄ້າ (ISO) ໃນລະດັບຕ່າງໆ (ລະ ດັບໂຮງງານ, ລະດັບຊາດ, ລະ ດັບພາກພື້ນ ແລະ ລະດັບໂລກ), ການກັກກັນ, ສຸກຂະນາ ໄມພືດ ແລະ ສັດ (SPS).
ຖ້າຫນ່ວຍງານບໍລິຫານທັງ ຫລາຍຫາກເຮັດວຽກບໍ່ໄປຕາມ ລວງດຽວກັນ, ບໍ່ເປັນລະບົບຄົບ ຊຸດການສົ່ງອອກຈະບໍ່ມີຄຸນນະພາບເຮັດໃຫ້ສິນຄ້າໄປເຖິງມືຜູ້ ຊົມໃຊ້ຊັກຊ້າ, ກໍລະນີ ນີ້ຜູ້ສ່ົງຈະ ຖືກປັບໃຫມ ຫລື ສິນຄ້າຖືກສົ່ງ ກັບຄືນຍ້ອນຜິດສັນຍາ, ອີກປະ ການຫນຶ່ງ ຖ້າອົງການຢັ້ງຢືນຄຸນ ນະພາບມາດຕະຖານສິນຄ້າບໍ່ ແຂງແຮງຂາດເຄື່ອງມືທີ່ທັນສະໄຫມກໍ່ຈະ ເຮັດໃຫ້ການກວດຄຸນນະພາບບໍ່ມີປະສິດທິຜົນ.
ຂະນະດຽວກັນຕ້ອງກຳນົດ ນະໂຍບາຍການສົ່ງສິນຄ້າອອກຈາກປະເທດຢ່າງຈະແຈ້ງ, ກະທັດຮັດ, ພາກລັດຕ້ອງບໍລິການຜ່ານປະຕູດຽວ ເພື່ອເຮັດໃຫ້ເວລາສັ້ນລົງ; ການສ້າງມາດຕະ ຖານຕ້ອງເຮັດຢູ່ກັບໂຮງງານ ທຸກຂອດການຜະລິດຕ້ອງຄຳນຶງເຖິງຄວາມປອດໄພຂອງຜູ້ບໍລິ ໂພກກໍ່ຄື ຕົນເອງ, ຈັດສັນງົບປະມານທີ່ເຫມາະສົມ ເພື່ອຍົກລະ ດັບເຕັກນິກວິຊາການໃນ ໂຮງງານ, ນຳໃຊ້ເຕັກໂນໂລຊີທັນສະໄຫມ ເພື່ອຜະລິດສິນຄ້າໄດ້ມາດຕະຖານ, ເພີ່ມທະວີການໂຄສະນາ ເພື່ອການຊົມໃຊ້ທີ່ມີຄຸນນະ ພາບຕາມສິນຄ້າ.
ໃນວົງການທຸລະກິດການຄ້າ ແລະ ການສົ່ງອອກສິນຄ້ານັ້ນການມີສິນຄ້າຄຸນນະພາບສູງ, ມີທ່າໄດ້ປຽບທາງດ້ານລາຄາ ແລະ ຂໍ້ມູນຂ່າວສານພຽງຢ່າງດຽວຍັງບໍ່ທັນພຽງພໍ, ຜູ້ບໍລິຫານ ທຸລະກິດສົ່ງອອກຍັງຕ້ອງປະກອບຄຸນສົມບັດດ້ານອື່ນໆເຊັ່ນ: ພາສາອັງກິດ ຫລື ພາສາຂອງ ປະເທດຄູ່ຄ້າຂາຍນຳກັນ, ສິລະ ປະໃນການເຈລະຈາ, ການບໍລິຫານຈັດການພາຍໃນຫົວ ຫນ່ວຍທຸລະກິດ, ການສື່ສານ, ພົວພັນ ຕິດຕໍ່ໃນລະດັບຕ່າງໆ ແລະ ມີ ບຸກ ຂະລິກະພາບ ຈິ່ງຈະເຮັດໃຫ້ມີຄວາມໄດ້ປຽບຫລາຍຂຶ້ນໃນດ້ານທຸລະກິດການຄ້າ ແລະ ການສົ່ງອອກທີ່ມີ ຄຸນນະພາບ.
