Social Economic Newspaper Online
ໜ້າຫຼັກ > ການເງິນ-ການລົງທຶນ

« ໜ້າກ່ອນນີ້ 1 2 3 4 5 6 7 8 9 1025 26 ໜ້າຕໍ່ໄປ »

Date And Time ວັນທີ 22/02/2012 - ເວລາ 16:40:33 ເບິ່ງ: 43
ໃນສະພາບເສດຖະກິດທົ່ວໂລກມີຫລາຍບັນຫາທີ່ເກີດຂຶ້ນແຕ່ກະແສການລົງທຶນຂອງຫວຽດນາມນັບມື້ເພີ່ມຂຶ້ນ, ຢືນຢູ່ອັນດັບຫນຶ່ງປະເທດທີ່ມີມູນຄ່າການລົງ ທຶນສູງສຸດຢູ່ລາວ,ປະຈຸບັນລັດອະນຸມັດແລ້ວ 163 ໂຄງການມູນຄ່າການລົງທຶນບັນລຸ 3,17 ຕື້ໂດລາ,ຕົ້ນຕໍ່ແມ່ນລົງທຶນໃນຂົງເຂດອະສັງຫາລິມະຊັບ, ໄຟ ຟ້າ, ກະສິກໍາ ແລະ ຂຸດຄົ້ນ.
Date And Time ວັນທີ 22/02/2012 - ເວລາ 08:58:27 ເບິ່ງ: 40
ເຢຍລະມັນເປັນຄູ່ຮ່ວມພັດທະນາທີ່ສຳຄັນຂອງອົງການແມ່ນ້ຳຂອງສາກົນນັບແຕ່ປີ1997 ຫລ້າສຸດເມື່ອທ້າຍອາທິດຜ່ານມາເຢຍລະມັນໄດ້ໃຫ້ການສະຫນັບສະຫນູນທຶນອີກ 8 ລ້ານ ເອີໂຣ ຫລື ປະມານ 10,5 ລ້ານໂດລາສະຫະລັດ
Date And Time ວັນທີ 21/02/2012 - ເວລາ 11:19:31 ເບິ່ງ: 35
ແນໃສ່ການສະຫນອງນໍ້າໃຫ້ແກ່ພາກການຜະລິດໃຫ້ພຽງພໍ, ບໍລິສັດເທີນຫີນບູນໄດ້ລົງທຶນຫລາຍເຖິງ 700 ລ້ານໂດລາສະຫະລັດສ້າງຕັ້ງໂຄງການເທີນ-ຫີນ ບູນພາກຂະຫຍາຍຫວັງໃຫ້ການຜະລິດຕໍ່ເນື່ອງຕະຫລອດລະດູແລ້ງ, ໃນນັ້ນລວມເຖິງເຂື່ອນແຫ່ງທີສອງທີ່ນອນໃນອ່າງນໍ້າຍວງ ເຊິ່ງໄດ້ຈັດພິທີປ່ອຍນໍ້າຄັ້ງ ປະຖົມມະລືກໃນວັນທີ 7 ກຸມພາຜ່ານມາທີ່ ບ້ານທ່າສາລາເມືອງຄໍາເກີດ ແຂວງບໍລິຄໍາໄຊ.
Date And Time ວັນທີ 17/02/2012 - ເວລາ 17:44:43 ເບິ່ງ: 46
ກອງປະຊຸມສະຫລຸບ, ຖອດຖອນບົດຮຽນວຽກງານກອງທຶນຝາກປະຢັດແລະສິນເຊື່ອ29 ບ້ານເຂດໂຄງການປະຈໍາປີ 2011 ແລະ ແຜນການຈັດຕັ້ງປະຕິ ບັດປີ 2012 ໄດ້ຈັດຂຶ້ນທີ່ບ້ານເມືອງກວັນ, ເມືອງຊໍາໃຕ້ແຂວງຫົວພັນໃນວັນທີ 15 ກຸມພານີ້. ເຂົ້າຮ່ວມຂອງທ່ານສົມຈິດສີວຽງຄໍາຄະນະປະຈໍາພັກເມືອງ, ປະທານແນວລາວສ້າງ ຊາດເມືອງຊໍາໃຕ້, ມີບັນດາຜູ້ຕາງຫນ້າຈາກໂຄງການ UNODC, ພາກສ່ວນກ່ຽວຂ້ອງຈາກເມືອງລົງຮອດທ້ອງຖິ່ນ ແລະ ກຸ່ມບ້ານ ໂຄງການ.
Date And Time ວັນທີ 16/02/2012 - ເວລາ 04:33:30 ເບິ່ງ: 41
ເມືອງໄຊເສດຖານະຄອນຫລວງວຽງຈັນມີ48 ຄອບຄົວພົນລະເມືອງເກືອບ 1 ແສນຄົນ ປະ ຊາຊົນໃນເຂດນີ້ ສ່ວນໃຫຍ່ຢຶດອາຊີບການຄ້າແລະບໍລິການເປັນສ່ວນໃຫຍ່, ປະຈຸບັນກຳລັງເດີນ ຕາມແຜນພັດທະນາຂອງພັກພ້ອມມີການສ້າງສູນການຄ້າຫລາຍແຫ່ງ
Date And Time ວັນທີ 15/02/2012 - ເວລາ 17:27:16 ເບິ່ງ: 73
ຂະແຫນງຄຸ້ມຄອງທາງບົກນະຄອນຫລວງເຜີຍພາຍ ຫລັງລະດູຝົນປີຜ່ານມາໄດ້ເປືອງງົບປະມານ 24 ຕື້ກວ່າກີບສ້ອມແປງບັນດາເສັ້ນທາງທີ່ເປ່ເພໃນ 9 ຕົວ ເມືອງລວມປະມານ 30 ກວ່າເສັ້ນ. ຂະນະທີ່ຍັງເຫລືອອີກປະມານ 20 ໂຄງການທັງໃຫມ່ ແລະ ເກົ່າທີ່ຄາດປີ 2015 ສໍາເລັດຕາມແຜນ.
