Social Economic Newspaper Online
Date And Time ວັນທີ 17/08/2011 - ເວລາ 11:08:29 ເບິ່ງ: 540
ພົນ­ລະ­ເມືອງ​ລາວ​ທຸກ​ຄົນລວມ​ທັງ​ຊາວ​ຕ່າງ­ປະ­ເທດ​ທີ່ອາ­ໄສ​ຢູ່ ສປປ ລາວ ມີ​ພັນ­ທະປະ­ກອບ­ສ່ວນ​ໃນ​ການ​ຄຸ້ມ​ຄອງການ​ຜະ­ລິດ, ປຸງ​ແຕ່ງ, ເກັບ​ຮັກສາ, ບໍ­ລິ­ການ, ຈຳ­ຫນ່າຍ ແລະ ຂົນ­ສົ່ງ​ອາ­ຫານ ເພື່ອ​ເຮັດ​ໃຫ້​ອາຫານ​ມີ​ຄວາມ​ປອດ​ໄພ​ມີ​ຄຸນ​ນະພາບ​ແລະ​ໄດ້​ມາດ­ຕາ​ຖານ​ຕາມ ຫລັກສຸ​ຂະ​ອະ­ນາ­ໄມ​ຕິດ​ພັນ​ກັບການ​ຮັກ­ສາ​ສິ່ງ­ແວ­ດລ້ອມ.
Date And Time ວັນທີ 11/08/2011 - ເວລາ 14:58:33 ເບິ່ງ: 699
ເມື່ອ​ທ້າຍ​ເດືອນ​ກ່ອນຫນັງ­ສື­ພິມ​ພວກ​ເຮົາ​ກໍ່​ໄດ້​ສະ­ເຫນີ​ທັດ­ສະ­ນະ​ຂອງ​ຜູ້​ອ່ານ​ທີ່​ເວົ້າ​ເຖິງ “ຄວາມ​ບໍ່​ສະ­ອາດ​ຂອງ​ອາ­ຫານ​ຢູ່​ຮ້ານ​ອາ­ຫານ​ບາງ​ແຫ່ງ​ຢູ່​ເຂດ​ນ້ຳ​ທອນ” ແຕ່​ສະ­ບັບ​ນີ້ ພວກ​ເຮົາກໍ່​ໄດ້​ຮັບ​ສ່ອງ​ແສ່ງ​ມາ​ຈາກ​ປະຊາ​ຊົນ​ທ່ານ​ຫນຶ່ງ​ມາ​ຫາ​ພວກເຮົາ.
Date And Time ວັນທີ 10/08/2011 - ເວລາ 11:03:38 ເບິ່ງ: 639
ການ​ເກີດ​ໄພ­ພິ­ບັດ​ທາງ​ທຳ ມະ​ຊາດ​ເປັນ​ບັນ­ຫາ​ອັນ​ຫນັກຫນ່ວງ​ທີ່​ຫລາຍ​ປະ­ເທດ​ໃນ​ທົ່ວ ໂລກ​ກຳ­ລັງ​ປະ­ສົບ​ຢູ່​ເປັນ​ປະ­ຈຳໃນ​ລະ­ດູ­ຝົນ ເຊິ່ງ​ກໍ່­ໃຫ້­ເກີດ​ຄວາມສູນ​ເສຍ​ຕໍ່​ຊີ­ວິດ ແລະ ຊັບ​ສິນ​ຂອງປະ­ຊາ­ຊົນ​ຢ່າງ​ໃຫຍ່​ຫລວງ ແລະເບິ່ງ​ຄື​ວ່າ​ນັບ​ມື້​ຈະ​ທະ­ວີ​ຄວາມຮຸນ​ແຮງ​ຂຶ້ນ​ເລື້ອຍໆ ເນື່ອງ​ຈາກການ​ເກີດ​ໄພ­ພິ­ບັດ​ນັ້ນ​ຈະ​ເກີດ​ມີ​ພາ­ຍຸ​ເຂດ​ຮ້ອນ​ພັດ​ຖະ​ຫລົ່ມ​ເປັນວົງ​ກວ້າງ​ກວມ​ເອົາ​ຫລາຍ​ ປະເທດ​ເຮັດ​ໃຫ້​ຝົນ­ຕົກ​ຫນັກ​ລົມ​ແຮງ ແລະ ເຮັດ​ໃຫ້​ເກີດ​ມີ​ນ້ຳ​ຖ້ວມ.
