Social Economic Newspaper Online
ໜ້າຫຼັກ > ການເງິນ-ການລົງທຶນ

ການສ້າງເຂດເສດຖະກິດພິເສດ ແລະ ສະເພາະຈະຍູ້ການລົງທຶນຊ່ວຍເສດຖະກິດເຕີບໂຕ

Date of News ວັນທີ 23/01/2012 - ເວລາ 15:54:49 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ: ພະນອມໄພ
ນັກທຸລະກິດຫລາຍປະ ເທດກຳລັງສົນໃຈການລົງທຶນ ເຂດເສດຖະກິດພິເສດ ແລະ ຕິດຕາມທີ່ການກຳນົດນະໂຍບາຍດ້ານພາສີ-ອາກອນຂອງລັດຖະບານລາວໃນ ການສ້າງເຂດເສດ ຖະກິດພິເສດ ແລະ ເຂດຖະກິດ ສະເພາະ ຫລື ຂພສ ຂະນະທີ່ປີນີ້ ລັດກຽມອະນຸມັດສ້າງຕື່ມອີກຫລາຍແຫ່ງ.


ການສ້າງ ຂພສ ແມ່ນວິທີ ການຫນຶ່ງທີ່ດຶງດູດ ແລະ ສົ່ງເສີມການລົງທຶນທີ່ດີ ໂດຍສະເພາະ ແມ່ນປະເທດທີ່ກຳລັງພັດທະນາຄື ດັ່ງສປປ ລາວ.
  ການສ້າງເຂດຖະກິດພິເສດ ແລະ ເສດຖະກິດສະເພາະຂອງ ລາວໄດ້ມີແນວຄວາມຄິດລິເລີ່ມຈາກການສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 2 ຢູ່ ແຂວງສະຫວັນນະເຂດນຳສະ ເຫນີໂດຍອົງການໄຈກາຂອງຍີ່ປຸ່ນໃນທ້າຍປີ 2000.
  ໂດຍຈຸດປະສົງໃນການສ້າງ ຂພສ ໃນໄລຍະນັ້ນແມ່ນເພື່ອດຶງດູດ ແລະ ສົ່ງເສີມການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດເຂົ້າມາຕາມເສັ້ນທາງເລກທີ 9 ຈາກບໍລິເວນສົ້ນຂົວມິດຕະ ພາບຢູ່ແຂວງສະຫວັນນະເຂດໄປ ຫວຽດນາມ ແລະ ລັດຖະບານ ກໍ່ໄດ້ຕັດສິນໃຈສ້າງຕັ້ງເຂດເສດ ຖະກິດພິເສດສະຫວັນ-ເຊໂນ ເພື່ອເປັນເຂດທົດລອງ ໂດຍລັດລົງທຶນໃນການພັດທະນາພື້ນຖານໂຄງລ່າງ.
  ແນວໃດກໍ່ດີ ອິງຕາມຂໍ້ມູນ ຈາກຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງ ຂພສ ໃຫ້ຮູ້ວ່າ: ມາຮອດປະຈຸບັນ ສປປ ລາວ ມີ ຂພສ ທີ່ໄດ້ອະນຸມັດການສ້າງຕັ້ງທັງ ຫມົດແລ້ວ 7 ແຫ່ງ ໂດຍມີການ ອະນຸຍາດສ້າງຕື່ມອີກ 2 ແຫ່ງເມື່ອຕົ້ນເດືອນນີ້ ໃນຈຳນວນທັງ ຫມົດນີ້ປະກອບມີ:
  1.    ເຂດຖະກິດພິເສດສະ ຫວັນ-ເຊໂນ ສ້າງຕັ້ງໃນປີ 2003 ຢູ່ສະຫວັນນະເຂດ ໂດຍຈຸດປະສົງຈະສ້າງເປັນເຂດການຄ້າ, ບໍລິ ການ ແລະ ອຸດສາຫະກຳປຸງແຕ່ງໂດຍລັດຖະບານເປັນ ຜູ້ລົງທຶນ.
  2.    ເຂດເສດຖະກິດພິເສດບໍ່ເຕນແດນຄຳສ້າງໃນປີ 2010 ຢູ່ແຂວງຫລວງນ້ຳທາ ໂດຍແມ່ນຜູ້ພັດທະນາຈາກ ສປ ຈີນຈະສ້າງ ໃຫ້ເປັນເຂດບໍລິການ ແລະ ການຄ້າ.
  3.    ເຂດເສດຖະກິດພິເສດສາມຫລ່ຽມຄຳທີ່ແຂວງບໍ່ແກ້ວສ້າງເປັນສູນການຄ້າ ແລະ ບໍລິ ການຜູ້ພັດທະນາແມ່ນຈາກ ສປ ຈີນ ໃນປີ 2010.
  4. ເຂດເສດຖະກິດສະເພາະພູຂຽວແຂວງຄຳມ່ວນສ້າງເປັນສູນການຄ້າ, ການບໍລິການ ແລະ ການປຸງແຕ່ງ ສ້າງໃນປີ 2010 ໂດຍນັກລົງທຶນພາຍໃນ.
  5. ເຂດເສດຖະກິດສະເພາະ ອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ ໃນປີ 2011 ນະຄອນຫລວງວຽງຈັນ ເຊິ່ງປະກອບມີອຸດສາຫະກຳ ແລະ ການຄ້ານັກລົງທຶນ ຈາກ ສປ ຈີນເປັນຜູ້ພັດທະນາ.
  ສ່ວນອີກ 2 ແຫ່ງທີ່ອະນຸມັດ ໃຫມ່ໃນຕົ້ນເດືອນນີ້ມີເຂດເສດ ຖະກິດສະເພາະບຶງທາດຫລວງ  ໂດຍແມ່ນການລົງທຶນຈາກ ສປ ຈີນ ຈະສ້າງໃຫ້ເປັນເຂດການຄ້າ ແລະ ບໍລິການ ແລະ ເສດຖະກິດສະເພາະດົງໂພສີກໍ່ຈະສ້າງເປັນສູນການຄ້າ ແລະ ບໍລິການເຊັ່ນດຽວກັນ ໂດຍແມ່ນບໍລິສັດຢູນີເວີ ຊານປາຊີຟິກ ຈຳກັດ ເປັນຜູ້ພັດທະນາໂຄງການ.
ຢ່າງໃດກໍ່ຕາມ ໃນຈຳນວນ 2 ໂຄງການທີ່ອະນຸມັດໃຫມ່ນີ້ແມ່ນໂຄງການທີ່ນອນໃນແຜນປີ 2012 ທີ່ລັດຖະບານຈະອະນຸ ມັດໃຫ້ສຳເລັດໃນຕົ້ນປີທັງຫມົດ 5 ໂຄງການໃຫຍ່ລວມມີ: ເຂດ ເສດຖະກິດສະເພາະກ໊ອຟລອງ ແທັງທີ່ນະຄອນຫລວງວຽງຈັນ, ເຂດເສດຖະກິພິເສດສົ້ນຂົວມິດ ຕະພາບ 3 ແຂວງ ຄຳມ່ວນ ແລະເຂດເສດຖະກິດສະເພາະແຂວງ ຊຽງຂວາງ.
  ໂດຍໃນຈຳນວນທີ່ລັດຂຶ້ນ ແຜນໄວ້ຫາກສຳເລັດໃນລະ ຫວ່າງຕົ້ນປີ 2012 ສປປ ລາວ ກໍ່ຈະມີເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ລວມ ທັງຫມົດກໍ່ປະມານ 10 ແຫ່ງ ໃນທົ່ວ ປະເທດ ຂະນະທີ່ຍັງມີເຂດທີ່ກຳລັງສຶກສາຄວາມເປັນໄປໄດ້ ແລະ ບັນດາເຂດທີ່ແຂວງສະເຫນີເປົ້າຫມາຍອີກຫລາຍສີບໂຄງການ.

