ທ່ານຮອງນາຍົກ ແນະນໍາສື່ກໍາແຫນ້ນ ແນວທາງເຜີຍແຜ່ສູ່ສັງຄົມໃຫ້ເຂົ້າໃຈ
ຂ່າວ: ສຸລິນ
ທ່ານຮອງນາຍົກລັດຖະມົນຕີກ່າວວ່າ ຜ່ານມາສື່ມວນຊົນໄດ້ເຮັດຫນ້າທີ່ກະຈາຍ ຂ່າວຢ່າງກວ້າງຂວາງປະຊາຊົນ ແລະ ວົງຄະນະຍາດສາກົນໄດ້ຮັບຮູ້ແຜນນະໂຍບາຍເນື້ອໃນຈິດໃຈໃນການພັດທະນາປະເທດຂອງພັກ-ລັດຫລາຍຂຶ້ນ ແຕ່ຕໍ່ຈາກນີ້ສື່ເຊິ່ງເປັນກະບອກສຽງຂອງພັກຕ້ອງຫມັ່ນສຶກສາຄວາມຕ້ອງການຂອງສັງຄົມ, ກຳແຫນ້ນແນວທາງຂອງພັກໂຄສະນາເຜີຍແຜ່ຂ່າວສານໃຫ້ຜູ້ບໍລິໂພກໄດ້ຮັບຂໍ້ມູນທີ່ຈະແຈ້ງ, ທ່ຽງທຳ ແລະ ຫລາກຫລາຍຂຶ້ນໃນຂອບຮັກສາວັດທະນະທຳ.
ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດໃຫ້ຄຳເຫັນຕໍ່ສື່ມວນຊົນທຸກຂະແຫນງມື້ວານນີ້ ທີ່ນະຄອນຫລວງວຽງຈັນ ວ່າ: ຕະຫລອດໄລຍະຜ່ານມາ ສື່ມວນຊົນທີ່ເປັນກະບອກສຽງຂອງພັກລັດຖະບານໄດ້ມີຄວາມກະຕືລືລົ້ນໃນການໂຄສະນາເຜີຍແຜ່ນະໂຍບາຍຂໍ້ມູນຕ່າງໆອອກສູ່ສັງຄົມ ບໍ່ວ່າຈະເປັນສື່ເອເລັກໂຕຣນິກ, ສື່ສິ່ງພິມ ຫລື ສື່ທັນສະໄຫມທາງເວັບໄຊຕ່າງໆຢ່າງກວ້າງຂວາງເຮັດ ໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງແນວທາງຂອງພັກ-ລັດເປັນປົກກະຕິໃນແຕ່ລະໄລຍະນັ້ນຖືເປັນບົດຮຽນ ແລະ ຜົນງານອັນດີທີ່ຄວນສືບຕໍ່ຜັນຂະຫຍາຍ.
ໃນຍຸກນີ້ ຂໍ້ມູນຂ່າວສານກວ້າງຂວາງທັງວ່ອງໄວ ສະນັ້ນ ສື່ຕ້ອງເປັນຂົວຕໍ່ທີ່ສຳຄັນໃນການນຳຂ່າວມາເຜີຍແຜ່ສູ່ມວນຊົນ ແຕ່ຄຽງຄູ່ກັນນີ້ສື່ຄວນມີສະຕິເລືອກເຟັ້ນຂໍ້ມູນຂ່າວສານທີ່ຊັດເຈນ ແລະ ທ່ຽງທຳມີລັກສະນະເປັນກາງເພື່ອໃຫ້ມວນຊົນໄດ້ບໍລິໂພກຂ່າວຢ່າງຖືກຕ້ອງ, ຕິດຕາມສະພາບການເຫນັງຕີງຂອງໂລກໃຫ້ໄວ ໂດຍສະເພາະດ້ານເສດຖະກິດທີ່ຈະເປັນຜົນພວງເຖິງປະເທດເຮົາ ເພື່ອຫາວິທີຮັບມືກ່ອນເຫດຮ້າຍຈະມາເຖິງ ທ່ານ ດຣ. ທອງລຸນ ກ່າວ.
ພິເສດທ່ານຮອງນາຍົກໄດ້ໃຫ້ທິດຊີ້ນຳວ່າ: ສື່ມວນຊົນລາວໃນປະຈຸບັນແມ່ນພັດທະນາກ້າວໄກຫລາຍ ຖ້າທຽບໃສ່ຊຸມປີຫລັງ ແຕ່ໄປພ້ອມກັນກັບຄວາມກ້າວຫນ້າທັນສະໄຫມໃຫ້ຮັກສາຮີດຄອງວັດທະນະທຳຂອງລາວໄວ້ ເພາະປະຈຸບັນຫລາຍປະເທດທົ່ວໂລກໂດຍສະເພາະຄົນລາວທີ່ຢູ່ຕ່າງປະເທດໃຫ້ຄວາມສົນໃຈ ແລະ ຕິດຕາມເປັນປະຈຳຕົ້ນຕໍລາຍການວັດທະນະທຳ, ລະດັບການພັດທະນາ, ເສດຖະກິດ, ການເມືອງ ເຊິ່ງປະຈຸບັນຍັງບໍ່ທັນສະຫນອງໄດ້ເທົ່າທີ່ຄວນ.
ທ່ານຮອງນາຍົກຍັງແນະນຳຕອນທ້າຍອີກວ່າ: ໃນປີ 2012 ນີ້ປະເທດເຮົາຈະມີຫລາຍເຫດການເກີດຂຶ້ນເຊັ່ນ ເປັນປີເລີ່ມຕົ້ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ແລະ ມະຕິ IX ຂອງພັກ, ການສະຫລອງວັນສ້າງຕັ້ງສາຍພົວພັນການທູດກັບ ປະເທດຕ່າງໆ. ພິເສດສຸດແມ່ນລາວຈະເປັນເຈົ້າພາບຈັດກອງປະຊຸມອາເຊມຄັ້ງທີ 9 ເຊິ່ງຈະມີປາມຸກລັດຈາກ 2 ທະວີບອາຊີເອີຣົບເຂົ້າຮ່ວມ ແລະ ງານນີ້ ກໍ່ເປັນກອງປະຊຸມສຸດຍອດຄັ້ງທຳອິດທີ່ຈັດຂຶ້ນຢູ່ລາວ ສະນັ້ນ ສື່ຄືກະບອກສຽງສຳຄັນໃນການໂຄສະນາປຸກລະດົມມວນຊົນໃຫ້ຮູ້ເຖິງພາລະບົດບາດ, ເນື້ອໃນຈິດໃຈຂອງພັກ-ລັດຖະບານຕໍ່ກັບກອງປະຊຸມຄັ້ງສຳຄັນນີ້ ເພື່ອຮ່ວມກັນເປັນເຈົ້າພາບທີ່ດີຕ້ອນຮັບບັນດາແຂກ ຜູ້ນຳສາກົນດ້ວຍຄວາມເປັນມິດດັ່ງຄັ້ງທີ່ຜ່ານໆມາ.
ພິທີໂອ້ລົມຂອງ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຕໍ່ສື່ມວນຊົນໄດ້ຈັດຂຶ້ນ ເມື່ອວັນທີ 25 ມັງກອນຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍມີທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມສື່ມວນຊົນທຸກຂະແຫນງການເຂົ້າຮ່ວມ.
