Social Economic Newspaper Online
ໜ້າຫຼັກ > ສັງຄົມການຄ້າ

2015 ປະຊາຊົນບ້ານໃຫຍ່ພັດທະນາເກິ່ງເກົ່າຈະມີລາຍຮັບ 1.500 ໂດລາ

Date of News ວັນທີ 23/01/2012 - ເວລາ 16:30:13 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ບຸນທຽມ
ບ້ານໃຫຍ່ພັດທະນານ້ຳເກິ່ງເກົ່າ ເມືອງຕົ້ນເຜິ້ງ  ແຂວງບໍ່ແກ້ວຕັ້ງເປົ້າຮອດປີ 2015 ຈັງຫວະການຂະຫຍາຍຕົວເສດຖະກິດ 9,5% ຕໍ່ປີ, ດ້ານລາຍ ຮັບປະຊາຊົນສະເລ່ຍຕໍ່ຫົວຄົນ 1.500 ໂດລາສະຫະລັດ, ເອົາການປູກຝັງ ແລະ ລ້ຽງສັດເປັນຫລັກເສດຖະກິດຕົ້ນຕໍ ຮອງລົງມາແມ່ນການປູກໄມ້ອຸດສາຫະກຳ .


ທ່ານ ອິນແກ້ວ ສໍຍະວົງ  ເລຂາຄະນະພັກຮາກຖານບ້ານໃຫຍ່ພັດທະນານ້ຳເກິ່ງເກົ່າໄດ້ລາຍງານວ່າ: ບ້ານໃຫຍ່ພັດທະນານ້ຳເກິ່ງເກົ່າທິດເຫນືອຕິດກັບ ເມືອງເມິງ ທິດໃຕ້ຕິດກັບແມ່ນ້ຳ ຂອງທິດຕາເວັນອອກຕິດກັບກຸ່ມ ບ້ານນ້ຳຍອນ ເມືອງຫ້ວຍຊາຍ  ທິດຕາເວັນຕົກຕິດກັບບ້ານສີດອນໄຊ ປະກອບມີ 521 ຄອບ ຄົວພົນລະເມືອງ 1.908 ຄົນ ອາຊີບຕົ້ນຕໍເຮັດກະສິກຳ ປູກເຂົ້າ ປູກພືດສາລີກວມ 98%  ເຮັດ ການບໍລິການຄ້າຂາຍຍ່ອຍ ແລະຫັດຖະກຳ 2% ຂອງພົນລະເມືອງທັງຫມົດ.
  ທ່ານ ອິນແກ້ວ ສໍຍະວົງ ກ່າວຕື່ມວ່າ: ນັບແຕ່ປີ 2005 ບ້ານ ໃຫຍ່ພັດທະນານ້ຳເກິ່ງເກົ່າເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ  ໄດ້ສຸມໃສ່ການຈັດຕັ້ງປະຕິບັດຕາມແຜນພັດທະນາບ້ານເຮັດ ໃຫ້ເສດຖະກິດຂອງບ້ານໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະແດງ ອອກຍອດຜະລິດຕະພັນພາຍໃນ   ( GDP )  ໃນສົກປີ  2010 – 2011 ການຂະຫຍາຍຕົວເສດຖະກິດໃນລະ ດັບ 8,5% ຕໍ່ປີ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 9.320.000 ກີບ ຫລື ປະມານ 1.165 ໂດລາສະຫະລັດຕໍ່ຄົນຕໍ່ ປີ  ຖ້າທຽບໃສ່ປີ 2006 ຄືນ ຫລັງເພີ່ມຂຶ້ນ 495 ໂດລາສະຫະ ລັດເທົ່າກັບ 73,88%.
