ຫລວງພະບາງ ເນັ້ນພັດທະນາທ່ອງທ່ຽວ ເປັນລາຍຮັບອັນດັບຕົ້ນ
ໂດຍ: ສຸລິນ
ແຂວງຫລວງພະບາງຂຶ້ນຊື່ເມືອງມໍລະດົກໂລກທີ່ມີນັກທ່ອງທ່ຽວເຂົ້າມາແວ່ມີລັກສະນະເພີ່ມຂຶ້ນທຸກໆປີ. ສົກແລ້ວມີ 52 ໂຄງການລວມມູນຄ່າ 58 ກວ່າ ລ້ານໂດລາສະຫະລັດ ເຂົ້າມາລົງທຶນໃສ່ຂະແຫນງບໍລິການຫລັງແນມເຫັນຕະຫລາດໃນອະນາຄົດສົດໃສ.

ອີງຕາມແຜນງານກໍ່ສ້າງຮາກຖານ ແລະ ພັດທະນາຊົນລະບົດຮອບດ້ານທົ່ວແຂວງຄັ້ງທີ III ແຂວງຫລວງພະບາງທີ່ມີທ່າແຮງທາງດ້ານແຫລ່ງທ່ຽວເປັນກຳລັງຊັບເປີດໂອກາດໃຫ້ນັກລົງ ທຶນແບບບໍ່ຈຳແນກອັນໄດ້ສ້າງບັນຍາກາດການລົງທຶນຄຶກຄື້ນມີນັກທຸລະກິດເອກະຊົນທັງພາຍໃນ ແລະ ຕ່າງຊາດແຫ່ເຂົ້າມາໃສ່ຂະແຫນງບໍລິການເຮືອນພັກ, ໂຮງແຮມລວມມູນຄ່າເຖິງ 58 ກວ່າດ້ານໂດລາສະຫະລັດສາມາດຮອງຮັບນັກທ່ອງທ່ຽວໄດ້ບໍ່ຕ່ຳກວ່າ 4.000 ຄົນ.
ທ່ານ ດຣ. ຄຳແພງໄ ຊສົມ ແພງເຈົ້າແຂວງຫລວງພະບາງໃຫ້ຮູ້ວ່າ: ໃນປີ 2010 ມີນັກທ່ອງທ່ຽວເຂົ້າມາຫລາຍເຖິງ 1.894.542 ຄົນເປັນຄົນຕ່າງປະເທດ 274.506 ຄົນສ້າງລາຍຮັບແກ່ ປະຊາຊົນປະມານ 164,7 ດ້ານໂດລາສະຫະລັດ.
ຈາກທ່າແຮງບົ່ມຊ້ອນທີ່ມີຢູ່ຫລວງພະບາງຈະເລ່ງພັດທະນາເສັ້ນທາງຈາກສະຖານທີ່ເມືອງມໍລະດົກໂລກໄປສູ່ບັນດາຕົວເມືອງຂຶ້ນໄປທາງພາກເຫນືອ ແລະ ຊາຍແດນຕິດຈອດເພື່ອເປັນ ການສ້າງບັນຍາກາດດຶງດູດນັກທ່ອງທ່ຽວບໍ່ໃຫ້ຫນ້າເບື່ອ.
ພ້ອມດຽວກັນນີ້ຍັງຈະມີການພັດທະນາສະຫນາມບິນໃຫ້ສາມາດຮອງຮັບເຮືອບິນໄດ້ຫລາຍຂຶ້ນກວ່າເກົ່າ.
ຄຽງຄູ່ກັບການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນແຕ່ລະປີແຜນພັດທະນາຂອງແຂວງຫລວງພະບາງຍັງໄດ້ມີການສົ່ງເສີມໃຫ້ປະຊາຊົນໃນເຂດພື້ນທີ່ທ່ອງທ່ຽວຕາມເມືອງຕ່າງໆຫັນມາປູກ ພືດ, ສາລີ, ຕົ້ນໄມ້ກິນຫມາກແລະລ້ຽງສັດເປັນອາຊີບຫມັ້ນຄົງແກ້ໄຂຄວາມທຸກຍາກເພື່ອປ່ຽນແທນການຖາງປ່າເຮັດໄຮ່ແບບຊະຊາຍຈາກທີ່ເຄີຍມີມາຕາມເຂດສອກຫລີກຫ່າງໄກຕົວເມືອງ.
ທ່ານ ດຣ. ຄຳແພງ ເນັ້ນວ່າ: ອີກ 4 ປີຕໍ່ຫນ້າຫລວງພະບາງຈະສູ້ຊົນພະຍາຍາມຫລຸດອັດຕາຄອບຄົວທຸກຍາກໃຫ້ເຫລືອ 10% ຂອງຈຳນວນຄອບຄົວທຸກຍາກທັງຫມົດ 13.237 ຄອບ ຄົວ, ໂດຍຈະລະດົມປະຊາຊົນເຂດຫ່າງໄກສອກຫລີກປູກພືດຜັກປອດສານພິດ, ຕົ້ນໄມ້ໃຫ້ຫມາກໄລຍະສັ້ນຫາຍາກ ແລະ ລ້ຽງງົວ, ຄວາຍ, ແບ້. ກ່ອນຈະສ້າງຖະຫນົນຫົນທາງເຂົ້າຫາເຂດ ກັນດານເພື່ອສົ່ງເສີມສິນຄ້າ.
ຄາດໃນປີ 2015 ຈະສ້າງເມືອງມໍລະດົກໃຫ້ເປັນຕົວເມືອງສີຂຽວ, ສະອາດ, ສະຫງົບກາຍເປັນສະຖານທີ່ພັກຜ່ອນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດສາມາດດຶງດູດເອົານັກ ທ່ອງທ່ຽວເຂົ້າມາຊົມໃຫ້ໄດ້ 500.000 ຄົນຫລາຍກວ່າປີ 2010 ເກືອບເຄິ່ງ.
ຢ່າງໃດກໍ່ດີຈະສົ່ງເສີມພາກການລົງທຶນໃນຂົງເຂດການທ່ອງທ່ຽວ, ການບໍລິການ ແລະ ການຜະລິດສິນຄ້າໃຫ້ຖືກຕ້ອງຕາມກົດຫມາຍຂອງ ສປປ ລາວໃຫ້ບັນລຸ 100 ດ້ານໂດລາສະຫະ ລັດໃນປີ 2015 ໂດຍຂົງເຂດກະສີກຳກວມ 45%, ອຸດສາຫະກຳ 27%, ສ່ວນການບໍລິການ ແລະ ທ່ອງທ່ຽວກວມ 28% ຂອງເສດຖະກິດມະຫາພາກ.
