Social Economic Newspaper Online
ໜ້າຫຼັກ > ຂ່າວໜ້າໜຶ່ງ

ຄ່າຈ້າງຕໍ່າສຸດເລີ່ມມີຜົນ, ຖ້າຄ່າແຮງງານ ຍັງຄືເກົ່າແຈ້ງໄດ້ຜູ້ຄຸ້ມຄອງຝ່າຍລັດ

Date of News ວັນທີ 27/01/2012 - ເວລາ 08:47:20 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ຄ່າຈ້າງຕໍ່າສຸດເລີ່ມມີຜົນ, ຖ້າຄ່າແຮງງານ ຍັງຄືເກົ່າແຈ້ງໄດ້ຜູ້ຄຸ້ມຄອງຝ່າຍລັດ

ຂ່າວ: ພະ­ນອມ​ໄພ

   ມັງ­ກອນ ປີ 2012 ນັບເປັນ​ເດືອນ​ທຳ​ອິດ​ຂອງ​ການ​ຈັດຕັ້ງ​ປະ­ຕິ­ບັດ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳສຸດ​ທີ່​ປັບ​ຂຶ້ນ​ໃຫມ່ ແຕ່​ຜູ້​ຄຸ້ມ​ຄອງ​ແຮງ​ງານ​ຄາດ​ເດືອນ​ນີ້ ອາດຈັດ​ຕັ້ງ​ຍັງ​ບໍ່​ທົ່ວ​ເຖິງ ພ້ອມ​ສະເຫນີ​ແຮງ​ງານ​ຫາກ​ບໍ່​ໄດ້​ຮັບຕາມ​ການ​ປັບ​ໃຫມ່​ແຈ້ງ​ໄດ້​ຜູ້​ຄຸ້ມ​ຄອງ​ຂອງ​ລັດ​ທີ່­ຢູ່​ໃກ້.

   ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ​ທີ່ ປັບ​ຂຶ້ນ​ໃຫມ່​ຈາກ 348.000 ກີບ ຕໍ່​ເດືອນ​ໃນ​ປີ​ກາຍ ມາ​ເປັນ 626.000 ກີບຕໍ່​ເດືອນ​ແມ່ນ​ເລີ່ມ​ຕົ້ນ​ແຕ່​ມັງ ກອນ​ປີ​ນີ້​ເປັນ­ຕົ້ນ​ໄປ ໂດຍ​ທີ່​ກະຊວງ​ແຮງ​ງານ ແລະ ສະ­ຫວັດ­ດີການ​ສັງ­ຄົມ​ ໄດ້​ອອກ​ຖະ­ແຫລງການ​ກ່ຽວ​ກັບ​ການ​ປັບ​ຂຶ້ນ​ດັ່ງກ່າວ​ແລ້ວ ເມື່ອ​ກາງ​ເດືອນ​ຜ່ານມາ​ໂດຍ​ມີ​ຈຸດ­ປະ­ສົງ​ເພື່ອ​ຍົກ​ລະດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ອອກ­ແຮງ​ງານ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

   ຢ່າງ­ໃດ​ກໍ່​ຕາມ ສະ­ເພາະ​ໃນ ເດືອນ​ທຳ​ອິດ​ທີ່​ປະ­ຕິ­ບັດ​ນີ້ ທ່ານ ຄຳ​ຂານ ພິນ​ສະ­ຫວັນ ຫົວ­ຫນ້າ ກົມ​ຄຸ້ມ​ຄອງ​ແຮງ​ງານ​ກະ­ຊວງແຮງ​ງານ ແລະສະ­ຫວັດ­ດີ​ການສັງ­ຄົມ ຫລື ຮສສ ຍອມ­ ຮັບວ່າ: ບັນ­ດາ​ຫົວ­ຫນ່ວຍ​ແຮງ​ງານ ໃນ​ທົ່ວ​ປະ­ເທດ​ອາດ​ຍັງ​ບໍ່​ສາມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຢ່າງ​ເຕັມ ສ່ວນເນື່ອງ​ຈາກ​ການ​ກະ­ຈາຍເອ­ກະ­ສານ​ການ​ແຈ້ງ​ປັບ​ຂຶ້ນ ອາດ​ຍັງ​ບໍ່​ທົ່ວ​ເຖິງ ຫລື ບໍ່​ກໍ່ ອາດຜູ້​ປະ­ກອບ​ການ​ບາງ​ຫົວ­ຫນ່ວຍຍັງ​ບໍ່​ພິ­ຈາ­ລະ­ນາ.

