Social Economic Newspaper Online
ໜ້າຫຼັກ > ການເງິນ-ການລົງທຶນ

ຊຽງຂວາງ ເນັ້ນຜະລິດກະສິກໍາເປັນສິນຄ້າປູທາງພົ້ນຄວາມທຸກຍາກ

Date of News ວັນທີ 24/01/2012 - ເວລາ 16:53:42 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ສຸລິນ

   ແຂວງຊຽງຂວາງຍັງມີຕົວເລກເມືອງທຸກຍາກຢູ່ 2 ເມືອງຈະເນັ້ນສົ່ງເສີມການພັດທະນາເສດຖະກິດ ໂດຍຖືເອົາການ ຜະລິດກະສີກຳເປັນສິນຄ້າ ແລະ ການ ລ້ຽງສັດເປັນຫລັກ   ໂດຍລັດສະຫນອງດ້ານວິຊາການ.

   ຊຽງຂວາງເຊິ່ງເປັນເຂດພູດອຍ ແລະ ພູພຽງມີເນື້ອທີ່ 16.850 ກີໂລຕາແມັດ, ມີ 8 ເມືອງມີພົນລະເມືອງທັງຫມົດ 256.650 ນັບແຕ່ປີ 2004 ເປັນຕົ້ນມາທາງແຂວງໄດ້ມີການສົ່ງເສີມໃຫ້ ປະຊາຊົນໃນທ້ອງຖິ່ນໄດ້ມີການມີການປູກຝັງ ແລະ ລ້ຽງສັດເປັນສ່ວນໃຫຍ່ຈົນສາມາດເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 9% ຕໍ່ປີ. ໃນນັ້ນພາກກະສີກຳກວມ 50,74%, ອຸດສະຫະກຳກວມ 30% ແລະ ການບໍລິການກວມ 19,26%  ສາມາດສ້າງລາຍຮັບສະເລ່ຍພາຍໃນໄດ້ 934 ໂດລາສະຫະລັດຕໍ່ຄົນຕໍ່ປີ.

   ທ່ານ ສຈ. ດຣ. ສົມກົດ ມັງຫນໍ່ເມກ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຊຽງຂວາງລາຍງານຕໍ່ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນລະບົດ ທົ່ວປະເທດຄັ້ງທີ III ໃຫ້ຮູ້ວ່າ: ໃນທິດທາງຕໍ່ຫນ້າຊຽງຂວາງຈະສຸມໃສ່ການພັດທະນາເສດຖະກິດໂດຍຖືເອົາການຜະລິດກະສີກຳເປັນສິນຄ້າເຊັ່ນ: ການປູກພືດທາດແປ້ງ, ພືດຜັກຕ່າງໆ, ຕົ້ນໄມ້ໃຫ້ຫມາກ ແລະ ການລ້ຽງສັດໃຫຍ່ ໂດຍສະເພາະແມ່ນ: ງົວ, ຄວາຍ, ແກະ, ແບ້, ຫມູ ແລະ ສັດປີກຕາມທ່າແຮງຕົວຈິງຂອງແຕ່ລະເມືອງໂດຍຈະເລີ່ມຈາກຄອບຄົວກ່ອນກ້າວໄປຫາ ການເຮັດເປັນກຸ່ມເປັນຟາມ. 

   ໃນການປະຕິບັດຕົວຈິງລັດຈະເປັນຜູ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກທາງດ້ານເຕັກນິກວິຊາການ ແລະ ການຈາລະຈອນຈຳຫນ່າຍຜົນຜະລິດຂອງປະຊາຊົນ ເພື່ອຫລຸດຜ່ອນ ຄວາມທຸກຍາກຂອງປະຊາຊົນໃຫ້ບັນລຸຕາມຄາດຫມາຍໃນປີ 2015.

   ຢ່າງໃດກໍ່ດີທັງນີ້ຊຽງຂວາງຍັງມີ 2 ເມືອງຄາຄໍທີ່ຢູ່ໃນບັນຊີ 47 ເມືອງທຸກຍາກທີ່ສຸດທົ່ວປະເທດໃນນີ້ມີເມືອງທ່າໂທມ ແລະ ຫນອງແຮດຍັງມີບ້ານທຸກຍາກຫລາຍເຖິງ 170 ບ້ານ. ເຖິງແມ່ນ ວ່າຜ່ານມາຈະມີການປະກາດຫລາຍບ້ານເປັນບ້ານພັດທະນາແລ້ວກໍ່ຕາມ; ສ່ວນຈຳນວນບ້ານທີ່ເຫລືອຍັງບໍ່ມີໄຟຟ້າໃຊ້ຢ່າງເຕັມສ່ວນ 100%, ການຊົມໃຊ້ນ້ຳສະອາດ, ວິດຖ່າຍ, ເສັ້ນທາງ ແລະ ສາທາລະນະສຸກທີ່ຈະຕ້ອງໄດ້ສືບຕໍ່ພັດທະນາ ແລະ ແກ້ໄຂ  ເພື່ອດຶງເອົາຈຳນວນບ້ານທຸກຍາກທີ່ເຫລືອເຂົ້າເປັນບ້ານພັດທະນາໃຫ້ໄດ້ບໍ່ກາຍອີກ 4 ປີຂ້າງຫນ້າຕາມແຜນລັດຖະບານ ກຳນົດໄວ້.

 

ຂ່າວອື່ນໆໃນໝວດ: ການເງິນ-ການລົງທຶນ
Bullet ຫວຽດນາມ ມີ 100 ກວ່າໂຄງການລົງທຶນຢູ່ພາກກາງ-ພາກໃຕ້ ຢືນອັນດັບຫນຶ່ງຜູ້ລົງທຶນຢູ່ລາວ (44)
Bullet ຄະນະກໍາມາທິການແມ່ນໍ້າຂອງສາກົນ ຫວັງບັນລຸຄວາມຍືນຍົງທາງດ້ານການເງິນ (40)
Bullet ເທີນ-ຫີນບູນ ເລ່ງສ້າງອ່າງເກັບນໍ້າ ເພື່ອຮັບມືການຜະລິດໃນລະດູແລ້ງ (35)
Bullet 1 ປີ ກອງທຶນຝາກປະຢັດຂັ້ນບ້ານ ທີ່ຊຽງຂວາງບັນລຸ 1 ຕື້ກວ່າກີບ (46)
Bullet ອີກ 4 ປີໄຊເສດຖາອາດມີເງິນເຂົ້າງົບກວ່າ 20 ຕື້ ພ້ອມປະຊາຊົນມີວຽກເຮັດເພີ່ມ (42)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
20 + 4 =
ເວລາໃນການປະມວນຜົນໜ້າເວັບ: 0.0562 ວິນາທີ.
Powered by iTeen 020 54644729