ຖືເອົາການສຶກສາເປັນໃຈກາງ ເພື່ອພັດທະນາຊັບພະຍາກອນມະນຸດ
ຂ່າວ: ແກ້ວປັນຍາ
ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນຍຸກໃຫມ່ ແຂວງສະຫວັນນະເຂດຈະໄດ້ເລ່ງກໍ່ສ້າງ ແລະ ຍົກລະດັບຊັບພະຍາກອນມະນຸດ ໃຫ້ຂະຫຍາຍຕົວທັງໃນດ້ານປະລິມານ ແລະ ຄຸນນະພາບ, ໂດຍຖືເອົາວຽກງານການສຶກສາເປັນແກນກາງຂອງການພັດທະນາຮັບປະກັນໃຫ້ຕົວເລກຜູ້ເຂົ້າຮຽນບັນລຸໄດ້ຕາມຕົວເລກແຜນການໃນປີ 2015.
ຕາມທິດທາງແຜນການພັດທະນາເສດຖະກິດ-ສັງຄົມຂອງ ແຂວງສະຫວັນນະເຂດນັບແຕ່ປີ 2010-2015 ນີ້, ຄະນະພັກກໍ່ຄື ອຳນາດການປົກຄອງແຕ່ລະຂັ້ນ ຈະເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຢ່າງຕໍ່ເນື່ອງ, ລຶບລ້າງຄວາມທຸກຍາກເທື່ອລະກ້າວ, ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບ ໂດຍພັດທະນາການສຶກສາວັດທະນະທຳໄປຄຽງຄູ່ກັບດ້ານເສດຖະກິດ.
ແຂວງຈະເນັ້ນໃສ່ການພັດທະນາຊັບພະຍາກອນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບເພື່ອປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນນີ້ ຈະເອົາວຽກງານສຶກສາເປັນໃຈກາງຂອງການພັດທະນາຊັບພະຍາກອນມະນຸດ ເຊັ່ນວ່າ: ເປີດໂອກາດສ້າງຄວາມສະເຫມີພາບເຂົ້າຮຽນຂອງລູກຫລາຍປະຊາຊົນບັນດາເຜົ່າ, ປັບປຸງຄຸນນະພາບແລະ ຄວາມສອດຄ່ອງ, ຄວາມເຂັ້ມແຂງທາງດ້ານການບໍລິຫານການຄຸ້ມຄອງການສຶກສາ ຮອດປີ 2015 ອັດຕາການເຂົ້າຮຽນໃຫມ່ສຸດທິຂອງເດັກໃນເກນອາຍຸໃຫ້ໄດ້ 98%, ອັດຕາເຂົ້າຮຽນປະຖົມ ອາຍຸ 6-10 ປີໃຫ້ບັນລຸ 100% ມັດທະຍົມຕົ້ນ 75%, ມັດທະຍົມປາຍໃຫ້ໄດ້ 45%.
ພ້ອມດຽວກັນນັ້ນ ຍັງຈະສູ້ຊົນຕື່ມໃຫ້ໄດ້ນຳໃຊ້ລະບົບໄອທີຢູ່ໂຮງຮຽນມັດທະຍົມຕົ້ນ 5 ແຫ່ງ ແລະ ສ້າງໂຮງຮຽນພອນສະຫວັນຂັ້ນມັດທະຍົມສົມບູນ 1 ແຫ່ງ, ລະດົມທຶນຈາກພາກລັດ ແລະ ການຊ່ວຍເຫລືອຈາກຕ່າງປະເທດ ເພື່ອສ້ອມແປງ ແລະ ກໍ່ສ້າງໃຫມ່ອາຫານຮຽນຊັ້ນປະຖົມໃຫ້ໄດ້ 117 ແຫ່ງ, ມັດທະຍົມຕົ້ນ ແລະ ມັດທະຍົມສົມບູນ 63 ແຫ່ງ.
ທຸກໆໂຮງຮຽນຕ້ອງໄດ້ຊົມໃຊ້ວິດຖ່າຍໃນໂຮງຮຽນ, ສ້າງຜູ້ຢູ່ໃນເກນອາຍຸລະຫວ່າງ 15-40 ປີທີ່ຈົບປະຖົມໃຫ້ສືບຕໍ່ຮຽນຈົບຊັ້ນມັດທະຍົມໃນລະດັບ 20% ຂອງຈຳນວນເປົ້າຫມາຍ ຮຽນ.
ຄຽງຄູ່ກັນນີ້ ກໍ່ສົມທົບກັບສູນກາງໃນການຊອກທຶນມາພັດທະນາມະຫາວິທະຍາໄລສະຫວັນນະເຂດ ເປັນຕົ້ນດ້ານການສ້າງພື້ນຖານໂຄງລ່າງທີ່ຈຳເປັນຕ່າງໆທັງຊຸກຍູ້ບັນດາໂຮງຮຽນວິທະຍາໄລຂອງພວກເອກະຊົນທີ່ໄດ້ລົງທຶນໄປແລ້ວນັ້ນໃຫ້ເອົາໃຈໃສ່ປະຕິບັດຫລັກສູດການຮຽນ-ການສອນໃຫ້ມີຄຸນນະພາບ ສາມາດຮອງຮັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນປາຍຫລາຍຂຶ້ນ.
