Social Economic Newspaper Online
ໜ້າຫຼັກ > ຂ່າວໜ້າໜຶ່ງ

ກຸ່ມ​ບ້ານ​ໂພນ​ສະ­ອາດ ກຽມພັດທະນາເປັນຕົວເມືອງນ້ອຍ

Date of News ວັນທີ 27/01/2012 - ເວລາ 05:13:17 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

   ກຸ່ມ​ພັດ­ທະ­ນາ​ໂພນ​ສະອາດເລ່ງ​ສ້າງ​ແຜນ​ແມ່​ບົດ ຫັນບ້ານ​ໃຫ້​ກາຍ­ເປັນ​ບ້ານ​ໃຫຍ່​ພັດທະ​ນາ​ຕົວ​ເມືອງ​ນ້ອຍແບບ­ຢ່າງແຫ່ງ​ທຳ​ອິດ​ຢູ່​ເມືອງ​ພຽງ ແຂວງໄຊ​ຍະ​ບູ​ລີ.

   ເວ­ທີ​ຫາ­ລື​ການ​ສ້າງ​ແຜນ​ແມ່ບົດ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ແລງ​ວັນພະ­ຫັດ​ຜ່ານ​ມາ ທີ່​ຫ້ອງ​ວ່າ­ການປົກ­ຄອງ​ເມືອງ​ພຽງ ໂດຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ ດຣ. ລຽນ ທິ​ແກ້ວ ກຳ­ມະ­ການ​ສູນ​ກາງ​ພັກເລ­ຂາ​ພັກ​ແຂວງ ເຈົ້າ­ແຂວງໆ​ໄຊຍະ​ບູ​ລີ, ມີ​ທ່ານ ສຈ. ດຣ. ສຸກ​ກົງແສງ ໄຊ​ຍະ​ເລີດ ກຳ­ມະ­ການ​ສູນກາງ​ພັກ ອະ­ທິ­ການ​ບໍ­ດີ​ມະ­ຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ ພ້ອມ​ວິ­ຊາການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

   ທ່ານ ເພັງ​ນິ​ລັດ ຄຳ​ພັນ​ເພັງ ເຈົ້າ­ເມືອງໆ​ພຽງໄດ້​ກ່າວ​ໂດຍ ຫຍໍ້​ກ່ຽວ​ກັບ​ສະ­ພາບ​ຈຸດ​ພິ­ເສດຂອງ​ເມືອງ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບຊາບ ໂດຍ​ເລັງ​ໃສ່​ກຸ່ມ​ບ້ານ​ພັດທະ​ນາ​ໂພນ​ສະ­ອາດ, ເຊິ່ງ​ປະກອບ​ມີ 11 ບ້ານ, 153 ຫນ່ວຍ ຄຸ້ມ​ຄອງ, 2.013 ຄອບ­ຄົວ, ພົນ ລະ​ເມືອງ​ທັງ​ຫມົດ 10.280 ກວ່າ​ຄົນ ຍິງ 5.380 ກວ່າ​ຄົນ, ມີ 6 ຫນ່ວຍ​ພັກ, ສະ­ມາ­ຊິກ​ທັງຫມົດ 160 ກວ່າ​ສະ­ຫາຍ, ຍິງ 20 ກວ່າ​ສະ­ຫາຍ.

