|
|
 ວັນທີ 23/12/2011 - ເວລາ 17:03:29 ເບິ່ງ: 387
| ລັດຖະບານວາງຍຸດທະສາດການສົ່ງອອກແຫ່ງຊາດໂດຍກຳນົດເອົາປະເພດສິນຄ້າຜະລິດຕະພັນໄມ້, ເຄື່ອງນຸ່ງຫົ່ມ, ສິນຄ້າກະສິກຳປອດສານພິດ, ຫັດຖະກຳ ຝ້າຍ-ໄຫມຍ້ອມສີທຳມະຊາດ, ຜະລິດຕະພັນຢາພື້ນເມືອງ ແລະ ເຄື່ອງຫອມ, ອຸດສາຫະກຳການທ່ອງທ່ຽວ, ກະແສໄຟຟ້າ, ແຮ່ທາດ, ຜະລິດຕະພັນຈາກພູມ ປັນຍາເພື່ອເປັນຕົວຂັບເຂື່ອນເສດຖະກິດ. |
 ວັນທີ 23/12/2011 - ເວລາ 12:12:18 ເບິ່ງ: 296
| ໃນສົກຜ່ານມາກາເຟລາວຖືກສົ່ງອອກໄປຕ່າງປະເທດຈຳນວນ 13 ພັນກວ່າໂຕນ, ສ້າງມູນຄ່າ 37 ລ້ານກວ່າໂດລາສະຫະລັດປະທານສະມາຄົມກ່າວ: ຕະຫລາດຍັງຕ້ອງການກາເຟຈາກລາວ ຫລາຍແຕ່ການຜະລິດພາຍໃນສະຫນອງບໍ່ໄດ້. |
 ວັນທີ 22/12/2011 - ເວລາ 09:21:33 ເບິ່ງ: 280
| ຜ່ານມາກໍ່ຄືປະຈຸບັນສະພາບການສົ່ງອອກສິນຄ້າຂອງລາວ ສ່ວນໃຫຍ່ຍັງແມ່ນການສົ່ງ ອອກເປັນວັດຖຸດິບ, ເຊິ່ງຍັງບໍ່ແມ່ນການສົ່ງອອກຜະລິດຕະພັນສໍາເລັດຮູບຫລືມີໃນປະລິມານ ຫນ້ອຍ. |
 ວັນທີ 20/12/2011 - ເວລາ 18:40:05 ເບິ່ງ: 251
| ປະຈຸບັນແຂວງອັດຕະປືຍັງຂາດດຸນການຄ້າເນື່ອງຈາກວ່າຂະແຫນງອຸດສາຫະກຳປຸງແຕ່ງເພື່ອ ເປັນສິນຄ້າສົ່ງອອກມີຫນ້ອຍການສົ່ງອອກສ່ວນໃຫຍ່ຍັງອາໄສໄມ້ ແລະ ຜະລິດຕະພັນໄມ້, ເຄື່ອງປ່າຂອງດົງຈິ່ງເຮັດໃຫ້ມູນຄ່າການສົ່ງອອກຕ່ຳ, ຂະນະທີ່ການນຳເຂົ້າມີວົງເງິນສູງສົ່ງຜົນ ໃຫ້ແຂວງຂາດດຸນການຄ້າ. |
 ວັນທີ 20/12/2011 - ເວລາ 15:04:15 ເບິ່ງ: 253
| (ຂ່າວຕໍ່ຈາກຫນ້າ 1) ເປີດເຜີຍຕໍ່ນັກຂ່າວຫນັງສືພິມເສດຖະກິດ-ສັງຄົມພວກເຮົາ ເມື່ອວັນທີ 15 ທັນວານີ້ວ່າ: ປີນີ້ຊີມັງຈຳຫນ່າຍດີເກີນຄາດ, ພຽງກ້າວເຂົ້າຫນ້າແລ້ງ (ໄລຍະລະດູການ ກໍ່ສ້າງ) ພຽງ 2 ເດືອນກວ່າຊີມັງທີ່ມີແຮໄວ້ໃນສາງປະມານ 10% ຖືກຈຳຫນ່າຍອອກຈົນ ຫມົດ, ປະຈຸບັນຜະລິດສະຫນອງໃຫ້ຕະຫລາດບໍ່ທັນ ແລະ ບໍ່ພຽງພໍຕໍ່ຄວາມຕ້ອງການ ເນື່ອງຈາກກຳລັງການຜະລິດຂອງແຕ່ລະໂຮງງານມີຂີດຈຳກັດ ເຊິ່ງລວມການຜະລິດຊີມັງ ໃນປະເທດມີພຽງ 1,8 ລ້ານໂຕນ, ຂະນະທີ່ຄວາມຕ້ອງການຊົມໃຊ້ມີເຖິງ 3 ລ້ານໂຕນຕໍ່ປີ ແລະ ມີທ່າອຽງສູງຂຶ້ນເລື້ອຍໆ, ຈິ່ງສົ່ງຜົນໃຫ້ຊີມັງເກີດສະພາບຂາດແຄນໃນແຕ່ລະປີ. |
