Social Economic Newspaper Online
ໜ້າຫຼັກ > ການເງິນ-ການລົງທຶນ

ລັດຖະບານ ໃຫ້ຄວາມສໍາຄັນກະສິກໍາກູ້ຈາກເອດີບີ ອີກ 5 ລ້ານໂດລາ

Date of News ວັນທີ 25/01/2012 - ເວລາ 17:31:44 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ບຸນທຽມ

   ລັດຖານບານລາວເຫັນຄວາມສໍາຄັນວຽກງານສົ່ງເສີມການຜະລິດກະສິກໍາເປັນສິນຄ້າຫນຶ່ງໃນຍຸດທະສາດການພັດທະນາຂະແຫນງກະສິກໍາ ແລະ ປ່າໄມ້ ຫລ້າສຸດໄດ້ຕັດສິນໃຈກູ້ຢືມເງິນຈາກທະນາຄານພັດທະນາອາຊີ ຫລື ເອດີບີອີກ 5 ລ້ານໂດລາສະຫະລັດຂະຫຍາຍການຜະລິດກະສິກຳຂະຫນາດນ້ອຍໃນ 8 ເມືອງຈາກ 16 ເມືອງໃນ 4 ແຂວງ  ຂອງໂຄງການສົ່ງເສີມການຜະລິດກະສິກຳເປັນສິນຄ້າ.

   ການທີ່ລັດຖະບານລາວຕັດສິນໃຈກູ້ຢືມເງິນໃນເທື່ອນີ້ຈາກເອດີບີແມ່ນເຫັນການປະຕິບັດໂຄງການດັ່ງກ່າວໃນປີ 2003 ທີ່ມີຜົນງານອັນພົ້ນເດັ່ນຫລາຍດ້ານທີ່ຊ່ວຍສະຫນັບສະຫນູນໃຫ້ ການ ປະກອບອາຊີບຂອງຊາວກະສິກອນກ້າວສູ່ຄວາມທັນສະໄຫມໃນການຜະລິດກະສິກຳເປັນສິນຄ້າເຊັ່ນ: ການກຳນົດປະເພດສິນຄ້າກະສະກຳທີ່ເປັນທ່າແຮງໃນແຕ່ລະຂົງເຂດ, ການສ້າງ ຕັ້ງກຸ່ມຊາວກະສິກອນ, ສົ່ງເສີມການເຂົ້າເຖິງຕະຫລາດແລະສິນເຊື່ອ, ການຝຶກອົບຮົມດ້ານເຕັກນິກວິຊາການໃຫ້ແກ່ຊາວກະສິກອນ, ການສ້າງ ຕະຫລາດກາງຊື້-ຂາຍສິນຄ້າກະສິກຳ ແລະ ການສ້າງແຫລ່ງຂໍ້ມູນ-ຂ່າວສານດ້ານກະສິກຳ.

   ຈາກຜົນງານດັ່ງກ່າວລັດຖະບານຈິ່ງເຫັນດີສືບຕໍ່ຂະຫຍາຍຂອບເຂດຂອງໂຄງການອອກໄປອີກ  8 ເມືອງ  ຕາມເປົ້າຫມາຍ  ທີ່ຂຶ້ນກັບ 16 ເມືອງຂອງ 4 ແຂວງຄື: ແຂວງວຽງຈັນ,ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ   ເພື່ອຮັບປະກັນຄວາມຫນັ້ນຄົງດ້ານສະບຽງອາຫານ ພ້ອມທັງຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດຕາມເປົ້າຫມາຍໃນປີ 2015 ແລະ ກ້າວ ອອກຈາກບັນຊີປະເທດດ້ອຍພັດທະນາໃນປີ 2020.

   ຂະນະທີ່ທ່ານນາງ ວຽງທອງ ສີພັນດອນ ລັດຖະມົນຕີ                                                                                            ຊ່ວຍວ່າການກະຊວງການເງິນທີ່ຕາງຫນ້າລັດຖະບານລາວລົງນາມສັນຍາດັ່ງກ່າວໄດ້ກ່າວວ່າ:  ວຽກງານການສົ່ງເສີມການຜະລິດກະສິກຳເປັນສິນຄ້າແມ່ນບຸລິມະສິດຫນຶ່ງໃນຍຸດທະສາດ ການພັດທະນາຂະແຫນງກະສິກຳ ແລະ ປ່າໄມ້ເພື່ອຫັນປ່ຽນຈາກການລ້ຽງພຽງກຸ້ມຕົນເອງໄປສູ່ການຜະລິດເປັນສິນຄ້າປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກ. 

   ນັບແຕ່ປີ 2003 ເປັນຕົ້ນມາກະຊວງກະສິກຳແລະປ່າໄມ້ໄດ້ເປັນເຈົ້າການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດກະສິກຳເປັນສິນຄ້າແນໃສ່ປັບປຸງມາດຖານຊີວິດການເປັນຢູ່ຂອງປະ ຊາຊົນດ້ວຍການສົ່ງເສີມຊາວກະສິກອນທີ່ເຮັດຫນ້າທີ່ການຜະລິດກະສິກຳຂະຫນາດນ້ອຍໃຫ້ຫັນມາດຳເນີນການຜະລິດທີ່ຫລາກຫລາຍສ້າງມູນຄ່າເພີ່ມ ໂດຍການປຸງແຕ່ງເປັນສິນຄ້າ ພ້ອມທັງສົ່ງເສີມການພັດທະນາທະນາຄານທຸລະກິດກະສິກຳຂະຫຍາຍຕະຫລາດໃຫ້ກວ້າງຂວາງ ເພື່ອສ້າງວຽກເຮັດງານທຳສ້າງລາຍຮັບໃຫ້ປະຊາຊົນ.

