|
|
 ວັນທີ 25/04/2012 - ເວລາ 10:06:38 ເບິ່ງ: 76
| ໃນວັນທີ 19 ເມສາ 2012 ທີ່ຜ່ານມາ, ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດທີ່ນິວຢອກ ໄດ້ມີການຈັດກອງປະຊຸມຂອງກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລຂຶ້ນ ເຊິ່ງເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ. ຜູ້ຕາງຫນ້າຖາວອນແຫ່ງ ສປປ ລາວ ປະຈຳອົງການ ສປຊ. ໃນຖານະທີ່ທ່ານໄດ້ຖືກເລືອກຕັ້ງໃຫ້ເປັນປະທານຂອງກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລຄົນໃຫມ່ສຳລັບສົກປີ 2012-2013. |
 ວັນທີ 25/04/2012 - ເວລາ 09:58:35 ເບິ່ງ: 46
| ຖືເປັນຂ່າວດີຫລາຍສຳລັບພໍ່ແມ່ປະຊາຊົນຊາວກະສິກອນໃນແຂວງຈຳປາສັກ ຫລັງທີ່ໄລຍະຜ່ານມາ ການເຮັດນາແຊງແມ່ນຍັງນຳໃຊ້ດ້ວຍລະບົບເຄື່ອງຈັກສູບດ້ວຍນ້ຳມັນ, ເຮັດໃຫ້ລາຍຮັບບໍ່ສົມກັບລາຍຈ່າຍ, ຫລ້າສຸດ ແຂວງຈຳປາສັກ ໄດ້ຫັນປ່ຽນລະບົບດັ່ງກ່າວ ມານຳໃຊ້ເຄື່ອງຈັກສູບນ້ຳດ້ວຍລະບົບໄຟຟ້າ ແລະ ພ້ອມທີ່ຈະຮັບໃຊ້ໃຫ້ຊາວກະສິກອນ 6 ເມືອງໃນແຂວງ; ຂະນະທີ່ ເຈົ້າຂອງໂຄງການເຊື່ອວ່າ ຜົນສຳເລັດຂອງໂຄງການນີ້ຈະເຮັດໃຫ້ການສະຫນອງນ້ຳໃຫ້ແກ່ນາເຂົ້າໄດ້ຕະຫລອດປີ ໃນພື້ນທີ່ປະມານ 2 ພັນກວ່າເຮັກຕາ, ເຊິ່ງຈະເຮັດໃຫ້ໄດ້ຮັບຜົນຜະລິດສູງ ແລະ ຈະຊຸກຍູ້ການເຕີບໂຕຂອງເສດຖະກິດ. |
 ວັນທີ 25/04/2012 - ເວລາ 09:41:17 ເບິ່ງ: 181
 |
ສຸດທ້າຍສິ່ງທີ່ປະຊາຊົນ ຄອງຄອຍກໍ່ມາເຖິງ ເມື່ອລົດເມຮຸ່ນໃຫມ່ຊຸດທຳອິດຈຳນວນ 15 ຄັນຈາກ 42 ຄັນ ຈາກປະເທດຍີ່ປຸ່ນມາຮອດນະຄອນຫລວງວຽງຈັນ ໃນຕອນແລງ ວັນທີ 23 ເມສາ ຈຳນວນ 7 ຄັນ, ອີກ 8 ຄັນ ຈະມາເຖິງຕອນແລງຂອງມື້ນີ້, ສ່ວນທີ່ເຫລືອສົ່ງມອບໃນຕົ້ນເດືອນພຶດສະພາຕາມລຳດັບ, ຂະນະທີ່ລັດ ວິສາຫະກິດລົດເມນະຄອນຫລວງວຽງຈັນ ເລ່ງກະກຽມຄວາມພ້ອມໃນການເປີດໃຫ້ບໍລິການ, ຄາດວ່າຊາວນະຄອນ ຫລວງວຽງຈັນຈະໄດ້ຂຶ້ນລົດເມໃຫມ່ໃນໄວໆນີ້ດ້ວຍການຈ່າຍຊຳລະຜ່ານລະບົບອີເລັກໂຕຣນິກ. |
 ວັນທີ 25/04/2012 - ເວລາ 09:29:19 ເບິ່ງ: 124
 |
ເວລາປະມານ 14:40 ໂມງ ຂອງວັນທີ 14 ເມສາຜ່ານ ມາໄດ້ເກີດໄຟໄຫມ້ເຮືອນຂອງປະຊາຊົນຈຳນວນ 48 ຫລັງຄາຢູ່ບ້ານຫລັກຄຳໃຫມ່ເມືອງ ແລະ ແຂວງຫລວງນ້ຳທາ ເຊິ່ງເປັນບ້ານຊົນເຜົ່າອາຄາ ປະຈຸບັນປະຊາຊົນເກືອບ 3 ຮ້ອຍຄົນເດືອດຮ້ອນຫນັກໄຮ້ທີ່ຢູ່ອາໄສ ລວມທັງເຄື່ອງອຸປະໂພກ ແລະ ບໍລິໂພກ. |