  ແນວໃດກໍ່ດີ ໃນຊຸມປີຕໍ່ຫນ້າ ແຕ່ນີ້ຫາປີ  2015 ຈະສູ້ຊົນສ້າງໃຫ້ບ້ານກາຍເປັນຕົວເມືອງນ້ອຍໃນຊົນນະບົດ ເພື່ອເຮັດໃຫ້ວຽກ ງານເສດຖະກິດຂອງບ້ານມີການຂະຫຍາຍຕົວຢ່າງຕໍ່ ເນື່ອງສະເລ່ຍບໍ່ໃຫ້ຫລຸດ 9,5% ຕໍ່ປີ ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.500  ໂດລາສະຫະລັດ ໃນປີ 2015 ໂດຍຍຶດຖືກະສິກຳເປັນແຮງຍູ້ເປັນຕົ້ນ:ເລັງໃສ່ການປູກເຂົ້າຂະຫຍາຍເນື້ອທີ່ນາ ປີ ເພີ່ມ, ເນື້ອທີ່ນາແຊງໃຫ້ບັນລຸ  85% ຂອງເນື້ອທີ່ນາທັງຫມົດ  ຍົກສູງສະມັດຖະພາບແນວພັນ ເຂົ້າຄຽງຄູ່ກັບການປັບປຸງກໍ່ສ້າງລະບົບຊົນລະປະທານ   ເພື່ອຮັບປະກັນສະຫນອງ ນ້ຳ ໃຫ້ພຽງພໍ ສະເລ່ຍເຂົ້າກິນຕໍ່ຫົວຄົນບໍ່ໃຫ້ ຫລຸດ 1.520 ກິໂລຕໍ່ຄົນຕໍ່ປີ,  ສົ່ງເສີມການປູກສາລີ, ລ້ຽງສັດ, ກ້ວຍຫອມ ແລະ ພືດຕະກູນຖົ່ວ ເປັນສິນຄ້າ, ຊຸກຍູ້ຂະຫຍາຍຕາງຫນ່າງການ ລ້ຽງສັດໃຫ້ກວ້າງອອກໂດຍມີການລ້ຽງແບບເປັນກຸ່ມ, ເປັນຟາມ, ສົ່ງເສີມການປູກໄມ້ອຸດສາຫະກຳເຊັ່ນ: ການປູກຢາງພາລາ, ເປືອກບົງໃຫ້ເພີ່ມຂຶ້ນ 4% ຕໍ່ປີ ການປູກຫມາກກ້ຽງນ້ອຍ ເປັນສິນຄ້າໃຫ້ເພີ່ມຂຶ້ນ6% ຕໍ່ປີ.
  ເຖິງຢ່າງໃດກໍ່ຕາມ ໃນຕໍ່ຫນ້າ ບ້ານໃຫຍ່ພັດທະນານ້ຳເກິ່ງເກົ່າ  ຍັງຈະໄດ້ສຸມໃສ່ວຽກງານຕ່າງໆເພື່ອໃຫ້ບັນລຸຄາດຫມາຍທີ່ວາງ ໄວ້  ພ້ອມທັງສຸມໃສ່ການຈັດຕັ້ງປະຕິບັດຕາມຄາດ ຫມາຍ 4 ບຸກທະລຸທີ່ກຳນົດໄວ້ໃນມະຕິກອງ ປະຊຸມໃຫຍ່ຄັ້ງທີ IX  ຂອງພັກ ວາງອອກ ພ້ອມທັງສືບຕໍ່ສົມທົບ ກັບບັນດາຂະແຫນງການທີ່ ກ່ຽວຂ້ອງຂອງແຂວງ ເມືອງກຳນົດແຜນ ການໂຄງການພັດທະ ນາບ້ານຕາມ 4 ເນື້ອໃນ 4 ຄາດຫມາຍ  ທ່ານ ອິນແກ້ວ ສໍຍະວົງ  ກ່າວຕໍ່ກອງວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນະ                           ຊົນນະບົດຮອບດ້ານທົ່ວປະເທດຄັ້ງທີ III.

ຂ່າວອື່ນໆໃນໝວດ: ສັງຄົມການຄ້າ
Bullet ຕຸ້ຍມໍເຕີ ຈັດໂປຣໂມເຊິນພິເສດ ສ້າງສາມທາງເລືອກໃຫ້ກັບລູກຄ້າ (31)
Bullet ອຸປະສັກ ແລະ ສິ່ງທ້າທາຍຕໍ່ການນຳເຂົ້າ-ສົ່ງອອກຂອງລາວ (61)
Bullet ປີ 2015 ອັດຕາພາສີຢູ່ຕະຫລາດອາຊຽນຈະເຫລືອ 0% (73)
Bullet ສືບຕໍ່ຈັດຕັ້ງ 66 ໂຄງການການຜະລິດເປັນສິນຄ້າໃນເຂດ 5 ແຂວງພາກກາງ-ໃຕ້ (66)
Bullet ປະຊາຊົນເມືອງນອງເລີ່ມຜະລິດເປັນສິນຄ້າຕາມທິດຂອງລັດ (48)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
19 + 10 =
ເວລາໃນການປະມວນຜົນໜ້າເວັບ: 0.0555 ວິນາທີ.
Powered by iTeen 020 54644729