ກຽມໃຊ້ເງິນໃບ 100.000 ກີບໃຫມ່ໃນ 1 ກຸມພານີ້
ຂ່າວ: ພະນອມໄພ
ທະນາຄານແຫ່ງ ສປປ ລາວ ຫລື ທຫລ ຈະນຳທະນະ ບັດໃຫມ່ໃບ 100.000 ກີບ ອອກຈໍລະຈອນສູ່ສັງຄົມ ເລີ່ມແຕ່ວັນທີ 1 ກຸມພາ 2012 ເປັນຕົ້ນໄປ ເພື່ອສະຫນອງຄວາມຕ້ອງການພື້ນຖານຂອງເສດຖະກິດທີ່ນັບມື້ເຕີບໂຕ ພ້ອມຈະສ້າງຄວາມສະດວກໃນການຊຳລະສິນຄ້າລວມທັງການບໍລິການ.
ວານນີ້ທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫລວງວຽງຈັນ ທ່ານ ສຸພັດ ໂຄດໂຍທາ ຫົວຫນ້າກົມເງິນຕາ-ຄັງສາງທະນາຄານແຫ່ງ ສປປ ລາວ ໄດ້ອອກຖະແຫລງຕໍ່ສື່ມວນຊົນວ່າ: ປະຈຸບັນ ທຫລ ກຳລັງກຽມນຳເອົາທະນະບັດໃຫມ່ໃບ 100.000 ກີບ ອອກມາສູ່ຂອດຈໍລະຈອນ ໂດຍ ຈະເລີ່ມແຕ່ວັນທີ 1 ກຸມພາ 2012 ນີ້ເປັນຕົ້ນໄປ.
ການຈະນຳເອົາທະນະບັດດັ່ງກ່າວ ອອກມານຳໃຊ້ແມ່ນອີງໃສ່ແຈ້ງການຂອງທ່ານລັດຖະມົນຕີ ຫົວຫນ້າຫ້ອງການລັດຖະບານເລກທີ 26/ຫລບ.ກລຂ ລົງວັນທີ 5 ມັງກອນ 2012 ກ່ຽວກັບການອະນຸຍາດພິມຈຳຫນ່າຍເງິນປະເພດໃບ 100.000 ກີບ ອອກສູ່ຂອດຈໍລະຈອນ
ການຈັດພິມທະນະບັດໃຫມ່ໃນທີ່ນີ້ນັບເປັນໃບທີສອງຂອງ ສປປ ລາວ ສຳລັບເງິນໃບ 100.000 ກີບ ໂດຍເງິນໃບທຳອິດແມ່ນໄດ້ຈັດພິມອອກມາໃນລະຫວ່າງທ້າຍປີ 2010 ແຕ່ກໍ່ ເປັນເງິນທີ່ຜະລິດຢູ່ໃນຂອບເຂດທີ່ຈຳກັດ ເນື່ອງຈາກຈັດພິມອອກ ເພື່ອເປັນທີ່ລະນຶກໃນງານສະເຫລີມສະຫລອງວັນສ້າງຕັ້ງວຽງຈັນເປັນນະຄອນຫລວງ ຄົບຮອບ 450 ປີທ່ານ ສຸພັດ ໂຄດໂຍທາ ກ່າວ.
ແນວໃດກໍ່ດີ ຫົວຫນ້າກົມເງິນຕາ-ຄັງສາງກ່າວວ່າ: ສະເພາະເງິນໃບ 100.000 ກີບ ທີ່ຈະຜະລິດອອກມາໃຫມ່ນີ້ ແມ່ນເພື່ອຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດທີ່ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ປະຕິບັດນະໂຍບາຍສົ່ງເສີມການນຳໃຊ້ເງິນກີບ, ສ້າງເງື່ອນໄຂ ແລະ ສີ່ງເອື້ອອຳນວຍໃຫ້ແກ່ການຊຳລະສະສາງສິນຄ້າ ແລະ ບໍລິການ, ການພົກພາຕິດຕົວສຳລັບການໃຊ້ຈ່າຍປະຈຳວັນ ໂດຍທະນະບັດໃຫມ່ນີ້ຈະນຳໃຊ້ຄຽງຄູ່ເງິນປະເພດອື່ນໆທີ່ມີໃນປະຈຸບັນ ລວມທັງທະນະບັດທີ່ລະນຶກໃບ 100.000 ກີບ ທີ່ຜະລິດອອກກ່ອນຫນ້ານັ້ນ.
ທະນະບັດໃບໃຫມ່ນີ້ ແມ່ນມີມູນຄ່າສູງສຸດຂອງລາວທີ່ຈັດພິມດ້ວຍເຈ້ຍພິເສດມີຄຸນນະພາບສູງມີລະບົບປ້ອງກັນການປອມແປງທີ່ມີຄຸນນະພາບສູງ, ສະທ້ອນແສງມີຄວາມຫມັ້ນຫນຽວ ທົນທານຕໍ່ສະພາບອົບເອົ້າມີຮູບຄວັດລາຍນ້ຳ (ແບບເຄິ່ງຄີງ ທ່ານປະທານ ໄກສອນ ພົມວິຫານ) ສາມາດສ່ອງຊອດໄດ້ທັງສອງຂ້າງ, ມີເສັ້ນນິລະໄພ ແລະ ເສັ້ນໃຍສົງເຄາະທີ່ຮັບປະກັນບັນຈຸເຂົ້າໃນເຈ້ຍຕາມຈຸດຕ່າງໆ.
ສິ່ງທີ່ສຳຄັນຈະສະທ້ອນແສງອອກເປັນສີທີ່ແຕກຕ່າງກັນພາຍໃຕ້ແສງລັງສີ, ພິມດ້ວຍສີ ແລະ ນ້ຳມຶກພິເສດຕ້ານຕໍ່ການອັດສຳເນົາ ແລະ ສະແກນເຊັ່ນ: ນ້ຳມຶກໂລຫະ, ນ້ຳມຶກແມ່ເຫລັກທີ່ສາມາດສະທ້ອນແສງອອກ ເມື່ອຖືກແສງໄຟ ຢູວີ ມີຈຸດພິເສດ ຕົວຫນັງສືນ້ອຍ (MicroText) ຢູ່ທົ່ວໃບເງິນ.
ທ່ານ ສຸພັດ ໂຄດໂຍທາ ໃຫ້ ຮູ້ຕື່ມວ່າ: ຮູບພາບທີ່ໄດ້ຈັດພິມລົງໃບ 100.000 ກີບ ແມ່ນສ່ອງແສງເຖິງລັກສະນະຊາດປະຫວັດສາດ ແລະ ວັດທະນາທຳຂອງຊາດລາວດ້ານຫນ້າມີຮູບທ່ານປະທານ ໄກສອນ ພົມວິ ຫານ, ເຄື່ອງຫມາຍກາຊາດ, ຮູບພະທາດຫລວງ ແລະ ຮູບລວດລາຍສິລະປະກຳຂອງລາວເຮົາ.
ສ່ວນວ່າດ້ານຫລັງມີຮູບຫໍພິພິທະພັນ ໄກສອນ ພົມວິຫານ ແລະ ມີຮູບລວດລາຍສິລະປະກຳຂອງຊາດລາວເຮົາ.