 ວັນທີ 24/04/2012 - ເວລາ 09:38:58 ເບິ່ງ: 145
| ສະຫະພາບເອີຣົບ ຫລື ອີຢູຈະສະຫນອງເງິນ 4 ລ້ານກວ່າໂດລາສະຫະລັດໃຫ້ອົງການຈັດຕັ້ງທາງສັງຄົມ ແລະ ອຳນາດການປົກຄອງທ້ອງຖິ່ນທີ່ເຮັດວຽກໃນການພັດທະນາ ໂດຍຜ່ານການຂຽນບົດສະເຫນີຂໍໂຄງການທີ່ຈະປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກ. |
 ວັນທີ 24/04/2012 - ເວລາ 09:37:06 ເບິ່ງ: 49
| ງານສະຫລອງບຸນປີ ໃຫມ່ ພສ 2555 ທີ່ແຂວງຫລວງພະບາງ 7 ວັນມີອຸບັດເຫດເກີດ ຂຶ້ນທັງຫມົດ 20 ຄັ້ງ 2 ຄົນຕ້ອງ ຈົບຊີວິດສ້າງມູນຄ່າເສຍຫາຍຫລາຍເກືອບ 200 ລ້ານກີບ. |
 ວັນທີ 24/04/2012 - ເວລາ 09:32:24 ເບິ່ງ: 65
| ສະຫວັນນະເຂດເດີນ ຫນ້າພັດທະນາເສດຖະກິດ-ສັງຄົມ ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເທື່ອລະກ້າວ, ຫລ້າສຸດລວມຍອດຜະລິດຕະພັນ ພາຍໃນສະເລ່ຍ 11%, ລາຍຮັບ ຕໍ່ຫົວຄົນບັນລຸ 1 ພັນໂດລາສະຫະລັດຕໍ່ຄົນ. |
 ວັນທີ 24/04/2012 - ເວລາ 09:07:03 ເບິ່ງ: 98
 |
ຍອດຊໍ່ຟ້າທີ່ຫລໍ່ດ້ວຍທອງ ສຳລິດຫນັກເກືອບ 400 ກິໂລກຣາມ ສູງ 6,28 ຊັງຕີແມັດຫລໍ່ໂດຍ ບໍລິສັດ ຜະລິດຕະພັນ ວັດທະນະທຳລາວ ເມື່ອວັນທີ 2 ເມສາຜ່ານມາ ຖືກອັງເຊີນຂຶ້ນປະດິດສະຖານເທິງຫໍຫລັກເມືອງວຽງຈັນ ຢູ່ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຢ່າງເປັນທາງການແລງວານນີ້. |
 ວັນທີ 24/04/2012 - ເວລາ 08:57:42 ເບິ່ງ: 73
 |
ໃນວັນທີ 20-21 ເມສາ 2012, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນ້ຳ ຂອງ-ຍີ່ປຸ່ນຄັ້ງທີ 4 ທີ່ນະຄອນຫລວງໂຕກຽວ, ຍີ່ປຸ່ນ, ໂດຍການເຂົ້າຮ່ວມຂອງບັນດາຜູ້ນຳປະເທດແມ່ນ້ຳຂອງ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ. |
 ວັນທີ 24/04/2012 - ເວລາ 08:50:05 ເບິ່ງ: 118
 |
ໂຮງງານຜະລິດກາເຟ ສຳເລັດຮູບຂະຫນາດໃຫຍ່ຂອງປະເທດ ຜົນການລົງທຶນຂອງບໍລິສັດດາວເຮືອງ ຈຳກັດ ທ້າຍເດືອນເມສານີ້ ຈະເລີ່ມເດີນເຄື່ອງຜະລິດຕ້ອງການກາເຟດິບປ້ອນໂຮງງານປະມານ 8 ພັນໂຕນຕໍ່ປີ. |
|
ເວລາໃນການປະມວນຜົນໜ້າເວັບ: 0.0487 ວິນາທີ.