Date And Time ວັນທີ 14/02/2012 - ເວລາ 16:31:45 ເບິ່ງ: 67
ເມືອງໄຊເສດຖານະຄອນຫລວງວຽງຈັນ ຈະໃຊ້ງົບປະມານ 4 ຕື້ກວ່າກີບປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເພື່ອສືບຕໍ່ສົ່ງເສີມດ້ານການຄ້າ ແລະບໍລິການທີ່ ເປັນລາຍຮັບຫລັກ ໂດຍຕັ້ງເປົ້າຈະສ້າງລາຍຮັບເຂົ້າງົບເມືອງໃຫ້ໄດ້ຫລາຍທົບຂອງປະຈຸບັນ. ຂະນະທີ່ມີແຜນສ້າງສູນການຄ້າເພີ່ມອີກແຫ່ງໃກ້ເມືອງຫາຍຊາຍ ຟອງ.
Date And Time ວັນທີ 14/02/2012 - ເວລາ 09:19:34 ເບິ່ງ: 142
ບໍລິສັດ ແອລຊີ ໄບໂອແກສ໌ ຈຳກັດທີ່ມີລັດຖະບານລາວຖື ຮຸ້ນສ່ວນ 20% ກຽມລົງມືປຸກສ້າງ ໃນທ້າຍເດືອນນີ້ບໍລິເວນບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃນມູນ ຄ່າການກໍ່ສ້າງທັງຫມົດປະມານ 2 ລ້ານໂດລາສະຫະລັດ. ຄາດສຳເລັດທ້າຍປີນີ້ຕາມກຳນົດ.
Date And Time ວັນທີ 10/02/2012 - ເວລາ 15:33:39 ເບິ່ງ: 82
ການຈັດສັນບ້ານເມືອງແມ່ນເລັງໃສ່ການພັດທະນາຫລາຍດ້ານເພື່ອເປັນການຟື້ນຟູເສດຖະກິດ-ສັງຄົມຂອງເມືອງທັງເຮັດໃຫ້ເມືອງຫລີກເວັ້ນຈາກໄພພິບັດ ຕ່າງໆ, ທາງຄະນະພັກ-ອໍານາດການປົກຄອງທຸກຂັ້ນຂອງແຂວງເຊກອງໄດ້ເລັງໃສ່ຄົ້ນຄວ້າວິໄຈຕໍ່ບັນຫາແລະສິ່ງທ້າທາຍຕ່າງໆທີ່ພັກເກີດຂຶ້ນໃນໄລຍະຜ່ານ ມາກໍ່ຄືອະນາຄົດຈິ່ງເປັນເອກະພາບຕົກລົງ ສ້າງແຜນໂຄງການເພື່ອຍົກຍ້າຍເມືອງກະລຶມແຂວງເຊກອງໄປຕັ້ງແຫ່ງໃຫມ່ແລະໄດ້ວາງສີລາລືກກໍ່ສ້າງຜັງເມືອງ ກະລຶມໃຫມ່ຂຶ້ນໃນວັນທີ 31 ມັງກອນ 2012 ຜ່ານມາຢ່າງເປັນການໃນສັນຍາໂຄງການຈະເລ່ງລັດໃຫ້ສໍາເລັດໃນປີ 2014.
Date And Time ວັນທີ 09/02/2012 - ເວລາ 17:31:48 ເບິ່ງ: 141
ເມືອງຈັນທະບູລີທີ່ມີການຄ້າ ແລະ ບໍລິການເປັນຫລັກສ້າງລາຍຮັບເຂົ້າເມືອງສົກແລ້ວ 35 ຕື້ກວ່າກີບສູງກວ່າ 4 ຕົວເມືອງໃຫຍ່ໃນໃຈກາງນະຄອນຫລວງຕັ້ງ ເປົ້າສ້າງ 2 ໂຄງການໃຫຍ່ລະດັບຊາດຊຸກຍູ້ແຫລ່ງລາຍຮັບຕື່ມແຕ່ໂຄງການທໍາອິດ (ຕະຫລາດຫນອງທາ) ມີທ່າທາງຊັກຊ້າຍ້ອນເຈົ້າຂອງໂຄງການຍັງບໍ່ສາ ມາດສະຫນອງເງິນຊົດເຊີຍແກ່ປະຊາຊົນຜູ້ທີ່ຮັບຜົນກະທົບໄດ້ຫມົດ.
ເວລາໃນການປະມວນຜົນໜ້າເວັບ: 0.0893 ວິນາທີ.
Powered by iTeen 020 54644729