Social Economic Newspaper Online
ໜ້າຫຼັກ > ຂ່າວໜ້າໜຶ່ງ

10 ແຂວງສໍາເລັດການຍົກລະດັບຕອບໂຕ້ ພະຍາດຕິດຕໍ່

Date of News ວັນທີ 30/01/2012 - ເວລາ 08:38:11 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

10 ແຂວງສໍາເລັດການຍົກລະດັບຕອບໂຕ້ ພະຍາດຕິດຕໍ່

ຂ່າວ: ສີ​ໄລ

   ຍົກ​ລະ­ດັບ​ວຽກ​ງານວາງ​ແຜນ​ຕອບ​ໂຕ້​ພະ­ຍາດ​ຕິດ­ຕໍ່ ແລະ ປິ່ນ­ປົວ​ພົນ​ລະ​ເຮືອນ​ໃຫ້ 10 ແຂວງ​ພາກ​ເຫນືອ ແລະ ພາກກາງ​ໄດ້​ສຳ­ເລັດ​ລົງ ຫລັງ​ດຳເນີນ​ມາ 4 ວັນ, ຜູ້​ເຂົ້າ​ຮ່ວມ​ໄດ້ ຮຽນ​ຮູ້​ຫລາຍ​ຢ່າງ.

ບັ້ນ​ຝຶກ​ອົບ­ຮົມ​ການ​ວາງ ແຜນ​ຕອບ​ໂຕ້​ພະ­ຍາດ​ຕິດ­ຕໍ່​ໃນຄັ້ງ​ນີ້​ ມີ​ພະ­ນັກ­ງານ​ວາງ​ແຜນດ້ານ​ສຸ­ຂະ­ພາບ​ອາ­ວຸ­ໂສ​ພົນ​ລະເຮືອນ ແລະ ກອງ­ທັບ​ຈາກ​ບັນ­ດາແຂວງ​ພາກ​ເຫນືອພາກ ​ກາງ​ຄື: ແຂວງ​ຜົ້ງ​ສາ­ລີ, ບໍ່​ແກ້ວ, ຫລວງ​ນ້ຳ​ທາ, ອຸ­ດົມໄຊ, ຊຽງ​ຂວາງ, ຫົວ­ພັນ, ໄຊ​ຍະບູ​ລີ, ຫລວງ​ພະ​ບາງ, ແຂວງວຽງ​ຈັນ ແລະ ນະ­ຄອນ­ຫລວງວຽງ​ຈັນ​ເຂົ້າ​ຮ່ວມ.

   ການ​ຝຶກ​ອົບ­ຮົມ​ໄດ້​ເນັ້ນ​ຫນັກເຖິງ​ພາ­ລະ​ບົດ­ບາດ​ຂອງ​ພະ­ຍາດຕິດ­ຕໍ່, ການ​ຕ້ານ​ການ​ລະ­ບາດພະ­ຍາດ, ການ​ຂຶ້ນ​ແຜນ​ຮັບ​ມື​ໄພພິ­ບັດ ແລະ ປິ່ນ­ປົວ​ໃນ​ສັງ­ຄົມເນື້ອ​ໃນ​ຂອງ​ການ​ຝຶກ​ອົບ­ຮົມ ແມ່ນ​ການ​ເຊື່ອມ​ສານ​ແຜນ­ການລະ­ບາດ​ແຫ່ງ​ຊາດ​ເຂົ້າ​ກັບ​ຂັ້ນແຂວງ, ເມືອງ ເຊິ່ງ​ສອດ­ຄ່ອງ​ກັບຄວາມ​ຕ້ອງ­ການ​ຂອງ​ລັດ​ຖະບານ ເພື່ອ​ໃຫ້​ປະ­ເທດ​ເຮົາ​ມີ​ຄວາມພ້ອມ​ທີ່​ດີ​ໃນ​ການ​ຮັບ​ມື​ກັບ​ການລະ­ບາດ​ຂອງ​ພະ­ຍາດ​ຕິດ­ຕໍ່​ທີ່​ຈະເກີດ​ຂຶ້ນ.

   ຊຸດ​ຝຶກ​ອົບ­ຮົມ​ຄັ້ງ​ນີ້ ​ຈັດ​ຂຶ້ນໂດຍ​ການ​ຮ່ວມ​ມື​ລະ­ຫວ່າງ​ຫ້ອງການ​ປະ­ສານ​ງານ​ຄວບ​ຄຸມ­ພະຍາດ​ຕິດ­ຕໍ່​ກະ­ຊວງ​ສາ­ທາ­ລະ­ນະສຸກ​ກັບ​ສະ­ຖານ­ທູດ​ສະ­ຫະ­ລັດ, ສູນ​ບັນ­ຊາ​ການ​ປາ​ຊີ​ຟີກ, ສູນ​ບໍ​ລິຫານ​ຄວບ​ຄຸມ​ໄພ­ພິ­ບັດ ແລະ ຊ່ວຍເຫລືອ​ດ້ານ​ມະ­ນຸດ­ສະ­ທຳ.

ຂ່າວອື່ນໆໃນໝວດ: ຂ່າວໜ້າໜຶ່ງ
Bullet 2011 ອຸບັດເຫດສ້າງຄວາມເສຍຫາຍໃຫ້ເມືອງໄຊຍະບູລີ 900 ກວ່າລ້ານ (12)
Bullet ຮຸ້ນປິດບໍ່ປ່ຽນແປງ (7)
Bullet ກ້າວເປັນວິທະຍາໄລພອນສະຫວັນ ບໍລິຫານທຸລະກິດຢ່າງເຕັມຕົວ (8)
Bullet ສະຖາບັນການຕ່າງປະເທດຮຽນຮູ້ກ່ຽວກັບອາເຊມ (15)
Bullet ທະນາຄານທຸລະກິດ 4 ແຂວງພາກເຫນືອ ຮ່ວມສໍາມະນາບັນຫາການຟອກເງິນ (6)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
14 + 4 =
ເວລາໃນການປະມວນຜົນໜ້າເວັບ: 0.0573 ວິນາທີ.
Powered by iTeen 020 54644729