Social Economic Newspaper Online
ໜ້າຫຼັກ > ຂ່າວໜ້າໜຶ່ງ

ລາຄາຄຳ ປັບລົງເລັກຫນ້ອຍ, ແຕ່ປະທານຊີ້ ຍັງບໍ່ແນ່ນອນ

Date of News ວັນທີ 26/01/2011 - ເວລາ 23:04:44 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

   ລາຄາຄຳຮູບປະພັນຢູ່ຕະຫລາດນະຄອນຫລວງວຽງຈັນ ທີ່ຊື້-ຂາຍວານນີ້ ປັບລົງເລັກຫນ້ອຍ; ຢ່າງໃດກໍ່ຕາມປະທານສະມາຄົມຊາວ ຄ້າຂາຍອັນຍະມະນີ ແລະເຄື່ອງປະດັບລາວຊີ້ວ່າ: ລາຄາຄຳໃນປະຈຸບັນຍັງບໍ່ແນ່ນອນມັນຍັງມີການຜັນແປຢູ່ຕະຫລອດເວລາ ແລະມີທ່າ ອຽງປັບຂຶ້ນຕໍ່ເນື່ອງ ຫລັງຈາກທີ່ຄວາມຕ້ອງການຖືຄອງຄຳໃນຕະຫລາດໂລກເພີ່ມສູງຂຶ້ນ.

   ລາຄາຄຳຮູບປະພັນຢູ່ຕະຫລາດ ນະຄອນຫລວງວຽງຈັນໃນວັນທີ 12 ມັງກອນ ຂາຍອອກຢູ່ທີ່ 5,56 ລ້ານກີບຕໍ່ບາດ ຂອງລາຄາໃນວັນ ທີ 11 ມັງກອນ.

   ສ່ວນລາຄາຄຳເປີດຕະຫລາດຮົງກົງໃນເຊົ້າວານນີ້ ປັບຂຶ້ນອີກ 7,5 ໂດລາສະຫະລັດຕໍ່ອອນມາຢູ່ທີ່ 1.384 ໂດລາສະຫະລັດຕໍ່ອອນ.

   ທ່ານພູວົງ ພະມີສິດ ປະທານສະມາຄົມຊາວຄ້າຂາຍອັນຍະມະນີ ແລະເຄື່ອງປະດັບລາວກ່າວວ່າເຖິງວ່າລາຄາຄຳໃນຕະຫລາດໂລກ ຈະຜັນແປ ແລະປັບຂຶ້ນຕະຫລອດໃນປີ 2010 ຜ່ານມາແຕ່ໂດຍລວມແລ້ວການຈຳຫນ່າຍກໍ່ຍັງພໍໄປໄດ້. ສ່ວນລາຄາຄຳໃນປີນີ້ເບິ່ງແລ້ວ ເຫັນວ່າຍັງມີທ່າອຽງທີ່ຈະປັບຂຶ້ນອີກ ເພາະບັນດານັກລົງທຶນໃນຕະຫລາດໂລກຫັນມາຖືຄອງຄຳຫລາຍຂຶ້ນເພື່ອຫລີກລ້ຽງຄວາມສ່ຽງ.

ຂ່າວອື່ນໆໃນໝວດ: ຂ່າວໜ້າໜຶ່ງ
Bullet ເຄິ່ງເດືອນຫຼວງນ້ຳທາ ເສຍຊີວິດ 7 ຄົນຈາກອຸບັດເຫດ (8)
Bullet ສະຫລອງວັນຕ້ານໄຂ້ເລືອດອອກອາຊຽນ (3)
Bullet ທພລ ຊຽງຂວາງມີຍອດຊັບສິນ ເພີ່ມຂຶ້ນ,ແຕ່ NPL ເທົ່າ0 (3)
Bullet ທລຍ ທຸ່ມກວ່າ 5 ຕື້ພັດທະນາ 3 ເມືອງທຸກຍາກຢູ່ເຊກອງ (3)
Bullet ຈຳປາສັກ ແລະ ອຸບົນຕົກລົງ 7 ເງື່ອນໄຂຮ່ວມແກ້ບັນຫາຄ້າມະນຸດ (2)
ຄຳເຫັນຂອງທ່ານ:
ແຈ້ງ! ເຖິງຜູ້ອ່ານທຸກທ່ານທີ່ຕ້ອງການໃຫ້ຄໍາເຫັນໃນບົດ ຫລື ຂ່າວຂອງທາງເວັບໄຊພວກເຮົາ ກະລຸນາພິມເປັນພາສາລາວ ເພື່ອເປັນການເຂົ້າໃຈເຖິງຈຸດປະສົງຂອງທ່ານທີ່ຈະໃຫ້ຄໍາແນະນໍາຕ່າງໆ ແລະ ພວກເຮົາຈະສະແດງຂໍ້ຄວາມຂອງທ່ານອອກ ທາງຫນ້າເວັບໄຊ (ພາສາອື່ນໆພວກເຮົາຈະບໍ່ສະແດງໃນຫນ້າເວັບໄຊ)
ຊື່ ແລະ ນາມສະກຸນ:
ອີເມວ:
ຂໍ້ຄວາມ:
15 + 2 =
ເວລາໃນການປະມວນຜົນໜ້າເວັບ: 0.5602 ວິນາທີ.
Powered by iTeen 020 54644729