Social Economic Newspaper Online
ໜ້າຫຼັກ > ຂ່າວໜ້າໜຶ່ງ

ສິນຄ້າຂາຍດີ ສາລີມາແຮງເມືອງຮຸນສົ່ງອອກ ເກີນແຜນ 42,3%

Date of News ວັນທີ 27/01/2012 - ເວລາ 08:25:58 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ສິນຄ້າຂາຍດີ ສາລີມາແຮງເມືອງຮຸນສົ່ງອອກ ເກີນແຜນ 42,3%

ຂ່າວ: ຈັນ​ໄດ

   ຫ້ອງ­ການ​ອຸດ­ສາ­ຫະ­ກຳŒການ​ຄ້າ​ເມືອງ​ຮຸນ ແຂວງ​ອຸ­ດົມໄຊ ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ຫນຶ່ງ​ປີຜ່ານ​ມາ​ດ້ວຍ​ຄວາມ​ເອົາ­ໃຈ­ໃສ່ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າຂອງ​ອຳ­ນາດ​ການ​ປົກ­ຄອງເມືອງ ທັງ​ໃຫ້​ຄວາມ​ສຳ­ຄັນ​ການຄຸ້ມ​ຄອງ​ຫົວ­ຫນ່ວຍ​ທຸ­ລະ​ກິດ​ຂະຫນາດ​ນ້ອຍ​ທີ່­ຢູ່​ໃນ​ຂອບ​ເຂດຄວາມ​ຮັບ­ຜິດ­ຊອບ, ຄຸ້ມ​ຄອງ​ລາຄາ​ສິນ­ຄ້າ​ການ​ປະ­ຕິ­ບັດ​ບັນ­ດາໂຄງ­ການ​ຢ່າງ​ມີ​ລະ­ບຽບ​ແບບແຜນ ສົ່ງ​ຜົນ​ໃຫ້​ປີ­ຜ່ານ­ມາ​ເມືອງຮຸນ​ບັນ­ລຸ​ມູນ​ຄ່າ​ການ​ສົ່ງ​ອອກ 87 ຕື້​ກວ່າ​ກີບ.

   ທ່ານ ຄຳ​ເພັງ ພອນ​ຈະ­ເລີນ ຮອງ​ຫົວ­ຫນ້າ​ຫ້ອງ­ການ​ອຸດ​ສາຫະ​ກຳ ແລະ ການ​ຄ້າ​ເມືອງ​ຮຸນ ໃຫ້​ຮູ້​ວ່າ: ເມືອງ​ຮຸນ​ຖື​ວຽກ​ງານສົ່ງ­ເສີມ​ການ​ຜະ­ລິດ ແລະ ການຄ້າ​ເປັນ​ຫນຶ່ງ​ໃນ​ວຽກ​ບຸ­ລິ­ມະ­ສິດສຳ­ຄັນ​ແບ່ງ​ຫນ້າ­ທີ່​ຮັບ­ຜິດ­ຊອບໃຫ້​ບຸກ­ຄົນ​ແຕ່​ການ​ເຮັດ​ວຽກຕ້ອງ​ລວມ​ສູນ​ມີ​ການ​ສະ­ຫລຸບລາຍ​ງານ​ສ່ອງ​ແສງ​ຕາມ​ສາຍຕັ້ງ, ສາຍ​ຂວາງ​ເປັນ​ປະ­ຈຳ, ທັງ​ອີງ­ໃສ່​ທ່າ­ແຮງ​ຂອງ​ສິນ­ຄ້າ ພາຍ​ໃນ​ເມືອງ, ການ​ຜະ­ລິດ​ເປັນສິນ­ຄ້າ​ກໍ່​ມີ​ການ​ຂະ­ຫຍາຍ­ຕົວຢ່າງ​ຕໍ່​ເນື່ອງ ເຊິ່ງ​ເມືອງ​ໄດ້​ຫັນເອົາ​ການ​ຜະ­ລິດ​ແບບ​ກະ​ແຈກ​ກະຈາຍ​ເຂົ້າ​ເປັນ​ກຸ່ມ​ຜະ­ລິດ, ກຳ­ນົດສິດ​ຫນ້າ­ທີ່ ແລະ ພາ­ລະ​ບົດ­ບາດໃນ​ການ­ຈັດ­ຕັ້ງ​ກຸ່ມ​ຜະ­ລິດ​ມີ​ລະບຽບ​ການ​ສະ­ເພາະ ແລະ ມີ​ການຈັດ​ຕັ້ງ​ຢ່າງ​ເປັນ​ຮູບ​ປະ​ທຳ​ໂດຍສົມ­ທົບ​ກັບ​ຂະ­ແຫນງ​ກະ­ສິ­ກຳ.

