Social Economic Newspaper Online
ໜ້າຫຼັກ > ຂ່າວໜ້າໜຶ່ງ

ສົກນີ້ ອົດສະຕຣາລີ ຊ່ວຍເຫລືອລາວ 42,1 ລ້ານໂດລາ

Date of News ວັນທີ 27/01/2012 - ເວລາ 16:59:07 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂດຍ:ຈຽງ​ສັກ

   ຕະ­ຫລອດ​ໄລ­ຍະ 60 ປີ ແຫ່ງ​ສາຍ​ພົວ­ພັນ​ການ​ທູດ​ລະຫວ່າງ​ສອງ​ຊາດ​ລາວ-ອົດ​ສະຕຣາ​ລີ​ສອງ​ປະ­ເທດ​ຕ່າງ​ກໍ່​ໄດ້​ໃຫ້ການ​ຮ່ວມ​ມື​ສະ­ຫນັບ­ສະ­ຫນູນ ເຊິ່ງ​ກັນ ແລະ ກັນ​ໃນ​ເວ­ທີ​ສາ­ກົນ ແລະ ພາກ​ພື້ນ, ລັດ­ຖະ­ບານ​ອົດສະ​ຕຣາ​ລີ​ໄດ້​ຊ່ວຍ­ເຫລືອ​ລາວໃນ​ຫລາຍ​ດ້ານ ໂດຍ​ສະ­ເພາະການ​ສຶກ​ສາ, ການ​ຄ້າ-ການ​ລົງທຶນ ແລະ ພັດ­ທະ­ນາຊົນ­ນະ­ບົດ.

   ຂໍ້​ມູນ​ໃຫ້​ຮູ້​ໃນ​ໂອ­ກາດ​ງານສະ­ເຫລີມ­ສະ­ຫລອງ​ວັນ​ສ້າງ­ຕັ້ງສາຍ​ພົວ­ພັນ​ການ​ທູດ​ຄົບ­ຮອບ 60 ປີ ໃນ​ວັນ​ທີ 26 ມັງ­ກອນຜ່ານ​ມາ​ແຈ້ງ­ວ່າ ເລີ່ມ​ແຕ່​ສ້າງສາຍ​ພົວ­ພັນ​ການ​ທູດ​ລະ­ຫວ່າງ ລາວ-ອົດ​ສະ​ຕຣາ​ລີລັດ­ຖະ­ບານອົດ​ສະ​ຕຣາ​ລີ​ໄດ້​ໃຫ້­ການ​ສະຫນັບ​ສະ​ຫນູນ​ຊ່ວຍ­ເຫລືອ​ລ້າ​ແກ່ລາວ​ຕະ­ຫລອດ​ມາ​ສາ­ມາດ​ບັນ­ລຸເປົ້າ​ຫມາຍ​ສະ­ຫັດ​ສະ​ວັດ​ດ້ານການ​ພັດ­ທະ­ນາ​ໃນ​ປີ 2020 ໂດຍ ປີ 2004 ໃຫ້​ທຶນ​ກໍ່­ສ້າງ​ຂົວມິດ­ຕະ­ພາບ​ຂ້າມ​ແມ່­ນ້ຳ​ຂອງແຫ່ງ​ທຳ​ອິດ​ລະ­ຫວ່າງ​ລາວ-ໄທທີ່​ໃຊ້​ງົບ­ປະ­ມານ 40 ກວ່າ​ລ້ານໂດ​ລາ​ອົດ​ສະ​ຕຣາ​ລີ, ໄລ­ຍະ​ຕໍ່​ມາ ໂດຍ​ອີງ​ຕາມ​ແຜນ​ຍຸດ​ທະ​ສາດ ການ​ຮ່ວມ​ມື​ໄລ­ຍະ​ຍາວ​ລະຫວ່າງ ສປປ ລາວ ແລະ ອົດ​ສະຕຣາ​ລີ ໄດ້​ເນັ້ນ​ໃສ່​ພັດ­ທະ­ນາ 3 ດ້ານ​ຄື: ດ້ານ​ການ​ສຶກ​ສາ, ການຄ້າ-ການ​ລົງ­ທຶນ ແລະ ການ​ພັດທະ​ນາ​ຊົນ­ນະ­ບົດ.

   ສຳ­ລັບ​ສົກ​ປີ 2010-2011 ມີ​ມູນ​ຄ່າ​ການ​ຊ່ວຍ­ເຫລືອ​ຂອງລັດ­ຖະ­ບານ​ອົດ​ສະ​ຕຣາ​ລີ​ແກ່ລາວ​ມີ​ປະ­ມານ 41 ລ້ານ​ໂດ​ລາ ອົດ​ສະ​ຕຣາ​ລີ ແລະ ການ​ຮ່ວມ​ມືການ​ຄ້າ​ສອງ​ຝ່າຍ​ທີ່​ລາວ​ສາ ມາດ​ສົ່ງ​ສິນ­ຄ້າ​ໄປ​ອົດ​ສະ​ຕຣາ​ລີ ມູນ​ຄ່າ 2 ລ້ານ​ໂດ​ລາ​ສະ­ຫະ­ລັດ ແລະ ນຳ​ເຂົ້າ​ສິນ­ຄ້າ​ຈາກ​ອົດ​ສະຕຣາ​ລີ​ມີ​ມູນ​ຄ່າ 24,7 ລ້ານ​ໂດລາ​ສະ­ຫະ­ລັດ.

