ໂຮງຫມໍ 250 ຕຽງຍຶດເວລາກໍ່ສ້າງຕື່ມ, ແຕ່ຫ້ອງນອນຫລຸດ
ໂດຍ: ສຸລິນ
ໂຄງການສ້າງໂຮງຫມໍ 250 ຕຽງຕ້ອງຫລຸດລົງມາເຫລືອພຽງ 125 ຕຽງເທົ່ານັ້ນ ເນື່ອງຈາກການຂໍອະນຸມັດພື້ນທີ່ການປຸກສ້າງຕ້ອງໃຊ້ເວລາຫລາຍກວ່າກຳນົດ ເຜີຍໂຄງການດັ່ງ ກ່າວບໍ່ກະທົບຕໍ່ເຂດໃກ້ຄຽງເພາະມີລະບົບປ້ອງກັນທີ່ໄດ້ມາດຖານ ປະຈຸບັນເຫລືອພຽງບາງຂອດທີ່ລໍຖ້າລັດສະຫນອງ.

ໂຄງການກໍ່ສ້າງໂຮງຫມໍ 250 ຕຽງທີ່ເປັນການລົງທຶນຂອງນັກທຸລະກິດພາຍໃນຖືຮຸ້ນ 70% ກັບມາເລເຊຍມີມູນຄ່າສູງ 30 ລ້ານໂດລາສະຫະລັດທີ່ຄາດ ວ່າຈະເສີມປຸກສ້າງມາແຕ່ກາງ ປີກາຍ ຕ້ອງໄດ້ແກ່ຍາວເວລາມາ ເຖິງປະຈຸບັນ ແລະ ຍັງບໍ່ຮູ້ວ່າໂຄງການ ດັ່ງກ່າວ ຈະເກີດໄດ້ ຫລື ບໍ່ ເນື່ອງຈາກນັກລົງທຶນຊາວຕ່າງຊາດຖອດໃຈ ແຕ່ດ້ານນັກລົງທຶນຄົນລາວຍັງສຶບຕໍ່ ດີນຫນ້າເຈລະຈາຂໍນະໂຍບາຍຈາກ ພາກລັດ ເພື່ອເອື້ອອຳນວຍຕໍ່ການລົງທຶນ.
ທ່ານ ນາງ ວາລີ ເວດຊະພົງ ເຈົ້າຂອງໂຄງການໂຮງຫມໍ 250 ຕຽງໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ໂຮງຫມໍທີ່ມີຈຸດຕັ້ງຢູ່ເຂດບ້ານ ດົງນາທອງ ເມືອງສີໂຄດຕະບອງໃກ້ກັບສະຫນາມບິນມີ ມູນຄ່າກໍ່ສ້າງສູງ ເຖິງ 30 ລ້ານໂດລາສະຫະລັດ ນັກທຸລະກິດມາເລ ເຊຍຖືຮຸ້ນ 30% ຕາມການກຳນົດເບື້ອງຕົ້ນຄາດວ່າ ໂຮງຫມໍແຫ່ງນີ້ ຈະເລີ່ມການກໍ່ສ້າງປະມານກາງປີຜ່ານມາຈົນ ມາເຖິງ ປະຈຸບັນ ໂຄງການດັ່ງກ່າວໄດ້ຫລຸດຈຳນວນຫ້ອງເຫລືອພຽງ 125 ຕຽງເທົ່ານັ້ນ ເພື່ອໃຫ້ເຫມາະສົມກັບສະພາບຕົວຈິງຂອງພື້ນທີ່ ແລະ ກຳລັງທຶນ.
ສາເຫດທີ່ເຮັດໃຫ້ໂຄງການໂຮງຫມໍ 250 ຕຽງໃຫຍ່ທີ່ສຸດໃນປະເທດຕ້ອງຊັກຊ້າຍ້ອນວ່າ: ທີ່ດິນເຂດນີ້ເປັນເຂດກະສີກຳຕ້ອງຜ່ານຫລາຍຂັ້ນຕອນກ່ອນຈະຫັນມາເປັນດິນປຸກສ້າງ, ຢ່າງໃດກໍ່ຕາມ ເຈົ້າຂອງໂຄງການຍັງ ເປັນຫ່ວງເລື່ອງນະໂຍບາຍເບື້ອງພາກລັດຕໍ່ການລົງທຶນຂອງຕົນ ເອງຖ້າຫາກເປັນໄປຕາມທີ່ໄດ້ປະສານກັບຫລາຍພາກສ່ວນໃນເບື້ອງຕົ້ນໂຄງ ການນີ້ຈະເກີດຂຶ້ນຢ່າງແນ່ນອນແຕ່ຈະປັບລົງເຫລືອ 125 ຕຽງເທົ່ານັ້ນຕາມຄວາມເຫມາະສົມເຈົ້າຂອງໂຄງການກ່າວ.
ທັງນີ້ ໂຄງການສ້າງໂຮງຫມໍ ເປັນການລົງທຶນໄລຍະຍາວ ຖ້າຫາກສຳເລັດຈະເປັນໂຮງຫມໍທີ່ ສາມາດບໍລິການສາທາລະນະ ໂດຍສະເພາະຊາວນະຄອນຫລວງ ເຊິ່ງຄົນເຈັບບໍ່ຕ້ອງ ເປືອງຈົກເງິນເສຍຄ່າເດີນທາງຂ້າມໄປຮັກສາຢູ່ປະເທດເພື່ອນບ້ານຄື ດັ່ງຜ່ານມາ ນອກຈາກນີ້ ຈຸດທີ່ຕັ້ງຍັງເຫມາະສົມເພາະໃກ້ກັບ ຄິວລົດສາຍເຫນືອ ແລະ ສະຫນາມບິນວັດໄຕອີກ ດ້ວຍ.
ທ່ານ ນາງ ວາລີ ກ່າວຕື່ມ ວ່າ: ຕາມການສຳຫລວດໂຄງ ການຈະບໍ່ສົ່ງຜົນກະທົບກັບພື້ນທີ່ໃກ້ຄຽງເພາະທຸກຫ້ອງຈະໃຊ້ລະບົບເກັບສຽງທັງຫມົດ ປະຈຸບັນໂຄງການນີ້ກຳລັງຢູ່ໃນຂັ້ນ ພິ ຈາລະນາຂອງລັດຖະບານທີ່ຈະຫັນດິນພື້ນທີ່ນີ້ມາເປັນດິນປຸກສ້າງພ້ອມກັບການສະຫນອງນະໂຍບາຍແກ່ການລົງທືນໄດ້ພຽງ ໃດ ຕາມການສະເຫນີຄາດວ່າອາດຈະຮູ້ຜົນພາຍໃນ ມໍ່ໆນີ້.
