ພົບວັດຖຸບູຮານ ໃນວັດຮ້າງບ້ານນາຈ່ານ ກຽມປະກາດເປັນແຫລ່ງທ່ອງທ່ຽວໃຫມ່
ຂ່າວ: ສົມເພັດ
ວັດຮ້າງ ບ້ານນາຈ່ານ ເມືອງຫົງສາ ແຂວງໄຊຍະບູລີ ທີ່ຄົ້ນພົບໃນຕົ້ນເດືອນມັງກອນ 2012 ໄດ້ພົບເຫັນວັດຖຸບູຮານຫລາຍລາຍການ ທັງໄດ້ຂຶ້ນທະບຽນເປັນທີ່ຮຽບຮ້ອຍ, ກຽມປະ ກາດເປັນແຫລ່ງທ່ອງທ່ຽວແຫ່ງໃຫມ່ໄວໆນີ້.
ໂດຍການສົມທົບກັນລະຫວ່າງກົມມໍລະດົກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫລື ຖວທ, ພະແນກ ຖວທ ແຂວງໄຊຍະບູລີ, ຫ້ອງການ ຖວທ ເມືອງຫົງສາ ກັບບໍລິສັດໄຟຟ້າຫົງສາ ແຂວງໄຊຍະບູລີ ການຂຸດຄົ້ນສະຖານທີ່ວັດ ຮ້າງບ້ານນາຈ່ານ ໄດ້ພົບເຫັນວັດຖຸທັງຫມົດລວມມີ 42 ລາຍການ ເຊິ່ງປະກອບມີວັດຖຸທີ່ເຮັດດ້ວຍດິນເຜົາ, ວັດຖຸໂລຫະທອງ, ເຫລັກ, ເງິນ ໃນນັ້ນ ມີຊິ້ນສ່ວນ ພະພຸດທະຮູບທອງສຳລິດ, ມີພະພຸດທະຮູບທີ່ຍັງມີສະພາບສົມບູນ 3 ອົງ ນອກຈາກນັ້ນອີກຍັງພົບເຫັນຊິ້ນສ່ວນແທ່ນພະທີ່ແຕກຫັກຈຳ ນວນຫນຶ່ງ.
ມາຮອດປະຈຸບັນນີ້ ຈຳນວນວັດຖຸດັງກ່າວໄດ້ກາຍເປັນກຳມະສິດຂອງລັດ ໂດຍສະເພາະແມ່ນໄດ້ມອບໃຫ້ເມືອງຫົງສາເປັນຜູ້ຄຸ້ມຄອງຮັກສາ ແລະ ຂຶ້ນທະບຽນໄວ້ເປັນຫລັກຖານ ແລະ ສະຖານທີ່ດັ່ງກ່າວຈະກາຍເປັນແຫລ່ງທ່ອງທ່ຽວໃນອະນາຄົດອັນໃກ້ນີ້.