   ປະ­ຈຸ​ບັນ​ ສາຍ​ພົວ­ພັນ​ການຮ່ວມ​ມື​ລະ­ຫວ່າງ​ສອງ​ຊາດ​ຍິ່ງ​ມີຄວາມ​ແຫນ້ນ​ແຟ້ນ​ຍິ່ງ​ຂຶ້ນ ໂດຍຈຸດ­ປະ­ສົງ​ຫລັກ​ແມ່ນ​ເພື່ອ​ພັດ​ທະນາ 4 ຂົງ­ເຂດ​ວຽກ​ງານ​ຄື: ສົ່ງເສີມ​ການ​ສຶກ​ສາ​ຂັ້ນ​ພື້ນ­ຖານ (ປະ­ຈຸ​ບັນ​ມີ​ນັກ​ສຶກ​ສາ​ທີ່​ໄດ້​ຮັບທຶນ ແລະ ຮຽນ​ຈົບ​ມາ​ແລ້ວ​ປະມານ 1000 ກວ່າ​ຄົນ), ສົ່ງ­ເສີມການ​ຄ້າ-ການ​ລົງ­ທຶນ​ໃນ​ຂົງ­ເຂດທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຫລຸດ ຜ່ອນ​ຄວາມ­ທຸກ​ຍາກ ແລະ ເສີມສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ວຽກງານ​ບໍ­ລິ­ຫານ​ຄຸ້ມ​ຄອງ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ ໂດຍ​ໃຫ້​ທຶນການ​ຊ່ວຍ­ເຫລືອ​ໃນ​ມູນ​ຄ່າ 42,1 ລ້ານ​ໂດ​ລາ​ອົດ​ສະ​ຕຣາ​ລີ.

   ເພື່ອ​ຮັດ​ແຫນ້ນ​ຄວາມ​ສາ​ມັກຄີ​ລະ­ຫວ່າງ​ສອງ​ຊາດ, ໃນ​ວັນພະ­ຫັດ​ຜ່ານ​ມາ, ທີ່​ສະ­ຖານ­ທູດອົດ​ສະ​ຕຣາ​ລີ​ໄດ້​ຈັດ​ພິ­ທີ​ສະເຫລີມ​ສະ­ຫລອງ​ວັນ­ຊາດ​ພ້ອມໆ ກັບ​ການ​ສະ­ເຫລີມ­ສະ­ຫລອງ​ວັນ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ລະຫວ່າງ​ລາວ-ອົດ​ສະ​ຕຣາ​ລີ ຄົບຮອບ 60 ປີ, ເປັນ​ກຽດ​ເຂົ້າ​ຮ່ວມງານ​ຄັ້ງ​ນີ້​ໂດຍ ທ່ານ ດຣ. ທອງ ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ​ລັດ​ຖະມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ການ​ຕ່າງ­ປະ­ເທດ, ມີ​ຄະ­ນະນຳ​ສະ­ຖານ­ທູດ​ຕ່າງໆ​ປະ­ຈຳລາວ ແລະ ແຂກ​ຈາກ​ພາກ­ສ່ວນຕ່າງໆ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ​ເຂົ້າ​ຮ່ວມ.

ຂ່າວອື່ນໆໃນໝວດ: ຂ່າວໜ້າໜຶ່ງ
Bullet 2011 ອຸບັດເຫດສ້າງຄວາມເສຍຫາຍໃຫ້ເມືອງໄຊຍະບູລີ 900 ກວ່າລ້ານ (11)
Bullet ຮຸ້ນປິດບໍ່ປ່ຽນແປງ (7)
Bullet ກ້າວເປັນວິທະຍາໄລພອນສະຫວັນ ບໍລິຫານທຸລະກິດຢ່າງເຕັມຕົວ (8)
Bullet ສະຖາບັນການຕ່າງປະເທດຮຽນຮູ້ກ່ຽວກັບອາເຊມ (14)
Bullet ທະນາຄານທຸລະກິດ 4 ແຂວງພາກເຫນືອ ຮ່ວມສໍາມະນາບັນຫາການຟອກເງິນ (6)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
18 + 7 =
ເວລາໃນການປະມວນຜົນໜ້າເວັບ: 0.0611 ວິນາທີ.
Powered by iTeen 020 54644729