Social Economic Newspaper Online
Date And Time ວັນທີ 27/04/2012 - ເວລາ 14:45:31 ເບິ່ງ: 66
ໂຄງ­ການ​ກໍ່­ສ້າງ​ຕາ​ຂ່າຍໄຟ­ຟ້າ​ແຮງ​ກາງ 22 ກິ​ໂລ​ໂວນ, ແຮງ​ຕ່ຳ 0,4 ກິ​ໂລ​ໂວນ ແລະ ຕິດ​ຕັ້ງ​ຫມໍ້​ແປງ​ເຂົ້າ​ຫາ​ກຸ່ມ​ບ້ານພັດ­ທະ­ນາ​ໃນ 4 ເມືອງ​ເຫນືອຂອງ​ແຂວງ​ໄຊ​ຍະ​ບູ​ລີ​ທີ່​ເລີ່ມ​ລົງມື​ກໍ່­ສ້າງ​ມາ​ແຕ່​ທ້າຍ​ປີ 2010 ແລະ ຮອດ​ປີ 2012ແມ່ນ​ສຳ­ເລັດ 100%ໂດຍ​ແມ່ນ​ບໍ­ລິ­ສັດ ອາ​ນັດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ​ເປັນ​ຜູ້​ຮັບເຫມົາ​ກໍ່­ສ້າງ​ໃນ​ມູນ​ຄ່າ​ທັງ​ຫມົດ 33,9ຕື້​ກີບ ເຊິ່ງ​ແມ່ນ​ທຶນ​ຂອງລັດ.
Date And Time ວັນທີ 27/04/2012 - ເວລາ 14:42:13 ເບິ່ງ: 81
ອັດ­ຕາ​ເງິນ​ເຟີ້​ຂອງ​ລາວ ແຕ່​ນີ້​ຫາ​ທ້າຍ​ສົກ​ປີ​ອາດ​ຫຍັບ​ໃກ້ອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ຂອງເສດ­ຖະ­ກິດ ໂດຍ​ນັກ​ເສດ​ຖະສາດ​ບາງ​ທ່ານ​ເຫັນ​ວ່າ​ລາ­ຄາສິນ­ຄ້າ​ຕາມ​ທ້ອງ​ຕະ­ຫລາດ​ພາຍໃນ ແລະ ນອກ​ເປັນ​ສິ່ງ​ທີ່​ຫນ້າຕິດ­ຕາມ.
Date And Time ວັນທີ 27/04/2012 - ເວລາ 14:37:32 ເບິ່ງ: 63
ສະຫວັນນະເຂດ ຈະສະຫນອງແຮງງານ ໃຫ້ໄດ້ 10 ພັນຄົນພາຍໃນປີນີ້ ຈາກ​ສະ­ພາບ​ການ​ພັດ​ທະ ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ ແຂວງ​ສະ­ຫວັນ​ນະ​ເຂດ​ທີ່​ເຕີບ​ໂຕຢ່າງ​ຕໍ່​ເນື່ອງ​ບັນ­ດາ​ໂຄງ­ການ​ລົງທຶນ​ດ້ານ​ກະ­ສິ­ກຳ, ອຸດ­ສາ­ຫະ­ກຳ ເພີ່ມ​ຂຶ້ນພາ­ໃຫ້​ເກີດ​ມີ​ການ​ຈ້າງງານ​ໃນ​ຈຳ­ນວນ​ຫລາຍ​ຂຶ້ນ ເພື່ອຮອງ​ຮັບ​ທາງ​ດ້ານ​ແຮງ​ງານ​ແກ່ພາກ​ການ​ລົງ­ທຶນຕ່າງໆ​ທັງ​ໃນ ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ໄດ້​ຢ່າງ​ພຽງ­ພໍ ສົກ​ປີ 2011-2012 ນີ້, ແຂວງສະ­ຫວັນ​ນະ​ເຂດ​ ຄາດ​ໄວ້​ວ່າ ຈະສາ­ມາດ​ສະ­ຫນອງ​ແຮງ​ງານ​ແກ່ຫົວ­ຫນ່ວຍ​ທຸ­ລະ​ກິດ​ຕ່າງໆ​ພາຍໃນ​ແຂວງ​ໃຫ້​ໄດ້ 10.000 ຄົນ.