Date And Time ວັນທີ 09/08/2011 - ເວລາ 10:56:53 ເບິ່ງ: 583
ສາຍ​ສາຍ ເຄ​ເບີ້ນ ທີ່​ຢ່ອນລົງ​ເຂດ​ຫລັກ 3 ມາ​ໄດ້​ເກືອບ 2 ເດືອນ​ແລ້ວ ຍັງ​ບໍ່​ທັນ​ໄດ້​ຮັບ​ການແກ້​ໄຂ​ຈາກ​ພາກ​ສວ່ນ​ທີ່​ກ່ຽວຂ້ອງ ເຊິ່ງ​ສ້າງ​ຄວາມ​ວິ­ຕົກ​ກັງວົນ​ແກ່​ປະ­ຊາ­ຊົນ​ເຂດ​ໃກ້​ຄຽງ​ບໍ່ຄ່ອຍຈົນ​ເຈົ້າ​ຫນ້າ­ທີ່​ໄຟ­ຟ້າ​ນະ­ຄອນ­ຫລວງ​ລົງ​ມາ​ຕິດ­ຕາມ​ເມື່ອອາ­ທິດ​ທີ່​ແລ້ວ ພ້ອມ​ອະ­ທິ­ບາຍ​ສາຍ​ດັ່ງ­ກ່າວ​ບໍ່​ຂື້ນ​ກັບ​ຕົນ ແລະ ສາຍ​ນີ້​ບໍ່​ເຖິງ​ຂັ້ນ​ເປັນ​ອັນ­ຕະ­ລາຍໄດ້​ຄາດ​ວ່າ​ພາກ­ສ່ວນ​ທີ່​ຮັບ​ຜິດຊອບ​ຍັງ​ບໍ່​ທັນ​ຮັບ​ຮູ້.
Date And Time ວັນທີ 08/08/2011 - ເວລາ 14:16:28 ເບິ່ງ: 607
ການ​ອ່ານ​ນັບ​ວ່າ​ມີ​ຄວາມສຳ­ຄັນ​ເປັນ​ຢ່າງ​ຍິ່ງ​ສຳ​ຫລັບການ​ສຶກ​ສາ ໂດຍ​ສະ­ເພາະ​ໃນ​ລະບົບ​ໂຮງ­ຮຽນ​ເພາະ​ກິດ­ຈະ­ກຳທຸກ​ຢ່າງ​ໃນ​ໂຮງ­ຮຽນ​ຕ້ອງ​ອາໄສ​ການ​ອ່ານ​ເປັນ​ສື່​ໃນ​ການຮຽນ​ຮູ້​ເປັນ​ປັດ​ໄຈ​ສຳ­ຄັນ​ທີ່​ຈະສົ່ງ​ຜົນ​ເຖິງ​ການ​ຮຽນ​ຮູ້​ວິ­ຊາອື່ນໆ​ອີກ​ນັກ­ຮຽນ​ທີ່​ສາ­ມາດ​ຈັບໃຈ­ຄວາມ​ສຳ­ຄັນ​ເລື່ອງ​ທີ່​ອ່ານໄດ້​ຍ່ອມ​ຈະ​ເຂົ້າ­ໃຈ​ເນື້ອ​ຫາ​ສາລະ­ວິ​ຊາ​ຕ່າງໆ​ໄດ້​ດີ​ກວ່າ​ຜູ້​ທີ່ອ່ານ​ແລ້ວ​ຈັບ​ໃຈ­ຄວາມ​ບໍ່​ໄດ້ ແລະ ຜູ້​ທີ່​ຈັບ​ໃຈ­ຄວາມ​ໃນ​ການ​ອ່ານ​ບໍ່​ໄດ້​ມັກ​ຈະ​ເກີດ​ຄວາມ​ເບື່ອຫນ່າຍ​ຕໍ່​ການ​ອ່ານ​ຈິ່ງ​ເປັນ­ຕົ້ນ​ເຫດ​ບໍ່​ປະ­ສົບ​ຄວາມ​ສຳ­ເລັດ​ໃນການ​ຮຽນ.