   ກຸ່ມ​ບ້ານ​ດັ່ງ­ກ່າວ​ເປັນ​ເຂດ​ທີ່ມີ​ຄວາມ​ອຸ­ດົມ­ສົມ­ບູນ​ທາງ​ດ້ານຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ເພື່ອການ­ທ່ອງ­ທ່ຽວ​ເຊັ່ນ: ຕົ້ນ​ຂ່າໃຫຍ່, ນ້ຳ​ປຸ້ນ, ປະ­ຊາ­ຊົນ​ກໍ່​ມີ​ມູນເຊື້ອ​ດຸ­ຫມັ່ນ​ຂະ­ຫຍັນ​ພຽນ​ໃນ ການ​ປູກ­ຝັງ-ລ້ຽງ­ສັດເປັນ​ອາຊີບ​ຕົ້ນ­ຕໍ, ປະ­ຈຸ​ບັນ ​ມີ​ເນື້ອ­ທີ່​ນາ 600 ກວ່າ​ເຮັກ­ຕາ, ປູກ​ພືດ​ລະ­ດູແລ້ງ 22 ເຮັກ­ຕາ ໂດຍ​ສະ­ເພາະແມ່ນ​ການ​ປູກ​ສາ­ລີ, ສະ­ເລ່ຍ​ລາຍຮັບ​ໄດ້ 750 ໂດ​ລາ​ສະ­ຫະ­ລັດ​ຕໍ່ຄົນ​ຕໍ່​ປີ, ສະ­ເລ່ຍ​ເຂົ້າ​ກິນ​ໄດ້ 537 ກິ​ໂລກ​ຣາມ​ຕໍ່​ຄົນ​ຕໍ່​ປີ, ມີ​ພຽງ 33 ຄອບ­ຄົວ​ທີ່​ຍັງ​ທຸກ​ຍາກ, ທ່ານ ເພັງ​ນິ​ລັນ ຄຳ​ພັນ​ເພັງ ກ່າວ.

   ໃນ​ໂອ­ກາດ​ນີ້​ທ່ານ ສຈ. ດຣ. ສຸກ​ກົງ​ແສງ ໄຊ​ຍະ​ເລີດ ໄດ້​ໃຫ້ຄຳ​ຫມັ້ນ​ສັນ­ຍາ​ວ່າ: ຈະ​ໃຫ້­ການຊ່ວຍ­ເຫລືອ​ແຂວງ​ໄຊ​ຍະ​ບູ​ລີ​ໃນການ​ເກັບ​ກຳ​ຂໍ້​ມູນ​ສຶກ​ສາ​ຄົ້ນຄວ້າ​ເພື່ອ​ຂຽນ​ແຜນ​ແມ່​ບົດ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງກຸ່ມ​ບ້ານ​ໂພນ​ສະ­ອາດ​ໃຫ້​ສຳ­ເລັດໃນ​ເດືອນ​ເມ­ສາ​ປີ​ນີ້ ພ້ອມ​ທັງ​ຄົ້ນຄວ້າ​ຊອກ​ຫາ​ແຫລ່ງ​ທຶນ ແລະ ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ເພື່ອ​ເປັນ​ກຳ­ລັງ​ແຮງ​ພັດ­ທະ­ນາກຸ່ມ​ບ້ານ​ໂພນ​ສະ­ອາດໃຫ້​ກາຍເປັນ​ຕົວ​ເມືອງ​ນ້ອຍ​ຊົນ­ນະ­ບົດໃຫ້​ໄດ້​ໃນ​ປີ 2014.

ຂ່າວອື່ນໆໃນໝວດ: ຂ່າວໜ້າໜຶ່ງ
Bullet 2011 ອຸບັດເຫດສ້າງຄວາມເສຍຫາຍໃຫ້ເມືອງໄຊຍະບູລີ 900 ກວ່າລ້ານ (11)
Bullet ຮຸ້ນປິດບໍ່ປ່ຽນແປງ (7)
Bullet ກ້າວເປັນວິທະຍາໄລພອນສະຫວັນ ບໍລິຫານທຸລະກິດຢ່າງເຕັມຕົວ (8)
Bullet ສະຖາບັນການຕ່າງປະເທດຮຽນຮູ້ກ່ຽວກັບອາເຊມ (14)
Bullet ທະນາຄານທຸລະກິດ 4 ແຂວງພາກເຫນືອ ຮ່ວມສໍາມະນາບັນຫາການຟອກເງິນ (6)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
12 + 2 =
ເວລາໃນການປະມວນຜົນໜ້າເວັບ: 0.0543 ວິນາທີ.
Powered by iTeen 020 54644729