ແຮງຊື້ໄຟຟ້າ ຍູ້ຮຸ້ນປິດບວກ
ຕະຫລາດຫລັກຊັບລາວ: ວານນີ້ ແຮງຊື້ຮຸ້ນໄຟຟ້າມີຢ່າງຕໍ່ເນື່ອງປິດຂຶ້ນ 100 ກີບ ກົງກັນຂ້າມກັບຮຸ້ນທະນາຄານແຮງຂາຍຫລາຍຮຸ້ນລົງ 50 ກີບ.
ໂດຍດັດຊະນີຕະຫລາດຮຸ້ນ ລວມວັນທີ 16 ມັງກອນ 2012 ປິດຕະຫລາດບວກ 16,48 ຈຸດ ທີ່ລະດັບ 910,41 ປ່ຽນແປງ 1,84% ມີມູນຄ່າການຊື້-ຂາຍ ທັງຫມົດ 29,2 ລ້ານກີບ.
ສະເພາະຮຸ້ນບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ປິດຕະຫລາດໃນລາຄາ 4.300 ກີບມີມູນຄ່າຊື້-ຂາຍ 25,8 ລ້ານກວ່າກີບ. ສ່ວນຮຸ້ນທະນາຄານການຄ້າຕ່າງປະເທດລາວມະຫາ ຊົນມີມູນຄ່າຊື້-ຂາຍ 3,4 ລ້ານກວ່າກີບ ປິດຕະຫລາດມາຢູ່ໃນລາຄາ 6.950 ກີບ.
ເວລາໃນການປະມວນຜົນໜ້າເວັບ: 0.0538 ວິນາທີ.