   ນອກ​ນັ້ນ ຍັງ​ໄດ້​ຂຶ້ນ​ແຜນການ­ຈັດ­ຕັ້ງ​ກຸ່ມ​ເກັບ​ຊື້​ຜົນ​ຜະ­ລິດຕິດ­ຕາມ​ຄຸ້ມ​ຄອງ​ກວດ­ກາ​ສິນ­ຄ້າເປັນ​ປົກ­ກະ­ຕິ​ບໍ່​ໃຫ້​ສິນ­ຄ້າ​ຮົ່ວໄຫລ ແລະ ສາ­ມາດ​ມອບ​ລາຍ​ຮັບເຂົ້າ​ງົບ­ປະ­ມານ​ໄດ້​ຕາມ​ຄາດ ຫມາຍ​ຈິ່ງ​ເຮັດ​ໃຫ້​ໃນ 1 ປີ​ຜ່ານ ມາ​ລວມ​ມູນ​ຄ່າ​ສິນ­ຄ້າ​ອອກ​ຈາກເມືອງ​ໄດ້​ທັງ​ຫມົດ 87 ຕື້​ກວ່າກີບ ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ ໄດ້ 142,3% ຫລື ເທົ່າ​ກັບ 10,8 ລ້ານ​ໂດ​ລາ​ສະ­ຫະ­ ລັດ​ສົມ​ທຽບໃສ່​ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 140,6%.

   ໃນ​ນັ້ນ ມີ​ສິນ­ຄ້າ​ກະ­ສິ­ກຳ​ຈຳນວນ 53.035,6 ໂຕນ​ມູນ​ຄ່າ 85,8 ຕື້​ກວ່າ​ກີບ ເທົ່າ​ກັບ 10,7 ລ້ານ​ໂດ​ລາ​ສະ­ຫະ­ລັດ. ເດັ່ນ​ກວ່າ ຫມູ່​ແມ່ນ​ສາ­ລີ​ຫົວ­ອາ­ຫານ​ສັດ 52.460 ໂຕນ​ມູນ​ຄ່າ 84,6 ຕື້ກວ່າ​ກີບ. ເຄື່ອງ​ປ່າ​ຂອງ​ດົງ​ມີ 237 ລ້ານ​ກວ່າ​ກີບ​ສັດ­ລ້ຽງ 117,5 ລ້ານ​ກີບ ແລະ ສິນ­ຄ້າ ປະ­ເພດ​ອື່ນໆ 809,4 ລ້ານ​ກວ່າກີບ.

   ທ່ານ ຄຳ​ເພັງ ພອນ​ຈະ­ເລີນກ່າວ​ຕື່ມ​ວ່າ: ໃນ​ປີ 2012 ຈະ​ສູ້ຊົນ​ພັດ­ທະ­ນາ​ດ້ານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໃຫ້​ມີ​ການ​ຂະຫຍາຍ​ຕົວ​ຢູ່​ໃນ​ລະ­ດັບ 25Œ28% ຂອງ GDP ພາຍ​ໃນ​ເມືອງ​ຊຸກ­ຍູ້ ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ດ້ວຍ​ຫລາຍ​ວິ­ທີ​ການ​ເປັນ­ຕົ້ນ ແມ່ນ​ການ​ລົງ­ທຶນ​ຂອງ​ພາກ​ລັດ ແລະ ເອ­ກະ​ຊົນ​ປຸກ­ລະ­ດົມ​ທຸກ ພາກ­ສ່ວນ​ເສດ­ຖະ­ກິດ​ຍົກ​ຄຸນ​ນະ ພາບ​ສິນ­ຄ້າ​ໃຫ້​ໄດ້​ມາດ­ຖານ ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ຜູ້​ຜະ­ລິດ​ຊຸກ ຍູ້​ສົ່ງ­ເສີມ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໃຫ້​ມີ​ການ​ຜະ­ລິດ​ສິນ­ຄ້າ​ແບບ​ຍືນ ຍົງ​ໂດຍ​ອີງ­ໃສ່​ເງື່ອນ­ໄຂ​ຄວາມ ເອື້ອ​ອຳ­ນວຍ​ຊັບ­ພະ­ຍາ­ກອນ​ທຳ ມະ​ຊາດ​ຂອງ​ເມືອງ​ສູ້​ຊົນ​ສ້າງ ມູນ​ຄ່າ​ສົ່ງ​ອອກ​ໃຫ້​ໄດ້ 72 ຕື້ ກວ່າ​ກີບ​ເປັນ​ຢ່າງ​ຕ່ຳ.

ຂ່າວອື່ນໆໃນໝວດ: ຂ່າວໜ້າໜຶ່ງ
Bullet 2011 ອຸບັດເຫດສ້າງຄວາມເສຍຫາຍໃຫ້ເມືອງໄຊຍະບູລີ 900 ກວ່າລ້ານ (11)
Bullet ຮຸ້ນປິດບໍ່ປ່ຽນແປງ (7)
Bullet ກ້າວເປັນວິທະຍາໄລພອນສະຫວັນ ບໍລິຫານທຸລະກິດຢ່າງເຕັມຕົວ (8)
Bullet ສະຖາບັນການຕ່າງປະເທດຮຽນຮູ້ກ່ຽວກັບອາເຊມ (14)
Bullet ທະນາຄານທຸລະກິດ 4 ແຂວງພາກເຫນືອ ຮ່ວມສໍາມະນາບັນຫາການຟອກເງິນ (6)
ຄຳເຫັນຂອງທ່ານ:
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
14 + 2 =
ເວລາໃນການປະມວນຜົນໜ້າເວັບ: 0.0532 ວິນາທີ.
Powered by iTeen 020 54644729