ຂ່າວອື່ນໆໃນໝວດ: ການເງິນ-ການລົງທຶນ
Bullet ຫວຽດນາມ ມີ 100 ກວ່າໂຄງການລົງທຶນຢູ່ພາກກາງ-ພາກໃຕ້ ຢືນອັນດັບຫນຶ່ງຜູ້ລົງທຶນຢູ່ລາວ (44)
Bullet ຄະນະກໍາມາທິການແມ່ນໍ້າຂອງສາກົນ ຫວັງບັນລຸຄວາມຍືນຍົງທາງດ້ານການເງິນ (40)
Bullet ເທີນ-ຫີນບູນ ເລ່ງສ້າງອ່າງເກັບນໍ້າ ເພື່ອຮັບມືການຜະລິດໃນລະດູແລ້ງ (35)
Bullet 1 ປີ ກອງທຶນຝາກປະຢັດຂັ້ນບ້ານ ທີ່ຊຽງຂວາງບັນລຸ 1 ຕື້ກວ່າກີບ (46)
Bullet ອີກ 4 ປີໄຊເສດຖາອາດມີເງິນເຂົ້າງົບກວ່າ 20 ຕື້ ພ້ອມປະຊາຊົນມີວຽກເຮັດເພີ່ມ (42)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
20 + 6 =
ເວລາໃນການປະມວນຜົນໜ້າເວັບ: 0.0563 ວິນາທີ.
Powered by iTeen 020 54644729