   ແຕ່​ແຮງ​ງານ​ທີ່­ຢູ່​ຕາມ​ບັນ­ດາຫົວ­ຫນ່ວຍ​ແຮງ​ງານ​ຫາກ​ຍັງຮັບ​ຄ່າ​ແຮງ​ງານ​ຕ່ຳ​ສຸດ​ໃນ​ອັດຕາ​ເກົ່າ​ກໍ່​ສາ­ມາດ​ມາ​ແຈ້ງ​ກັບອົງ­ການ​ຄຸ້ມ​ຄອງ​ຂອງ​ລັດ​ທີ່­ຢູ່ໃກ້​ເປັນ­ຕົ້ນ​ແມ່ນ​ພະ​ແນກ ຮສສ  ແຂວງ ແລະ ຫ້ອງ­ການ ຮສສ ເມືອງ ຫລື ຈະ­ແຈ້ງ ໂດຍ​ກົງ​ເຖິງພະ​ແນກ​ຄຸ້ມ​ຄອງ​ແຮງ​ງານ​ກົມ ຄຸ້ມ​ຄອງ​ແຮງ​ງານກະ­ຊວງ ຮສສ ໄດ້​ທີ່​ຫມາຍ​ເລກ­ໂທລະ­ສັບ 021 213007 ຫລື 021 213247.

   ສ່ວນ​ມາດ­ຕາ​ການ​ຕໍ່​ຫົວຫນ່ວຍ​ແຮງ​ງານ​ທີ່​ລະ­ເມີດ​ຫາກ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຂອງ​ລັດຫາກ​ກວດ​ພົບ​ຈະ​ໄດ້​ເອີ້ນ​ເຈົ້າຂອງ​ກິດ­ຈະ­ການ​ເຂົ້າ​ມາ​ສຶກ​ສາ​ອົບ​ຮົບ​ພຽງ 2 ຄັ້ງ ຫາກ​ມີ​ຄັ້ງ​ທີ 3 ກໍ່​ຈະ​ໄດ້​ສະ­ເຫນີ​ຕໍ່​ອົງ­ການ​ທີ່ກ່ຽວ­ຂ້ອງ​ໃນ​ການ​ຕັດ​ນະ­ໂຍ­ບາຍຕ່າງໆ​ດ້ານ​ພາ­ສີŒອາ­ກອນ ຫລື ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ​ກໍ່​ສັ່ງ​ໃຫ້​ຖອນ​ໃບ​ອະ­ນຸ­ຍາດ​ການ​ດຳ­ເນີນກິດ­ຈະ­ການ ພ້ອມ​ຖືກ​ດຳ­ເນີນ​ຄະດີ​ຕາມ​ລະ­ບຽບ​ກົດ­ຫມາຍ , ທ່ານ ຄຳ​ຂານ ພິນ​ສະ­ຫວັນ ກ່າວ.

   ຂະ­ນະ​ທີ່​ຜ່ານ​ມາ ກົມ​ຄຸ້ມ​ຄອງແຮງ​ງານ ໂດຍ​ສົມ­ທົບ​ກັບ​ກົມ​ປົກ ປ້ອງ​ແຮງ​ງານ​ຂອງ​ສູນ​ກາງກຳ­ມະ­ບານ​ລາວ ແລະ ສະ­ພາການ​ຄ້າ ແລະ ອຸດ​ສະ­ຫະ​ກຳ​ແຫ່ງຊາດ​ໄດ້​ເຜີຍ­ແຜ່​ແຈ້ງ​ການ​ປັບຂຶ້ນ​ດັ່ງ­ກ່າວ ໃຫ້​ພາກ­ສ່ວນ​ກ່ຽວຂ້ອງ​ຂອງ​ແຕ່​ລະ​ແຂວງ ແລະ ເມືອງ​ຊາບ ໃນ​ທີ່​ປະ­ຊຸມ​ປະ­ກອບຄວາມ​ຄິດ​ເຫັນ​ໃສ່​ຮ່າງ​ກົດ­ຫມາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຮງ​ງານທີ່​ຈັດ​ຂຶ້ນ​ຢູ່​ບັນ­ດາ​ແຂວງ​ໃນ​ທົ່ວປະ­ເທດ​ແລ້ວ, ທ່ານ ຄຳ​ຂານ ພິນ​ສະ­ຫວັນ ກ່າວ​ຢ້ຳ.

ຂ່າວອື່ນໆໃນໝວດ: ຂ່າວໜ້າໜຶ່ງ
Bullet 2011 ອຸບັດເຫດສ້າງຄວາມເສຍຫາຍໃຫ້ເມືອງໄຊຍະບູລີ 900 ກວ່າລ້ານ (12)
Bullet ຮຸ້ນປິດບໍ່ປ່ຽນແປງ (7)
Bullet ກ້າວເປັນວິທະຍາໄລພອນສະຫວັນ ບໍລິຫານທຸລະກິດຢ່າງເຕັມຕົວ (8)
Bullet ສະຖາບັນການຕ່າງປະເທດຮຽນຮູ້ກ່ຽວກັບອາເຊມ (15)
Bullet ທະນາຄານທຸລະກິດ 4 ແຂວງພາກເຫນືອ ຮ່ວມສໍາມະນາບັນຫາການຟອກເງິນ (6)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
14 + 7 =
ເວລາໃນການປະມວນຜົນໜ້າເວັບ: 0.0542 ວິນາທີ.
Powered by iTeen 020 54644729