ສະຫລຸບການປະມົງ ເມືອງເຂດລຸ່ມເຮືອນຈັກນ້ຳເທີນ 2
ຂ່າວ: ແດງສະຫວັດ
ໃນຕອນເຊົ້າຂອງວັນທີ 26 ມັງກອນ 2012 ທີ່ສະໂມສອນຂອງເມືອງມະຫາໄຊ ໄດ້ຈັດກອງປະຊຸມສະຫລຸບ ແລະ ປຶກສາຫາລືກ່ຽວກັບການປະມົງຂອງໂຄງການນ້ຳເທີນ 2 ຂຶ້ນ ໂດຍການເປັນປະທານຂອງທ່ານ ສີວິໄຊ ສຸກຂະລາດ ຫົວຫນ້າກອງເລຂາຍົກຍ້າຍຈັດສັນນ້ຳເທີນ 2 ເຂົ້າຮ່ວມມີ: ທ່ານ ຄຳດີ ອາດຈະເລີນສັກ ຮອງເຈົ້າເມືອງໆມະຫາໄຊ, ມີບັນດານັກ ຊ່ຽວຊານ ແລະ ວິຊາການທີ່ມາຈາກ 5 ເມືອງເຂດລຸ່ມເຮືອນຈັກເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການສະຫລຸບຕີລາຄາຄືນວຽກງານການປະມົງປະຈຳສົກປີ 2011 ໃນຈຳນວນ 5 ເມືອງທີ່ຢູ່ ເຂດລຸ່ມເຮືອນຈັກໂດຍສະເພາະແມ່ນການຈັດສັນຊັບພະຍາກອນດ້ານການປະມົງ, ການຕິດຕາມການຫາປາ, ການພັດທະນາ, ການລ້ຽງປາ, ການກຳນົດຂອບເຂດແຫລ່ງນ້ຳ, ທີ່ສະຫງວນບຶງ, ຫນອງ, ຫ້ວຍ ແລະ ແມ່ນ້ຳທຳມະຊາດອື່ນໆ.
ການພົບປະຫາລືຄັ້ງນີ້ ນອກຈາກຈະຍົກເອົາການຄຸ້ມຄອງການປະມົງ, ການປະຕິບັດນະໂຍບາຍ ແລະ ການປັບໃຫມຕໍ່ຜູ້ລະເມີດແລ້ວຍັງໄດ້ສະຫລຸບສັງລວມແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ສະເຫນີທິດທາງແຜນການ 2012 ຂອງວຽກງານການປະມົງເສີມສ້າງຄວາມເຂົ້າໃຈອັນດີ ແລະ ຄວາມສາມັກຄີລະຫວ່າງວິຊາການ ດ້ານການປະມົງທຸກພາກສ່ວນກັບຝ່າຍບໍລິຫານ RMN ແລະ ຫນ່ວຍງານປະມົງຂັ້ນເມືອງ ທັງນີ້ກໍ່ເພື່ອເຮັດໃຫ້ການປະມົງຢູ່ໃນ 5 ເມືອງຄື: ມະຫາໄຊ, ຍົມມະລາດ, ເຊບັ້ງໄຟ, ຫນອງ ບົກແຂວງຄຳມ່ວນ ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ມີທ່ວງທ່າຂະຫຍາຍຕົວ, ມີປະສິດທິພາບດີຂຶ້ນ ແລະ ອະນຸຮັກປົກປັກຮັກສາສັດນ້ຳໃຫ້ໄດ້ແພ່ພັນ ແລະ ຂະຫຍາຍຫລາຍຂຶ້ນ.