 ວັນທີ 19/12/2011 - ເວລາ 15:58:49 ເບິ່ງ: 228
| ມີຈຳນວນຄົນບໍ່ຫນ້ອຍທີ່ທຳການຜະລິດສິນຄ້າສົ່ງອອກຍັງບໍ່ທັນກະທຳຕາມລະບຽບຫລັກການ ແລະ ຂະບວນການທາງກົດຫມາຍ. |
 ວັນທີ 16/12/2011 - ເວລາ 10:44:34 ເບິ່ງ: 521
| ການຄ້າແຂວງຈຳປາສັກເຜີຍປີນີ້ສົ່ງອອກສິນຄ້າມີມູນຄ່າເພີ່ມຂຶ້ນເກີນ 2 ເທົ່າທຽບປີຜ່ານມາ, ຂະນະທີ່ການນຳເຂົ້າຕົວເລກຫລຸດລົງສົ່ງຜົນໃຫ້ແຂວງໄດ້ເກີນດຸນການຄ້າເຖິງ 25 ລ້ານກວ່າ ໂດລາສະຫະລັດ. |
 ວັນທີ 14/12/2011 - ເວລາ 01:41:17 ເບິ່ງ: 454
| ໃນງານວາງສະແດງ “ຜະລິດຕະພັນລາວ” ຄັ້ງທີ 1 (THE 1st Made IN LAO) ສະ ພາ ການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ເປີດສຳມະນາກ່ຽວກັບ “ໂອກາດ ແລະ ສິ່ງທ້າທາຍສຳລັບຜູ້ປະກອບການທຸລະກິດຂະຫນາດນ້ອຍ ແລະ ກາງ (SME) ຂອງ ສປປ ລາວໃນການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ ແລະ ການກຽມເຂົ້າເປັນສະມາຊິກອົງ ການການຄ້າໂລກ (WTO)” ໃຫ້ເຂົ້າໃຈແຈ້ງເພື່ອກຽມຮັບມືຜົນກະທົບທີ່ຈະເກີດຂຶ້ນຕໍ່ທຸລະ ກິດຂອງຕົນ, ຫລັງການເຊື່ອມໂຍງ. |
 ວັນທີ 14/12/2011 - ເວລາ 13:17:47 ເບິ່ງ: 367
| ແຂວງວຽງຈັນປະກາດຮັບຮອງເອົາບ້ານນາເຫລົ່າເມືອງໂພນໂຮງເປັນບ້ານພັດທະນາແຫ່ງທີ IV ຂອງເມືອງ, ໃຫ້ກຽດເຂົ້າຮ່ວມຄັ້ງນີ້ໂດຍທ່ານ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລ ຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ມີທ່ານນາງອິ່ນຄຳພັນດາລາເຈົ້າເມືອງໆໂພນໂຮງ, ມີຫົວຫນ້າ, ຮອງຫົວຫນ້າພະແນກທີ່ກ່ຽວຂ້ອງ, |
 ວັນທີ 09/12/2011 - ເວລາ 12:06:52 ເບິ່ງ: 399
| ສະພາການຄ້າແລະອຸດສາຫະກຳແຂວງຄຳມ່ວນແມ່ນອົງການຈັດຕັ້ງໃຫ້ທຸກພາກສ່ວນທຸລະກິດ ເປັນຂົວຕໍ່ກັບອົງການຈັດຕັ້ງຂອງລັດມີພາລະບົດບາດປຸກລະດົມຂົນຂວາຍເຕົ້າໂຮມຄວາມສາມັກ ຄີ ແລະ ນຳພາບັນດານັກທຸລະກິດປະຕິບັດຫນ້າທີ່ຂອງຕົນ |
|