ລາວ-ອິນໂດໄຊນາ ມີສັນຍາຊື້-ຂາຍແປ້ງມັນກັບລູກຄ້າຈີນ 3 ແສນກວ່າໂຕນ
ໂດຍ: ສະຫມານ
ລາວ-ອິນໂດໄຊນາເປັນຫນຶ່ງໃນບໍລິສັດທີ່ປະສົບຜົນສຳເລັດໃນການຜະລິດແປ້ງມັນຕົ້ນ ສົ່ງໄປຕະຫລາດຈີນ, ຫລາຍບໍລິສັດສົນໃຈຢາກເປັນລູກຄ້າ, ສ່ວນ ຜ່ານມາມີສັນຍາຊື້-ຂາຍແລ້ວ 3 ແສນກວ່າໂຕນ.
ທ່ານ ແສງມາລີ ແສງວັດທະນາ ປະທານສະພາບໍລິຫານບໍລິສັດລາວ-ອິນໂດໄຊນາກຣຸບມະຫາຊົນເປີດເຜີຍຕໍ່ສື່ມວນຊົນວ່າ: ຈີນເປັນຕະຫລາດຫລັກໃນການສົ່ງອອກ, ເພາະຕະຫລາດນີ້ ເປັນຕະຫລາດໃຫຍ່ຄວາມຕ້ອງການຊົມໃຊ້ເຂົ້າໃນຂະແຫນງອຸດສາຫະກຳປຸງແຕ່ງອາຫານສູງ, ໃນແຕ່ລະປີຈີນນຳເຂົ້າແປ້ງມັນຕົ້ນຈາກຕ່າງປະເທດຫລາຍລ້ານໂຕນສະນັ້ນ ຈິ່ງເປັນຜົນດີຕໍ່ “ການສົ່ງອອກແປ້ງຂອງບໍລິສັດ.
ຈາກການສົ່ງອອກພົບວ່າລູກຄ້າໃນຕະຫລາດນີ້ມີຄວາມສົນໃຈເປັນຢ່າງດີ, ຫລາຍບໍລິສັດຈີນສົນໃຈຢາກເປັນລູກຄ້າແຕ່ບໍລິສັດກໍ່ໄດ້ເລືອກເຟັ້ນບໍລິສັດດີໆຫນ້າເຊື່ອຖືຈິ່ງຕົກລົງຊື້-ຂາຍ ຮ່ວມກັນ, ຜ່ານມາໄດ້ມີການເຊັນສັນຍາຊື້-ຂາຍແປ້ງມັນຕົ້ນກັບລູກຄ້າຈີນ 3 ແສນກວ່າໂຕນຕໍ່ປີ. ຂະນະທີ່ການສະຫນອງ ແປ້ງມັນຕົ້ນກັບລູກຄ້າເຫລົ່ານັ້ນໄດ້ພຽງ 20% ເນື່ອງຈາກຄວາມ ສາມາດໃນການຜະລິດແປ້ງຂອງໂຮງງານມີຈຳກັດ ແລະ ຫນ້ອຍກວ່າເມື່ອທຽບກັບຄວາມຕ້ອງການຕົວຈິງຂະນະດຽວການຜະລິດຍັງເຮັດໄດ້ຕາມແຜນ, ເນື່ອງຈາກວັດຖຸດິບສະຫນອງໃຫ້ ໂຮງງານເພື່ອຜະລິດແປ້ງຍັງມີຫນ້ອຍພ້ອມນັ້ນບາງຄອບຄົວຍັງມີການລັກຊື້ລັກຂາຍໃຫ້ບໍລິສັດອື່ນ, ສະນັ້ນຈິ່ງເຮັດໃຫ້ການສົ່ງອອກແປ້ງມັນໃຫ້ລູກຄ້າໄດ້ພຽງ 20% ຂອງສັນຍາການຊື້- ຂາຍ.
ແນວໃດກໍ່ຕາມເພື່ອມີວັດຖຸດິບສະຫນອງໃຫ້ແກ່ການຜະລິດແປ້ງຢ່າງພຽງພໍ, ບໍລິສັດພ້ອມຈະຂະຫຍາຍເນື້ອທີ່ປູກມັນຕົ້ນໃຫ້ໄດ້ 10 ພັນກວ່າເຮັກຕາໃນສອງສາມປີຂ້າງຫນ້າ ເຊິ່ງປະຈຸ ບັນເນື້ອທີ່ມັນຕົ້ນຂອງບໍລິສັດມີພຽງແຕ່ 7.689 ເຮັກຕາໃນນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊກວມເອົາ 14 ເມືອງ, 171 ຫມູ່ບ້ານ, ມີຜູ້ປູກ 2.713 ຄອບຄົວ.
ຂະນະດຽວກັນກໍ່ມີການສະເຫນີຂໍສຳປະທານດິນລັດປະມານ 15 ພັນເຮັກຕາເພື່ອເປັນສວນສາທິດປູກມັນຕົ້ນໃຫ້ປະຊາຊົນມາຖອດຖອນບົດຮຽນໃນການປູກຈາກບໍລິສັດເປົ້າຫມາຍກໍ່ຄື ການຂະຫຍາຍເນື້ອທີ່ມັນຕົ້ນອອກໃຫ້ຫລາຍຂຶ້ນເພື່ອເປັນພື້ນຖານໃຫ້ວັດຖຸດິບມີພຽງພໍສຳລັບການຜະລິດແປ້ງ.
ທັງນີ້ແມ່ນກຽມມັນຕົ້ນດິບຮອງຮັບໃສ່ໂຮງງານແຫ່ງທີສອງຈະເກີດຂຶ້ນຢູ່ແຂວງບໍລິຄຳໄຊເຊິ່ງຂະນະນີ້ກຳລັງກໍ່ສ້າງຄາດທ້າຍປີ 2012 ຈະສຳເລັດແລະຈະເຮັດໃຫ້ຄວາມຕ້ອງການວັດຖຸດິບ ສູງຂຶ້ນຈາກປະຈຸບັນເທົ່າຕົວຖືເປັນບົດທົດສອບອີກບົດຫນຶ່ງໃນການປຸກລະດົມປະຊາຊົນປູກມັນຕົ້ນໃຫ້ຫລາຍຕອບສະຫນອງໄດ້ ແລະ ມີສິນຄ້າສົ່ງ ປ້ອນຕະຫລາດຫລາຍທີ່ສຸດ.