Date And Time ວັນທີ 27/04/2012 - ເວລາ 14:31:21 ເບິ່ງ: 178
ກາຍແລ້ວ 60% ໂຄງການສ້າງຂົວນໍ້າຂອງ ໄຊຍະ-ຫລວງພະບາງ ໂຄງ­ການ​ສ້າງ​ຂົວ​ຂ້າມ ນ້ຳ­ຂອງ​ລະ­ຫວ່າງ​ແຂວງ​ໄຊ​ຍະບູ​ລີ ແລະ ແຂວງ​ຫລວງ​ພະ​ບາງ ມາ​ຮອດ​ປະ­ຈຸ​ບັນ​ຫນ້າ​ວຽກ​ທັງຫມົດ​ສຳ­ເລັດ​ແລ້ວ 63% ຂະ­ນະທີ່​ ຂົວ​ດັ່ງ­ກ່າວ​ຄາດ​ຈະ​ໃຫ້​ສຳ ເລັດ​ໃນ​ກາງ​ປີ­ຫນ້າ.
Date And Time ວັນທີ 27/04/2012 - ເວລາ 14:22:37 ເບິ່ງ: 87
ໂນເກຍຮຸ່ນໃຫມ່ ມາອີກແລ້ວ, ແອວທີເຣັສ ເຊື່ອປີນີ້ ຍອດຂາຍບັນລຸພັນ ບໍ­ລິ­ສັດແອວ​ທີ​ເອສ (LTS) ຕົວ​ແທນ​ຈຳ­ຫນ່າຍ​ໂທລະ​ສັບ​ໂນ​ເກຍ​ໃນ​ລາວ ນຳ​ໂນ ເກຍ Asha 202 ຮຸ່ນ​ໃຫມ່​ອອກ ສູ່​ສາຍ­ຕາ​ສັງ­ຄົມ ຫວັງ​ເອົາ­ໃຈລູກ​ຄ້າ, ຂະ­ນະ​ທີ່​ຜູ້­ອຳ­ນວຍ­ການ ກ່າວ ຍອດ​ຂາຍ​ປີ​ນີ້ ຄາດ​ວ່າ ຈະບັນ­ລຸ​ນັບ​ພັນ​ເຄື່ອງ ພ້ອມໆ​ກັບ ການ​ເປີດ​ສູນ​ບໍ­ລິ­ການ​ລູກ​ຄ້າ​ໂນເກຍ​ແຫ່ງ​ໃຫມ່.
Date And Time ວັນທີ 26/04/2012 - ເວລາ 13:56:07 ເບິ່ງ: 26
ໃນ​ໄລ­ຍະ​ສົ່ງ​ທ້າຍ​ປີ​ເກົ່າຕ້ອນ­ຮັບ​ປີ​ໃຫມ່​ລາວ ພສ 2555 ລະ­ຫວ່າງ​ວັນ​ທີ 12-17 ເມ­ສາ ທີ່​ຜ່ານ​ມາ​ນີ້; ແຂວງ​ເຊ​ກອງ​ມີຄົນ​ເຈັບ​ຈາກ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ ຕາມ​ທ້ອງ​ຖະ­ຫນົນ​ເປັນ­ຕົ້ນ​ແມ່ນລົດ​ຕຳ​ກັນ​ມາ​ຮັບ​ການ​ບໍ­ລິ­ການປິ່ນ­ປົວ, ລ້າງ​ບາດ ແລະ ຫຍິບ ແຜ​ຢູ່​ໂຮງ­ຫມໍ​ແຂວງ​ທັງ​ຫມົດ 43 ຄົນ ໃນ​ນັ້ນ 17 ຄົນ​ແມ່ນ​ແມ່ຍິງ.
Date And Time ວັນທີ 26/04/2012 - ເວລາ 13:50:09 ເບິ່ງ: 20
ໃນ​ວັນ​ທີ 25 ເມ­ສາ 2012 ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ການຕ່າງ­ປະ­ເທດ ພ້ອມ​ດ້ວຍ​ຄະ­ນະໄດ້​ເດີນ­ທາງ​ໄປ​ຮ່ວມ​ກອງ​ປະ ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາຊຽນ-ອີ​ຢູ ຄັ້ງ​ທີ 19, ເຊິ່ງ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 26-27 ເມ­ສາ 2012 ທີ່​ນະ­ຄອນ­ຫລວງ ບັນ­ດາ ສີ​ຣິ​ເບ​ກາ​ວັນ, ບຣູ​ໄນ ດາ​ຣູ​ຊາ ລາມ. ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ດຳເນີນ​ໄປ​ພາຍ​ໃຕ້​ການ​ເປັນ​ປະ ທານ​ຮ່ວມ​ຂອງ​ປະ­ເທດບຣູ​ໄນ ດາ​ຣູ​ຊາ​ລາມ ໃນ​ຖາ­ນະ​ເປັນ​ປະເທດ​ປະ­ສານ​ງານ​ໃຫ້​ແກ່​ການພົວ­ພັນ​ຮ່ວມ​ມືອາ​ຊຽນ-ອີ​ຢູ ແລະ ຜູ້­ຕາງ­ຫນ້າສູງ​ສຸດ​ດ້ານ​ວຽກ​ງານ​ການ​ຕ່າງປະ­ເທດ ແລະ ຄວາມ​ຫມັ້ນ­ຄົງຂອງ​ສະ­ຫະ­ພາບ​ເອີ​ຣົບ ໂດຍ​ມີ​ບັນດາ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ ຫລື ຜູ້­ຕາງ­ຫນ້າ​ຈາກ 10 ປະເທດ​ສະ­ມາ­ຊິກ​ອາ​ຊຽນ, ເລ­ຂາ​ທິການ​ໃຫຍ່​ອາ​ຊຽນ ແລະ 27 ປະ ເທດ​ສະ­ມາ­ຊິກ​ອີ​ຢູ​ເຂົ້າ​ຮ່ວມ.
