Social Economic Newspaper Online
ໜ້າຫຼັກ > ຂ່າວໜ້າໜຶ່ງ

2011 ອຸບັດເຫດສ້າງຄວາມເສຍຫາຍ ໃຫ້ເມືອງໄຊຍະບູລີ 900 ກວ່າລ້ານ

Date of News ວັນທີ 23/02/2012 - ເວລາ 01:41:13 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ຂ່າວ:ນາງອາລີລັດ

ໃນປີ 2011 ຜ່ານມາ, ຢູ່ເມືອງໄຊຍະບູລີແຂວງໄຊຍະບູລີມີອຸບັດເຫດເກີດຂຶ້ນ 52 ຄັ້ງປະເມີນຄວາມເສຍຫາຍໄດ້ 900 ກວ່າລ້ານກີບສາເຫດຫລັກ ເກີດຈາກເມົາແລ້ວຂັບ.

ທ່ານຮ້ອຍ ໂທໄຊຊະນະເພັດ ສະໄຫວ ຫົວຫນ້າກອງຕຳຫລວດຈາລະຈອນເມືອງໄຊຍະບູລີໄດ້ໃຫ້ສຳພາດວ່າ: ຍອດຕົວເລກອຸບັດເຫດສະເພາະເມືອງໄຊຍະບູລີໃນ 1 ປີ ຜ່ານມາມີທັງຫມົດ52 ຄັ້ງສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ87  ຄົນ, ໃນນັ້ນເຈັບສາຫັດ13 ຄົນ, ເຈັບສົມຄວນ30 ຄົນ, ເຈັບເລັກນ້ອຍ44 ຄົນຍານພາຫະນະເປ່ເພທັງຫມົດ 94 ຄັນ ເປ່ເພທຳມະດາ 40 ຄັນ,  ເປ່ເພສົມຄວນ 44 ຄັນ, ໃຊ້ການບໍ່ໄດ້10 ຄັນ, ເຊິ່ງມີມູນຄ່າເສຍຫາຍເຖິງ 938,3 ລ້ານກວ່າກີບອຸບັດເຫດທີ່ເກີດຂຶ້ນສ່ວນໃຫຍ່ແມ່ນຍ້ອນການດື່ມ ສິ່ງ ມຶນເມົາແລ້ວຂັບຂີ່, ຂັບຂີ່ລົດດ້ວຍຄວາມປະຫມາດ, ລ້ຽວລົດບໍ່ຮັບປະກັນ, ບໍ່ປ່ອຍສິດ, ຂັບຂີ່ລົດໄວ, ສະພາບເຕັກນິກລົດບໍ່ຮັບປະກັນ.

  ທ່ານຮ້ອຍໂທໄຊຊະນະເພັດສະໄຫວຍັງໃຫ້ຮູ້ຕື່ມວ່າ: ໃນໄລຍະທີ່ຜ່ານມາເຈົ້າຫນ້າທີ່ຈະລາຈອນເມືອງໄຊຍະບູລີຍັງໄດ້ເອົາໃຈໃສ່ປະຕິບັດຫນ້າທີ່ວຽກງານ ໂດຍສະເພາະແມ່ນໄດ້ ອອກເຄື່ອນໄຫວກວດກາຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນຢູ່ຕາມຖະຫນົນຫົນທາງທັງກາງເວັນ ແລະ ກາງ ຄືນຢ່າງເຂັ້ມງວດ ເຊິ່ງພົບເຫັນຜູ້ລ່ວງລະເມີດກົດລະ ບຽບຈະລາຈອນທັງຫມົດ 1.437 ຄົນໃນນີ້ມີທັງຜູ້ບໍ່ໃສ່ຫມວກກັນກະທົບ, ບໍ່ໃສ່ແວ່ນສ່ອງຫລັງ, ບໍ່ໄຕ້ໄຟຕາ, ດັດແປງສະພາບເຕັກນິກ, ບັນທຸກເກີນກຳນົດ, ບໍ່ຖືເອກະສານ, ໃຊ້ ຄວາມໄວເກີນກຳນົດ ແລະ ລົດບໍ່ມີເອກະສານຕໍ່ຜູ້ລະເມີດທາງເຈົ້າຫນ້າທີ່ໄດ້ມີການສຶກສາອົບຮົມແລະປັບໃຫມຕາມລະບຽບກົດຫມາຍ.

ຂ່າວອື່ນໆໃນໝວດ: ຂ່າວໜ້າໜຶ່ງ
Bullet ເສັ້ນທາງສົບຮາວ ດ່ານສົມຫວັງເລີ່ມກໍ່ສ້າງ (73)
Bullet ລົງທຶນເກືອບ 8 ລ້ານໂດລາ ສ້າງນ້ຳປະປາເຊເສັດ (43)
Bullet ດ່ານນ້ຳເຫືອງ ເກັບລາຍຮັບບໍ່ບັນລຸເປົ້າ ເຫດສິນຄ້າຍົກເວັ້ນພາສີຫລາຍ (82)
Bullet ລາວŒໂອຕຣິສ ມີແຜນຍົກເວັ້ນພາສີມູນຄ່າເພີ່ມ (43)
Bullet ຫມົດປີ ລາວເວີນຕັ້ງເປົ້າສົ່ງເຂົ້າຈ້າວ ສູ່ເອີຣົບ 3 ພັນໂຕນ (70)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
19 + 1 =
ເວລາໃນການປະມວນຜົນໜ້າເວັບ: 0.0622 ວິນາທີ.
Powered by iTeen 020 54644729