Date And Time ວັນທີ 12/08/2011 - ເວລາ 11:27:25 ເບິ່ງ: 709
ຢູ່​ຢ່າງ​ຮັ່ງ ແຕ່​ບໍ່​ຮັ່ງ, ຢູ່ຢ່າງ​ທຸກ ແຕ່​ບໍ່​ທຸກ, ກິນ​ຈັ່ງ​ໃດ​ຈິ່ງວ່າ​ພໍ­ດີ, ມີ​ບາງ​ຄົນ​ກໍ່​ວ່າ​ຢູ່​ເພື່ອ​ກິນ ຫລື ບາງ­ເທື່ອ​ກໍ່​ວ່າ​ກິນ​ເພື່ອ​ຢູ່ ແຕ່ແນວ­ໃດ​ກໍ່​ໃຫ້​ພໍ​ເຫມາະ​ພໍ​ສົມ​ນັ້ນລະ​ເນາະ.
Date And Time ວັນທີ 03/08/2011 - ເວລາ 15:53:10 ເບິ່ງ: 655
“ສັນ­ຍານ” ເປັນ​ຄຳ​ເວົ້າທີ່​ມີ​ຄວາມ​ຫມາຍ ແລະ ສຳ­ຄັນຍິ່ງ ສຳ­ລັບ​ໃນ​ຂົງ­ເຂດ​ທະ­ຫານຮາບ “ສັນ­ຍານ” ແມ່ນ​ຄື​ຄວາມເປັນ ຫລື ຄວາມ​ຕາຍ ຖ້າ­ວ່າ​ນັກຮົບ ຫລື ກົມ​ກອງ​ໃດ​ເຄື່ອນ​ໄຫວໃນ​ສະ­ຫມໍ­ລະ­ພູມຫາກ​ຫລົງ​ລືມສັນ­ຍານ​ລັບ ຫລື ສັນ­ຍານ​ພານ ນັ້ນ​ຫມາຍ​ເຖິງ​ການ​ປະ​ລາ​ໄຊອັນ​ໃຫຍ່​ຫລວງ, ສຳ­ລັບ “ສັນຍານ” ໃນ​ວົງ​ການ​ສື່­ສານ​ກໍ່​ເຊັ່ນດຽວ ຖ້າ​ບໍ່​ມີ​ສັນ­ຍານ, ໂທລະ­ສັບຫນ່ວຍ​ທີ່​ມີ​ລາ­ຄາ​ສູງ​ເທົ່າ­ໃດ​ກໍ່ໃຊ້​ການ​ບໍ່​ໄດ້ ຫລື ວ່າ​ໃນ​ຄາວ​ຈຳເປັນ​ກໍ່​ບໍ່​ສາ­ມາດ​ສື່­ສານ​ຫາ​ຜູ້​ທີ່ເຮົາ​ຕ້ອງ­ການສົມ­ມຸດ​ເມຍ​ພວມ ຈະ​ເກີດ​ລູກ ແຕ່​ຜົວ​ພັດ​ພວມ​ເຮັດວຽກ​ຢູ່​ເຂດ​ຫ່າງ​ໄກ​ສອກ­ຫລີກ ເຊິ່ງ​ບໍ່​ມີ​ສັນ­ຍານ​ກໍ່​ຫມາຍ­ວ່າ: ພໍ່​ບໍ່​ເຫັນ​ຫນ້າ​ລູກ​ຕອນ​ລູກ​ມືນຕາ​ເບິ່ງ​ໂລກ​ເປັນ​ຄັ້ງ​ທຳ​ອິດ ຫລື ວ່າ​ອື່ນໆ.
