ຂ່າວສັ້ນ ທະນາຄານພົງສະຫວັນ: ເມື່ອວັນທີ 24 ມັງກອນຜ່ານມາ ທະນາຄານພົງສະຫວັນ ຈຳກັດ ໄດ້ເປີດຫນ່ວຍບໍລິການອີກແຫ່ງ ທີ່ດ້ານຫນ້າໂຮງຫມໍ ເສດຖາທິຣາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເພື່ອອຳນວຍຄວາມສະດວກ ແລະ ໃຫ້ບໍລິການທີ່ດີເຖິງບ້ານແກ່ລູກຄ້າ ເຊີ່ງມາຮອດປະຈຸບັນທະນາຄານພົງສະຫວັນມີແລ້ວ 7 ສາຂາ ແລະ 15 ຫນ່ວຍບໍລິການທົ່ວປະເທດ. - ວັນທີ 27/01/2012 - ເວລາ 14:31:32
ຂ່າວສັ້ນ ກຳມະບານໄຊຍະບູລີ: ວັນທີ 26 ມັງກອນຜ່ານມານີ້ ແຂວງ ໄຊຍະບູລີ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 56 ປີ (ວັນທີ 1 ກຸມພາ 1956 ຫາ ວັນທີ 1 ກຸມພາ 2012 ) ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ພຸດທະວົງ ຮອງປະທານສະຫະພັນກຳມະບານແຂວງ ແລະ ສະມາຊິກກຳມະບານຈາກຫລາຍພາກສ່ວນທົ່ວແຂວງເຂົ້າຮ່ວມ. - ວັນທີ 27/01/2012 - ເວລາ 14:09:21
ຂ່າວສັ້ນ ອະໄພຍະໂທດແກ່ຜູ້ມີຜົນງານ: ປະທານປະເທດແຫ່ງສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 279/ປປທ ລົງວັນທີ 30 ທັນວາ 2011 ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຜົນງານກ້າວຫນ້າຈຳນວນທັງຫມົດ 665 ຄົນ, ຍິງ 109 ຄົນ,ເປັນຄົນຕ່າງປະເທດ 25 ຄົນ ໃນນີ້ ອະໄພຍະໂທດໂດຍການຜ່ອນໂທດຈຳນວນ 538 ຄົນຍິງ 85 ຄົນ ເປັນຄົນຕ່າງປະເທດ 22 ຄົນ; ອະໄພຍະໂທດໂດຍການປ່ອຍໂຕຈຳນວນ 119 ຄົນຍິງ 22 ຄົນ ເປັນຄົນຕ່າງປະເທດ 3 ຄົນ ແລະ ອະໄພຍະໂທດປີ່ນປົວສຸຂະພາບ ຈຳນວນ 8 ຄົນ ຍິງ 2 ຄົນ. - ວັນທີ 27/01/2012 - ເວລາ 14:02:50
ຂ່າວສັ້ນ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ: ມາຮອດປະຈຸບັນທົ່ວປະເທດ ບ້ານທີ່ມີໂຮງຮຽນປະຖົມສຶກສາກວມເຖິງ 98,35% ຂອງຈຳນວນບ້ານທັງຫມົດ ອັນໄດ້ເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກໃນເກນອາຍຸ 3-5 ປີ, ອັດຕາການເຂົ້າຮຽນສຸດທິ, ເຂົ້າຮຽນລວມຊັ້ນມັດທະຍົມຕົ້ນ,ປາຍ ແລະ ອັດຕາການຮຽນຮູ້ຫນັງສືຂອງຜູ້ໃຫຍ່ ໄດ້ເພີ່ມສູງຂຶ້ນສົມຄວນ ແລະ ມີ 95 ເມືອງໄດ້ປະກາດສຳເລັດການສຶກສາຊັ້ນປະຖົມພາກບັງຄັບ ທັງຫມົດນີ້ໄດ້ສ້າງປະຖົມປັດໄຈ ແລະ ພື້ນຖານອັນຫນັກແຫນ້ນໃຫ້ແກ່ການບັນລຸເປົ້າຫມາຍສະຫັດສະວັດດ້ານການສຶກສາ ໃນປີ 2020 ໄດ້ຢ່າງແນ່ນອນ. - ວັນທີ 26/01/2012 - ເວລາ 18:02:12
ຂ່າວສັ້ນ ແຜນພັດທະນາຊາວຫນຸ່ມ ແລະ ເຍົາວະຊົນ: ໃນຮ່າງແຜນຍຸດທະສາດການພັດທະນາຊາວຫນຸ່ມ-ເຍົາວະຊົນ ຮອດປີ 2020 ຈະສ້າງຊາວຫນຸ່ມ-ເຍົາວະຊົນໃຫ້ເປັນພົນລະເມືອງດີ,ມີນ້ຳໃຈຮັກຊາດ,ຮັກລະບອບປະຊາທິປະໄຕ,ມີວິໄນ ແລະ ເຄົາລົບກົດຫມາຍ,ຮູ້ປະຕິບັດພັນທະ,ມີຄວາມຮັບຜິດຊອບຕໍ່ຫນ້າທີ່ການງານ,ຮູ້ປົກປ້ອງສິດ ແລະ ເສີມຂະຫຍາຍວັດທະນະທຳທີ່ດີງາມຂອງປະຊາຊົນລາວບັນດາເຜົ່າ. - ວັນທີ 26/01/2012 - ເວລາ 17:51:21
ເວລາໃນການປະມວນຜົນໜ້າເວັບ: 3.0593 ວິນາທີ.