    ດ້ານທ່ານ ຈອງຈິນາຍ ຜູ້ຕ່າງຫນ້າທະນາຄານພັດທະນາອາຊີປະຈຳລາວເຜີຍວ່າ: ສະພາບໍລິຫານຂອງເອດີບີໄດ້ອະນຸມັດເງິນກູ້ດອກເບ້ຍຕ່ຳແກ່ລັດຖະບານລາວຈຳນວນ 5 ລ້ານໂດລາ ສະຫະລັດກັບໂຄງການສົ່ງເສີມການຜະລິດກະສິກຳເປັນສິນຄ້າ  ເນື່ອງຈາກສືບຕໍ່ຜົນສຳເລັດຈາກໂຄງການທີ່ເອດີບີໄດ້ໃຫ້ການສະຫນັບສະຫນູນໃນປີ 2003 ເພື່ອສ້າງຄວາມເຂັ້ມແຂງດ້ານ ຄວາມ ອາສາມາດໃຫ້ແກ່ການຄຸ້ມຄອງລະຫວ່າງກຸ່ມຊາວກະສິກອນເພື່ອຊ່ວຍໃຫ້ເຂົາເຈົ້າມີຄວາມສາມາດໃນດ້ານສົ່ງເສີມການຜະລິດ ແລະ ການຕະຫລາດໃຫ້ແກ່ຜົນຜະລິດກະສິກໍາພ້ອມ ທັງເປັນການຂະຫຍາຍການລົງທຶນໃສ່ການຜະລິດກະສິກຳຂະຫນາດນ້ອຍທີ່ຍືນຍົງເປັນສິນຄ້າເພີ່ມລາຍຮັບໃຫ້ແກ່ປະຊາຊົນຕາມເປົ້າຫມາຍ.

   ທ່ານ ຈອງຈິນາຍ ກ່າວຕື່ມອີກວ່າ: ການກະເສດແມ່ນສາຍເລືອດທີ່ຫລໍ່ລ້ຽງຊີວີດຂອງເສດຖະກິດໂດຍກວມເອົາ 27% ຂອງມູນຄ່າຜະລິດຕະພັນພາຍໃນ ແລະ ກວ່າ 70% ແມ່ນໃນການ ສ້າງວຽກເຮັດງານທຳໃຫ້ປະຊາຊົນຢູ່ລາວ.

   ຢ່າງໃດກໍ່ຕາມການສະຫນອງທຶນເງິນກູ້ແກ່ລັດຖະບານລາວຈະສາມາດເຮັດໃຫ້ໂຄງການສືບຕໍ່ພັດທະນາຕາມຜົນໄດ້ຮັບໃນປະຈຸບັນໂດຍການນຳເອົາບົດຮຽນທີ່ປະສົບຜົນສຳເລັດຜ່ານມາ ໄປຜັນຂະຫຍາຍໃສ່ໂຄງການໄລຍະໃຫມ່ທີ່ພວມຈະຈັດຕັ້ງປະຕິບັດໃນ 8 ເມືອງຂອງ 4 ແຂວງເຊັ່ນ: ເມືອງໂຂງ, ເມືອງຊະນະສົມບູນແຂວງຈຳປາສັກ, ເມືອງມະຫາໄຊ, ເມືອງເຊບັ້ງໄຟ ແຂວງ ຄຳມ່ວນ, ເມືອງອາດສະພານທອງ, ເມືອງພະລານໄຊແຂວງສະຫວັນນາດເຂດ; ເມືອງກາສີ ແລະ ເມືອງຊະນະຄາມແຂວງວຽງຈັນ.

   ໂຄງການໄລຍະທຳອິດໃນປີ 2003 ມີກຸ່ມຊາວກະສິກອນຜູ້ຜະລິດແລະການຕະຫລາດ 162 ກຸ່ມ, ກວມເອົາຊາວກະສິກອນ 9.500 ຄົນມາຈາກ 329 ບ້ານ, ສ່ວນໄລຍະໂຄງການທີສອງ ຈະໄດ້ຮັບການຈັດຕັ້ງປະຕິບັດໂດຍກອງສົ່ງເສີມກະສິກຳ ແລະ  ປ່າໄມ້ແຫ່ງຊາດກະຊວງກະສິກຳ ແລະ ປ່າໄມ້ໃນໄລຍະປີ 2012- 2014.

 

ຂ່າວອື່ນໆໃນໝວດ: ການເງິນ-ການລົງທຶນ
Bullet ຫວຽດນາມ ມີ 100 ກວ່າໂຄງການລົງທຶນຢູ່ພາກກາງ-ພາກໃຕ້ ຢືນອັນດັບຫນຶ່ງຜູ້ລົງທຶນຢູ່ລາວ (44)
Bullet ຄະນະກໍາມາທິການແມ່ນໍ້າຂອງສາກົນ ຫວັງບັນລຸຄວາມຍືນຍົງທາງດ້ານການເງິນ (40)
Bullet ເທີນ-ຫີນບູນ ເລ່ງສ້າງອ່າງເກັບນໍ້າ ເພື່ອຮັບມືການຜະລິດໃນລະດູແລ້ງ (35)
Bullet 1 ປີ ກອງທຶນຝາກປະຢັດຂັ້ນບ້ານ ທີ່ຊຽງຂວາງບັນລຸ 1 ຕື້ກວ່າກີບ (46)
Bullet ອີກ 4 ປີໄຊເສດຖາອາດມີເງິນເຂົ້າງົບກວ່າ 20 ຕື້ ພ້ອມປະຊາຊົນມີວຽກເຮັດເພີ່ມ (42)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
10 + 6 =
ເວລາໃນການປະມວນຜົນໜ້າເວັບ: 0.0558 ວິນາທີ.
Powered by iTeen 020 54644729