Date And Time ວັນທີ 01/08/2011 - ເວລາ 18:11:41 ເບິ່ງ: 627
ທ່ານ​ຜູ້​ອ່ານ​ທີ່​ເຄົາ­ລົບ​ທັດສະ​ນະ​ມະ­ຫາ­ຊົນ​ສະ­ບັບ​ນີ້ ຂໍ​ແລກປ່ຽນ​ເລື່ອງ​ການ​ຂົນ­ສົ່ງ​ຄົນ​ງານທີ່​ພວກ​ເຮົາ, ເຈົ້າ, ທ່ານ​ໄດ້​ເຫັນ ທຸກ​ວັນໆນຳ​ມາ​ສະ­ເຫນີ ເຊິ່ງ​ກໍ່​ຍັງ​ເປັນ​ຊຳ​ເຮື້ອ​ຄື­ເກົ່າ.
Date And Time ວັນທີ 28/07/2011 - ເວລາ 14:08:40 ເບິ່ງ: 765
ບັນ­ຫາ “ຄົນ​ຝາກ” ພວມເປັນ​ເລື່ອງ​ຮື​ຮາ​ຟ້າ​ລັ່ນ​ກັນ​ທັງເມືອງ, ເລື່ອງ​ດັ່ງ­ກ່າວ​ມັນ​ປຽບສະ​ເຫມືອນ​ສອງ​ຫນ້າ ເຊິ່ງ​ມີ​ຄົນຝາກ​ບາງ​ຄົນ​ກໍ່​ເກັ່ງ-ກໍ່​ດີ​ແທ້, ມີຄວາມ​ສາ­ມາດ​ສູງ ເຮັດ​ສຳ­ເລັດ ຫນ້າ​ວຽກ​ທີ່​ຜູ້​ບັນ­ຊາ​ມອບ​ຫມາຍໃຫ້ ແຕ່​ຄົນ​ຝາກ​ບາງ​ຄົນ​ກໍ່​ມີ​ແທ້ “ໃບ​ປະ­ລິນ­ຍາ” ແຕ່​ເຮັດ​ອັນ​ໃດ ກໍ່​ບໍ່​ໄດ້​ເລື່ອງ ເຮັດ​ແບບ​ມ້າມ​ແປະພຸງ ແຕ່​ບາດ​ຜົນ​ປະ­ໂຫຍດ​ເພິ່ນພັດ​ຫນັກ​ກວ່າ​ຄົນ​ແທ້​ອີກ​ໃດ໋.
Date And Time ວັນທີ 27/07/2011 - ເວລາ 10:34:15 ເບິ່ງ: 724
ຫລາຍໆ​ຄົນ​ຄິດ​ວ່າການ​ເດີນທາງ​ຍາມ​ກາງຄືນ​ເປັນສິ່ງທີ່​ດີກວ່າ​ກາງ​ເວັນຍ້ອນ​ວ່າອາກາດ​ເຢັນ​ດີ, ລົດ​ລາງ​ບໍ່​ຫລາຍການ​ສັນຈອນ​ສວ່ານສົນ​ຂອງ​ປະຊາຊົນ​ໃນ​ບັນດາ​ເຂດ​ແຂວງ​ຕ່າງໆກໍ່ຫນ້ອຍ​ກວ່າ​ກາງ​ເວັນອັນ​ນີ້​ຍອມຮັບ​ວ່າ​ເປັນ​ຈຸດ​ດີ​ທີ່​ແທ້ແຕ່​ຫາ​ກກໍລະນີ​ແລ່ນ​ຕາມ​ເສັ້ນທາງ​ທີ່​ບໍ່ມີ​ໄຟ​ເຍືອງ​ທາງບໍ່ມີ​ປ້າຍ​ເຕືອນ​ເມື່ອ​ຂີ່​ໄປ​ພົບ​ດອນ​ກາງ​ທາງກະທັນຫັນ​ອາດ​ເກີດ​ອຸບັດ​ເຫດ​ໄດ້.
ເວລາໃນການປະມວນຜົນໜ້າເວັບ: 0.1232 ວິນາທີ.
Powered by iTeen 020 54644729