ຕະຫລາດສາກົນຕ້ອງການກາເຟຈາກລາວຫລາຍຂຶ້ນ ແຕ່ສະຫນອງບໍ່ພໍ
ໂດຍ: ສະຫມານ
ບັນດາປະເທດສະຫະພາບເອີຣົບ, ອາຊີ, ສະຫະລັດມີຄວາມສົນໃຈກາເຟທີ່ຜະລິດຈາກລາວເນື່ອງຈາກພົບວ່າກາເຟລາວເປັນກາເຟປອດສານພິດປາສະ ຈາກສານເຄມີຈິ່ງຢາກຊື້ກາເຟຈາກລາວຫລາຍຂຶ້ນ, ປະທານສະມາຄົມເຜີຍການຜະລິດພາຍໃນມີຫນ້ອຍບໍ່ສາມາດສະຫນອງຕະຫລາດເຫລົ່ານັ້ນໄດ້ຕາມ ຄວາມຕ້ອງການ.
ທ່ານ ສີຫນຸກ ສີສົມບັດ ປະທານສະມາຄົມກາເຟລາວ, ເຈົ້າຂອງຜະລິດຕະພັນກາເຟສີຫນຸກກ່າວຕໍ່ນັກຂ່າວຫນັງສືພິມເສດຖະກິດ-ສັງຄົມພວກເຮົາວ່າ: ສປປລາວເປັນຫນຶ່ງໃນ 50 ປະ ເທດທີ່ຜະລິດກາເຟສົ່ງອອກ, ເຊິ່ງກາເຟລາວກໍ່ຖືກຂະຫນານນາມໃນຕະຫລາດກາເຟ(ຄໍດື່ມກາເຟ) ຕ່າງປະເທດວ່າເປັນກາເຟດີ, ລົດຊາດແຊບຈິ່ງເຮັດໃຫ້ຕະຫລາດມີຄວາມຮຽກຮ້ອງຕ້ອງ ການຫລາຍແສນໂຕນຕໍ່ປີແຕ່ວ່າລາວເຮົາຍັງບໍ່ສາມາດສະຫນອງໄດ້ເນື່ອງຈາກວ່າກາເຟເປັນພືດທີ່ຕ້ອງການຄວາມຊຸ່ມຊື່ນ ແລະ ເຢັນ, ສະນັ້ນອີງໃສ່ພູມສັນຖານຂອງລາວແລ້ວເຫັນວ່າມີແຕ່ ເຂດພູພຽງບໍລະເວນ, ປາກຊ່ອງແຂວງຈຳປາສັກເທົ່ານັ້ນທີ່ສາມາດປູກກາເຟໄດ້, ສະນັ້ນການຜະລິດກາເຟຂອງລາວໃນແຕ່ລະປີໄດ້ພຽງແຕ່ 15-20 ພັນໂຕນຕໍ່ປີເທ່ົານັ້ນຖ້າທຽບໃສ່ຕະ ຫລາດແລ້ວເຫັນວ່າແຕກຕ່າງກັນຫລາຍແລະທຽບການສົ່ງອອກກາເຟລາວໃສ່ການສົ່ງອອກກາເຟ ສສ ຫວຽດນາມ ແລ້ວຍັງຫ່າງກັນຫລາຍເພາະວ່າ ສສ ຫວຽດນາມສົ່ງອອກກາເຟຮອງ ຈາກປະເທດເບຣຊິນ ທີ່ສົ່ງອອກກາເຟອັນດັບຫນຶ່ງຂອງໂລກ.
ຢ່າງໃດກໍ່ຕາມກາເຟລາວເປັນກາເຟດີ, ມີຊື່ສຽງພໍສົມຄວນໃນຕະຫລາດອີຢູ, ຍີ່ປຸ່ນ, ສະຫະລັດ... ເພາະເປັນກາເຟທີ່ຜະລິດຈາກທຳມະຊາດປອດສານພິດ ຈິ່ງເຮັດໃຫ້ຜູ້ທີ່ດື່ມກາເຟລາວ ໃນຫລາຍປະເທດຍອມຮັບລົດຊາດ.
ສອງສາມປີຜ່ານມາເນື້ອທີ່ປູກກາເຟບໍ່ຂະຫຍາຍຕົວເທົ່າທີ່ຄວນຍ້ອນຊາວສວນກາເຟໄດ້ປັບປ່ຽນການປູກກາເຟອາວູສະຕາມາປູກອາກາບີກາຫລາຍຂຶ້ນຍ້ອນລາຄາດີກວ່າ, ທ່າອຽງໃນ ອະນາຄົດລາຄາຈະສູງຂຶ້ນເລື້ອຍໆ ແລະ ຈະສົ່ງຜົນດີໃຫ້ມູນຄ່າການສົ່ງອອກກາເຟສູງຂຶ້ນ, ຈາກການຫັນປ່ຽນດັ່ງກ່າວເນື້ອທີ່ປູກກາເຟຈິ່ງບໍ່ຂະຫຍາຍຕົວໃນແຕ່ລະປີ.
ທ່ານ ສີຫນຸກ ສີສົມບັດ ເປີດເຜີຍອີກວ່າ: ກາເຟສີຫນຸກກໍ່ແມ່ນຫນຶ່ງໃນກາເຟທີ່ສົ່ງອອກຕ່າງປະເທດໂດຍສະເພາະແມ່ນເນັ້ນໃສ່ຕະຫລາດອີຢູ ແລະ ປະເທດອື່ນໆອີກ ແລະ ສາມາດແຂ່ງ ຂັນ ໄດ້ໃນຕະຫລາດຕ່າງປະເທດ, ເຖິງແມ່ນວ່າຈະມີຄວາມເສຍປຽບຫລາຍຢ່າງກໍ່ຕາມແຕ່ຜູ້ບໍລິໂພກກໍ່ຍັງຮຽກຮ້ອງຕ້ອງການພໍສົມຄວນຍ້ອນກາເຟສີຫນຸກໄດ້ຮັບການຮັບຮອງຢັ້ງຢືນວ່າ: ເປັນກາເຟອິນຊີປອດສານພິດຈາກອີຢູ ແລະ ໄດ້ຮັບຮອງຢັ້ງຢືນເປັນກາເຟອິນຊີປອດສານພິດ ແລະ ໂຮງງານກາເຟອິນຊີປອດສານພິດປະຈຳປີ 2009 ແລະ 2010 ຕິດຕໍ່ກັນຈາກກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້.