Date And Time ວັນທີ 26/04/2012 - ເວລາ 13:43:41 ເບິ່ງ: 39
ເບິ່ງຜົນ 6 ເດືອນ ເສດຖະກິດແຂວງຄໍາມ່ວນ ຕາມ​ການ​ເປີດ­ເຜີຍ​ແຜນພັດ­ທະ­ນາ 6 ເດືອນ​ຕົ້ນ​ປີ 2011-2012 ເສດ­ຖະ­ກິດ​ແຂວງ​ຄຳມ່ວນ​ຍັງ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່ ເນື່ອງ, ການ​ລົງ­ທຶນ​ບັນ­ລຸ 54 ຕື້ ກວ່າ​ກີບ ຂະ­ນະ​ທີ່​ລາຍ​ຮັບ​ປະ­ຕິບັດ​ໄດ້​ເກືອບ 45% ຂອງ​ແຜນການ.
Date And Time ວັນທີ 26/04/2012 - ເວລາ 13:35:25 ເບິ່ງ: 53
ການລົງທຶນຄຶກຄື້ນ ຜູ້ຜະລິດແວ່ນຕາລະດັບໂລກ ເຂົ້າເຂດສະຫວັນ-ເຊໂນ, ມີແລ້ວ 30 ກວ່າບໍລິສັດ ຈົດທະບຽນ ເຂດ​ເສດ­ຖະ­ກິດ​ພິ­ເສດ​ສະຫວັນ-ເຊ​ໂນ ທີ່​ເປັນ​ຈຸດ​ລິ​ເລີ່ມຂອງ​ການ​ສ້າງ​ເຂດ​ເສດ­ຖະ­ກິດ​ພິເສດ ແລະ ເຂດ​ເສດ­ຖະ­ກິດ​ສະເພາະ​ໃນ​ລາວ ມາ​ຮອດ​ປະ­ຈຸ​ບັນ ຖື​ວ່າ​ບັນ­ຍາ­ກາດ​ການ​ລົງ­ທຶນ​ຄຶກຄື້ນ​ສົມ­ຄວນ ມີ​ແລ້ວ 30 ກວ່າ​ບໍລິ​ສັດ​ເຂົ້າ​ຈົດ​ທະ­ບຽນ​ສ່ວນ​ໃຫຍ່ ແມ່ນ​ນັກ​ລົງ­ທຶນ​ຈາກ​ພາຍ​ໃນ, ອີກ​ຫນຶ່ງ​ຂ່າວ​ດີ ບໍ­ລິ­ສັດ​ຜະ­ລິດແວ່ນ­ຕາ​ຊັ້ນ​ນຳ​ຂອງ​ໂລກ​ເຂົ້າເຊັນ​ເພື່ອ​ລົງ­ທຶນ​ຜະ­ລິດ​ສົ່ງ​ອອກ.
Date And Time ວັນທີ 26/04/2012 - ເວລາ 13:24:31 ເບິ່ງ: 20
ຖໍ້ານໍ້າລອດ ເຊບັ້ງໄຟ ຈະກາຍເປັນແຫລ່ງ ທ່ອງທ່ຽວລະດັບຊາດແຫ່ງໃຫມ່ ຄຳ​ມ່ວນ​ກຽມ​ພັດ­ທະ­ນາ ຖ້ຳ​ນ້ຳ​ລອດ​ເຊ​ບັ້ງ­ໄຟ​ໃຫ້​ເປັນລະ­ບົບ, ມີ​ສິ່ງ​ອຳ­ນວຍ​ຄວາມ​ສະດວກ​ທີ່​ສາ­ມາດ​ຮອງ​ຮັບ​ນັກທ່ອງ​ທຽ່ວ​ໃນ​ລະ­ດັບ​ທີ່​ແນ່­ນອນ ເພື່ອ​ຈະ​ສະ­ເຫນີ​ໃຫ້​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ລະ­ດັບ​ຊາດ​ໃນ​ອະ​ນາຄົດ.
ເວລາໃນການປະມວນຜົນໜ້າເວັບ: 0.0489 ວິນາທີ.
Powered by iTeen 020 54644729